徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຊ່ຽວ​ຊານ​ຝ​ຣັ່ງກ່າວ​ວ່າ: ບົດ​ຮຽນ​ຂອງ​ຈີນສາ​ມາດ​ສະ​ກັດ​ກັ້ນ​ພະ​ຍາດໂຄວິດ-19 ໄດ້

2020-03-25 15:39:56 cri

ຕາມ​ຂ່າວCRI:ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ທ່ານ​ລູ​ເຊນ ອ​າ​ເບນ​ເຮມ, ອະ​ດີດ​ຫົວ​ໜ້າ​ກົມ​ໃຫຍ່​ສາ​ທາ​ລະ​ນະ​ສຸກ​ຝ​ຣັ່ງ, ຊ່ຽວ​ຊານ​ດ້ານພະ​ຍາດ​ລະ​ບາດ​ກ່າວ​ວ່າ, ຝ​ຣັ່ງ​ແລະ​ເອີ​ຮົບບໍ່​ຄວນ​ເສຍ​ຄວາມ​ໝັ້ນ​ໃຈ​ຍ້ອນ​ຈຳ​ນວນ​ຄົນ​ຂອງ​ກໍ​ລະ​ນີ​ຕິດ​ພະ​ຍາດ​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ, ​ເພາະ​ວ່າບົດ​ຮຽນ​ຂອງ​ຈີນ​ຢືນ​ຢັນ​ແລ້ວ​ວ່າ, ສະ​ພາບ​ພະ​ຍາດໂຄວິດ-19 ​ແມ່ນ​ສາ​ມາດສະ​ກັດ​ກັ້ນໄດ້.

 

  ທ່ານ​ລູ​ເຊນ ອ​າ​ເບນ​ເຮມ​ແມ່ນ​ຊ່ຽວ​ຊານ​ດ້ານ​ພະ​ຍາດ​ລະ​ບາດ​ທີ່​ມີ​ຊື່​ສຽງ​ຂອງ​ຝ​ຣັ່ງ. ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ໃນ​ເວ​ລາ​ທ່ານ​ໃຫ້​ສຳ​ພາບ​ຕໍ່​ໜັງ​ສື​ພິມ “ລີ​ເບ​ຣາ​ເຊີນ”ຂອງຝ​ຣັ່ງ​​ທ່ານກ່າວວ່າ, ຄວາມ​ເຫັນ​ທີ່​ບໍ່​ປະ​ຕິ​ບັດ​ມາດ​ຕະ​ການ​​ຢູ່​ຕໍ່​ໜ້າການ​ແຜ່​ລະ​ບາດ​ຂອງ​ພະ​ຍາດແມ່ນ​​ຜິດ​ພາດ. ບົດ​ຮຽນ​ຂອງ​ຈີນ​​ສຳ​ຄັນ​ຫຼາຍ, ທ່ານ​ເຫັນ​ວ່າ​ຝ​ຣັ່ງ​ປະ​ຕິ​ບັດ​ມາດ​ຕະ​ການ “ການ​ປິດ​ເມືອງ”ແມ່ນ​​ຖືກ​ຕ້ອງ​ແລ້ວ.

 

  ທ່າ​ນ​ກ່າວ​ເນັ້ນ​ວ່າ, “ພວກ​ເຮົາ​ຕ້ອງ​ມີ​ຄວ​າມ​ອົດ​ທົນ, ​ບໍ່​ຄວນເສຍ​ຄວາມ​ໝັ້ນ​ໃຈ​ຍ້ອນ​ຈຳ​ນວນ​​ກໍ​ລະ​ນີ​ຕິດ​ພະ​ຍາດ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ. ບົດ​ຮຽນ​ຂອງ​ຈີນ​ໄດ້​ສະ​ແດງ​ໃຫັ​ເຫັນ​ວ່າ, ຖ້າ​ວ່າ​ມາດ​ຕະ​ການ​ທີ່​ໄດ້​ຮັບ​ການ​ປະ​ຕິ​ບັດນັ້ນ​ບໍ່​ພຽງ​ແຕ່​ເພື່ອ​ເຮັດ​ໃຫ້​ຄວາມ​ໄວ​ແຜ່​ລະ​ບາດ​​ຊ້າ​ລົງ, ກໍ​ມີ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ຄວບ​ຄຸມ​ສະ​ພາບ​ພະ​ຍາດ​ໄວ້ໄດ້”

ຄຳ​ເຫັນ

0