吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ກວດບົ່ງມະຕິ​ຜູ້​ຕິດ​ເຊື້ອ​ພະຍາດ COVID-19 ຢ່າງ​ຊັກ​ຊ້າ​ແມ່ນສາ​ເຫດທີ່​ແທ້​ຈິງ​ທີ່​ລັດຖະບານ​ອາ​ເມຣິກາບໍ່​ປະສົບ​ຜົນສຳ​ເລັດໃນ​ການ​ປ້ອງ​ກັນ ​ແລະ​ຄວບ​ຄຸມພະ​ຍາດ

2020-03-31 16:50:28 cri

​ຜູ້​ຕິດ​​ເຊື້ອ​ພະຍາດ COVID-19 ຢູ່​ອາ​ເມ​ຣິກາ​ມີຈຳນວນສູງ​ສຸດ​ໃນ​ໂລກ. ​ເມື່ອ​ບໍ່​ດົນ​ມາ​ນີ້, “ໜັງສືພິມ​ນີວ​ຢອກທາມ​ສ” ​ໄດ້​ອອກ​ບົດ​ລາຍ​ງານ​ການ​ຄົ້ນຄວ້າ ​ເຊິ່ງ​ໄດ້​ຊີ້​ໃຫ້​ເຫັນ​ວ່າ: ຫຼາຍອົງການຂອງ​ລັດຖະບານ​ອາ​ເມຣິກາ​ໄດ້​ວິ​ເຄາະ​ຢ່າງ​ຜິດພາດ​ຕໍ່​ສະພາບ​ການ​ແຜ່​ລະບາດ​ຂອງພະຍາດ COVID-19 ​ແລະມີ​ການປະຕິບັດ​ງານ​ເຄື່ອນ​ໄຫວ​ຕ້ານ​ພະຍາດ​ຢ່າງ​ຊັກ​ຊ້າ ​ເຮັດ​ໃຫ້​ພະຍາດ​ແຜ່​ລະບາດ​ໃນ​ທົ່ວ​ປະ​ເທດ, ລັດຖະບານ​ໄດ້​ເສຍ​ໂອ​ກາດ​ໃນ​ການ​ປ້ອງ​ກັນ ​ແລະ​ຄວບ​ຄຸມພະ​ຍາດ​ເປັນ​ເວລາ 1 ​ເດືອນ.

“ໜັງສື​ພິມ​ນີວຢອກທາມ​ສ” ​ໄດ້​ອ້າງ​ອີງຕາມທັດສະນະຂອງ​ຜູ້​ຊ່ຽວຊານ​ທາງ​ການ​​ແພດ ​ແລະ​ອະດີດ​ເຈົ້າ​ໜ້າ​ທີ່​ລັດຖະບານ​ຂອງ​ອາ​ເມຣິກາ ​ເຊິ່ງ​ໄດ້​ຊີ້​ໃຫ້​ເຫັນ​ວ່າ: ການ​ກວດກາ​ບົ່ງມະຕິ​ຜູ້​ຕິດ​ເຊື້ອ​ຢ່າງ​ຊັກ​ຊ້າ​ແມ່ນສາ​ເຫດ​ທີ່​ແທ້​ຈິງ​ທີ່​ພາ​ໃຫ້​ລັດຖະບານ​ອາ​ເມຣິກາ​ບໍ່​ປະສົບ​ຜົນສຳ​ເລັດ​ໃນ​ການ​ປ້ອງ​ກັນ ​ແລະ​ຄວບ​ຄຸມພະ​ຍາດ.

ບົດ​ລາຍ​ງານ​ຍັງ​ຊີ້​ໃຫ້​ເຫັນ​ວ່າ: ສູນ​ຄວບ​ຄຸມ ​ແລະ​ປ້ອງ​ກັນ​ພະຍາດ, ອົງການ​ຕິດຕາມຄຸ້ມຄອງ​ອາຫານ ​ແລະ​ຢາ​ ​ກໍ​ຄື​ກະຊວງ​ສາທາ​ລະນະ​ສຸກ ​ແລະ​ການ​ບໍລິການສາທາລະນະ​ຂອງ​ອາ​ເມຣິກາ​ຄວນຮັບຜິດຊອບ​ໃນ​ການກວດ​ພົບ, ປ້ອງ​ກັນ ​ແລະ​ຄວບ​ຄຸມວິ​ກິດ​ການ​ດ້ານພະ​ຍາດ COVID-19 ​ຢ່າງ​ທັນ​ການ, ​ແຕ່​ອົງການ​​ເຫຼົ່າ​ນີ້​ລ້ວນ​ແຕ່​ມີ​ການ​ກະກຽມ​ບໍ່​ພຽງ​ພໍ, ເກີດ​ຄວາມ​ຂັດ​ແຍ້​ງພາຍ​ໃນ ​ແລະ​ມີບັນຫາ​ໃນ​ການ​ປະສານງານ.

ຄຳ​ເຫັນ

0