蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອັດ​ຕາ​ປົວ​ຫາຍ​ຂາດ ແລະ ອອກ​ໂຮງ​ໝໍ​ຂອງ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ຢູ່​ມາ​ເລ​ເຊຍ​​ສູງ​ກວ່າ 80%

2020-05-17 16:36:25 CRI

ຕົວ​ເລ​ກ​ຂໍ້​ມູນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທີ່​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ມາ​ເລ​ເຊຍ​ເປີດ​ເຜີຍ​ໃນ​ວັນ​ທີ 16 ພຶດ​ສະ​ພາ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ໃນ​ທົ່ວ​ປະ​ເທດ​ຕົນ​ໄດ້​ເພີ່ມ​ຂຶ້ນ 17 ກໍ​ລະ​ນີ​ໃນ 24 ຊົ່ວ​ໂມງ​ຜ່ານ​ມາ; ຜູ້​ເສຍ​ຊີ​ວິດ​ຍ້ອນ​ພະ​ຍາ​ດັ່ງ​ກ່າວ​ໄດ້​ເພີ່ມ​ຂຶ້ນ 1 ຄົນ, ລວມ​ທັງ​ໝົດ​ເສຍ​ຊີ​ວິດ 113 ຄົນ. ອັດ​ຕາ​ປິ່ນ​ປົວ​ຫາຍ​ຂາດ​ແລະ​ອອກ​ໂຮງ​ໝໍ​ໄດ້​ເພີ່ມ​ຂຶ້ນ​ເປັນ 80,2%.

ວັນ​ທີ 16 ພຶດ​ສະ​ພາ​ນີ້, ກະ​ຊວງ​ທ່ອງ​ທ່ຽວ, ສິ​ລະ​ປະ ແລະ ວັດ​ທະ​ນະ​ທຳ​ມາ​ເລ​ເຊຍ​ເປີດ​ເຜີຍ​ວ່າ, ນັບ​ແຕ່​ວັນ​ທີ 17 ພຶດ​ສະ​ພາ​ນີ້​ເປັນ​ຕົ້ນ​ໄປ, ມາ​ເລ​ເຊຍ​ຈະ​ອະ​ນຸ​ຍາດ​ໃຫ້​ພົນ​ລະ​ເມືອງ​ຕ່າງ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ໂຄງການ “ມາ​ເລ​ເຊຍ​ຄືບ້ານແຫ່ງ​ທີ 2 ຂອງ​ຂ້ອຍ” ​ສາ​ມາດ​ເດີນ​ທາງກັບ​ຄື​ນ​ມາ​ເລ​ເຊຍໄດ້, ແຕ່​ຜູ້​ເຂົ້າ​ແດນ​ຕ້ອງ​ປະ​ຕິ​ບັດ​ຕາມ “ຄຳ​ສັ່ງ​ເກືອດ​ຫ້າມ​ການ​ເຄື່ອນ​ໄຫວ” ຢ່າງ​ເຂັ້ມ​ງວດ ເຊິ່ງ​ລວມ​ທັງ​​ການກວດ​ຫາ​ເຊື້ອ​ພະ​ຍາດຢູ່​ສະ​ໜາມ​ບິນ, ກັກ​ບໍ​ລິ​ເວນ​ 14 ວັນ ແລະ ຈ່າຍ​ຄ່າ​ກັກ​ບໍ​ລິ​ເວນ​ເປັນ​ຕົ້ນ.

ຄຳ​ເຫັນ

0