莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄຳ​ໝັ້ນ​ສັນ​ຍາ​ຂອງ​ຈີນ​ໄດ້​ຮັບ​ການ​ຊົມ​ເຊີຍຈາກຫຼາຍ​ຝ່າຍ

2020-05-21 10:57:57 CRI

​ຕາມ​ຂ່າວCRI: ໃນ​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ​ຄັ້ງ​ທີ 73 ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 18 ພຶດ​ສະ​ພານີ້, ຜູ້​ນຳ​ຈີນ​​ຖະ​ແຫຼງ 5 ມາດ​ຕະ​ການ​ໃຫຍ່​ຂອງ​ຈີນ​ເພື່ອ​ຊຸ​ກ​ຍູ້​ການ​ຮ່ວມ​ມື​ຕໍ່​ຕ້ານ​ພະ​ຍາດ​ໃນ​ໂລກ, ແລະ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ຮ່ວມ​ມື​ກັນ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ສຸ​ຂະ​ພາບມວນ​ມະ​ນຸດ, ເຊິ່ງ​ໄດ້​ຮັບ​ຄວາມ​ຊົມ​ເຊີຍ​ຈາກ​ປະ​ຊາ​ຄົມ​ໂລກ.

ເວັບ​ໄຊ​ “ການ​ເມືອງ” ຂອງ​ອາ​ເມ​ຣິ​ກາ​ລາຍ​ງານ​ວ່າ, ເຖິງວ່າ​ລັດ​ຖະ​ບານ​ທ​ຣຳ​ໄດ້​ບັ່ນ​ທອນ​ທຶນ​ຊ່ວຍ​ເຫຼືອ​ຕໍ່​ອົງ​ການ​ອະ​ນາ​ໄມ​ໂລກ, ແຕ່​ຈີນ​ຍັງ​ຈະ​ສາ​ມັກ​ຄີ​ກັບ​ອົງ​ການ​ອະ​ນາ​ໄມ​ໂລກ ທຳ​ຄວາມ​ພະ​ຍາ​ຍາມ​ເພື່ອ​ຮ່ວມ​ກັນ​ຕໍ່​ຕ້ານ​ພະ​ຍາດ.

ເວັບ​ໄຊ “ການ​ເມືອງ” ວິ​ຈານ​ວ່າ: “ຖະ​ແຫຼງ​ການ​ຂອງ​ຈີນ​ມີ​ຄວາມ​ໝາຍ​ທີ່​ສຸດ, ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ ຈີນ​ພວມ​ພະ​ຍາ​ຍາມ​ຮັບ​ປະ​ກັນ​ໃຫ້​ບັນ​ດາ​ປະ​ເທດ​ໄດ້​ຮັບ​ຢາ​ວັກ​ແຊງ​ກັນ​ພະ​ຍາດ​ໂຄວິດ-19 ຢ່າງ​ສະ​ເໝີ​ພາບ​ກັນ. ໃນ​ຖາ​ນະ​ທີ່​ເປັນ​ປະ​ເທດ​ໃຫຍ່​ດ້ານ​ການ​ຄົ້ນ​ຄວ້າ​​ແລະ​ການ​ຜະ​ລິດ, ຈີນ​ຄອງ​ຄອຍ “ເຂົ້າ​ຮ່ວມ​ແລະ​ຊຸກ​ຍູ້​ໃຫ້​ບັນ​ລຸ​ວິ​ໄສ​ທັດຮ່ວມ​ຂອງ​ທົ່ວ​ໂລກ​ຢ່າງ​ເຕັມ​ສ່ວນ”.

ເວັບ​ໄຊຂອງ​ໂທ​ລະ​ພາບ​ France 24 ຂອງ​ຝ​ຣັ່ງ​ລາຍ​ງານ​ວ່າ, ຈີນ​ຮັບ​ປະ​ກັນ​ຈະ​ໃຫ້​ຢາ​ວັກ​ແຊງ​ທີ່​ສຳ​ເລັດ​ການ​ຄົ້ນ​ຄວ້າ​ພັດ​ທະ​ນາ​ແລະ​ລົງ​ນຳ​ໃຊ້​ນັ້ນ ​ເປັນ “ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະ​ທົ່ວ​ໂລກ”, ແລະ​ຈະ​ໃຫ້​ການ​ຊ່ວຍ​ເຫຼືອ​ດ້ານ​ການ​ແພດແກ່​ປະ​ເທດ​ອື່ນໆ. ປັດ​ຈຸ​ບັນ, ຈີນ​ມີ​ຢາ​ວັດ​ແຊງ 5 ຊະ​ນິດ​ກຳ​ລັງ​ຢູ່​ໃນ​ໄລ​ຍະ​ທົດ​ລອງ​ການປິ່ນ​ປົວ​ຄົນ​ເຈັບ, ແລະ​ຍັງ​ຈະ​ມີຫຼາຍ​ໂຄງ​ການ​ຄົ້ນ​ຄວ້າ​ຢາ​ວັກ​ແຊກ​ກຳ​ລັງ​ໄດ້​ຮັບ​ການ​ຊຸກ​ຍູ້​ຢ່າງ​ສະ​ດວກ​ແລະ​ເປັນ​ລະ​ບຽບ.

ຄຳ​ເຫັນ

0