莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຈະ​ເພີ່ມ​ທະ​ວີ​ການ​ສ້າງ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ

2020-05-22 11:21:23 CRI

ວັນ​ທີ 22 ພຶດ​ສະ​ພານີ້, ທ່ານ​ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ກ່າວ​ວ່າ: ຈີນ​ຈະ​ເພີ່ມ​ທະ​ວີ​ການ​ສ້າງ​ສາ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ. ຍຶດ​ໝັ້ນ​ໃນຫຼັກ​ການ​ທີ່​ວ່າ​ຊີ​ວິດ​ຂອງ​ຄົນ​ຢູ່​ເໜືອ​ທຸກ​ສິ່ງ​ທຸກ​ຢ່າງ, ປະ​ຕິ​ຮູບ​ລະ​ບົບ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ, ​ປັບ​ປຸງ​ລະ​ບົບ​ການ​ລາຍ​ງານ​ໂດຍ​ກົງ​ແລະ​ການ​ເຕືອນ​ໄພ​ຂອງ​ພະ​ຍາດ​ຕິດ​ແປດ​ໃຫ້​ສົມ​ບູນ​ແບບ, ຍຶດ​ໝັ້ນ​ການ​ເປີດ​ເຜີຍ​ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບ​ສະ​ພາບ​ພະ​ຍາດ​ຢ່າງ​ທັນ​ການ ເປີດ​ເຜີຍ​ແລະ​ໂປ່ງ​ໄສ. ເພີ່​ມ​ທະ​ວີ​ການ​ລົງ​ທຶນ​ເຂົ້າ​ໃນ​ການ​ຄົ້ນ​ຄວ້າ​ແລະ​ການ​ຜະ​ລິດ​ຢາ​ວັກ​ແຊງ ຢຸກ​ຢາ ແລະ​ເຕັກ​ນິກກວດ​ກາ​ວັດ​ແທກ​ຢ່າງວ່ອງ​ໄວ, ເພີ່ມ​ທະ​ວີ​ການ​ຮັບ​ປະ​ກັນ​ດ້ານ​ວັດ​ຖຸ​ອຸ​ປະ​ກອນ​ສຸກ​ເສີນ.

ທ່ານຫຼີ​ເຄີ້​ສຽງ​ຍັງ​ກ່າວ​ຕື່ມ​ວ່າ, ​ຈີນ​ຈະ​ຍົກ​ລະ​ດັບ​ການໃຫ້ບໍ​ລິ​ການ​ດ້ານ​ການ​ແພດ​ໂດຍ​ພື້ນ​ຖານ​ໃຫ້​ສູງ​ຂຶ້​ນ, ມາດ​ຖານ​ອຸດ​ໜູນ​ດ້ານ​ການ​ເງິນ​ສະ​ເລ່ຍ​ຕາມ​ຫົວ​ຄົນ​ທີ່​ເຂົ້າ​ຮ່ວມ​ການ​ປະ​ກັນ​​ສຸ​ຂະ​ພາບໃຫ້​ເພີ່ມ​ຂຶ້ນ 30 ຢວນ​ຕໍ່​ຄົນ.

ຄຳ​ເຫັນ

0