徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ອາ​ເມ​ລິ​ກາພວມ​ຢູ່​ໃນ​ໄລ​ຍະທີ່​ສຳ​ຄັນ ການ​ຮ່ວມ​ມື​ແມ່ນ​ການ​ເລືອກ​ທີ່​ຖືກ​ຕ້ອງ​ພຽງ​ດຽວ

2020-05-22 11:17:19 CRI

ຕາມ​ຂ່າວCRI:ໃນກອງ​ປະ​ຊຸມ​ຂ່າວ​ຂອງກອງ​ປະ​ຊຸມໃຫຍ່ສະ​ພາຜູ້​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນຄັ້ງ​ທີ 3 ​ຊຸດ​ທີ 13 ທີ່​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ແລງວັນ​ທີ 21 ພຶດ​ສະ​ພາ​ນີ້, ທ່ານ​ຈ່າງ​ແຢ້​ສຸຍ, ໂຄ​ສົກ​ຂອງກອງ​ປະ​ຊຸມ​ໃຫຍ່​ກ່າວ​ໃນ​ເວ​ລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ວ່າ, ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ອາ​ເມ​ລິ​ກາ​ພວມ​ຢູ່​ໃນ​ໄລ​ຍະ​ທີ່​ສຳ​ຄັນ, ປະ​ຫວັດ​ສາດ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ເຕັມ​ທີ​ວ່າ, ຈີນ​ແລະ​ອາ​ເມ​ລິ​ກາ​ຮ່ວມ​ມື​ກັນ​ມີ​ຜົນ​ປະ​ໂຫຍດ​ຕໍ່​ກັນ​ແລະ​ກັນ, ​ແຕ່​ຖ້າ​ຂັດ​ແຍ່ງ​ກັນກໍ່​ຈະ​ປະ​ສົບ​ຜົນ​ເສຍ​ຫາຍ​ທັງສອງ​ຝ່າຍ, ການ​ຮ່ວມ​ມື​ແມ່ນ​ການ​​ເລືອກ​ທີ່ຖືກ​ຕ້ອງ​ພຽງ​ດຽວ.

 

ທ່ານ​ຈ່າງ​ແຢ້​ສຸຍ​ກ່າວ​ວ່າ, ຈີນ​​ແມ່ນ​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ​ທີ່​ໃຫຍ່​ທີ່​ສຸດ​ອາ​ເມ​ລິ​ກາ​ໃນ​ແມ່ນປະ​ເທດ​ທີ່​ພັດ​ທະ​ນາ​ທີ່​ໃຫຍ່​ທີ່​ສຸດ, ແລະ​ທັງ 2 ປະ​ເທດ​ເປັນ​ 2 ອົງ​ກອນ​ເສດ​ຖະ​ກິດ​ໃຫຍ່​ທີ່ສຸດໃນ​ໂລກ, ສະ​ນັ້ນ, ການ​ຕິດ​ຕໍ່​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ແລະ​ການ​ໄປ​ມາ​ຫາ​ສູ່​ກັນມີ​ຄວາມ​ແໜ້ນ​ແຟ້ນ​ທີ່​ສຸດ, ສອງ​ປະ​ເທດ​ມີ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ​ຢ່າງກວ້າງ​ຂວາງ. ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ອາ​ເມ​ລິ​ກາ​ທີ່ພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ, ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ກົກ​ຮາກ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ, ກໍ່​ແມ່ນ​ຄວາມ​ຄອງ​ຄອຍ​​ທົ່ວ​ໄປ​ຂອງ​ປະ​ຊາ​ຄົມ​ໂລກ. ຫວັງ​ວ່າ​ອາ​ເມ​ລິ​ກາ​ແລະ​ຈີນ​ຈະ​ກ້າວເດີນ​ໄປຕາມ​ທິດ​ທາງ​ດຽວ​ກັນ, ຮ່ວມ​ກັນ​ຈັດ​ຕັ້ງປະ​ຕິ​ບັດ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ທີ່​ສຳ​ຄັນ​ທີ່​ບັນ​ລຸ​ໃນ​ການ​ພົບ​ປະ​ຫຼາຍ​ເທື່ອ​ລະ​ຫວ່າງ​ປະ​ມຸກ​ລັດ​ສອງ​ປະ​ເທດ, ຍຶດ​ໝັ້ນ​ພື້ນ​ຖານ​ທີ່​​ປະ​ສານ​ສົມ​ທົບ​ກັນ, ​ຮ່ວມ​ມືກັນ​ແລະມີ​ຄວາມ​ໝັ້ນ​ທ່ຽງ, ເພີ່ມ​ທະ​ວີຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ບຸກ​ເບີກ​ການ​ຮ່ວມ​ມື, ແກ້​ໄຂ​ຄວາມ​ຂັດ​ແຍ່​ງ​ກັນຢ່າງ​ເໝາະ​ສົມ, ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ການ​ພັດ​ທະ​ນາ​ໄປ​ໜ້າ​ຕາມວົງ​ໂຄ​ຈອນຍ​ຢ່າງ​ຖືກ​ຕ້ອງ.

 

 

ຄຳ​ເຫັນ

0