蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຈະຈັດ​ຕັ້ງ​ປະ​ຕິ​ບັດນະ​ໂຍ​ບາຍ​ຫຼຸດ​ອາ​ກອນ​ແລະ​ຄ່າ​ທຳ​ນຽມ​ຂອງວິ​ສາ​ຫະ​ກິດໃຫ້​ໜ້ອຍ​ລົງ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ

2020-05-22 11:06:10 CRI

     ບົດ​ລາຍ​ງານ​ວຽກ​ງານ​ລັດ​ຖະ​ບານ​ທີ່​ລັດ​ຖະ​ບານ​ຈີນຍື່ນ​ໃຫ້​ກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນເພື່ອ​ຄົ້ນ​ຄວ້າ​ພິ​ຈາ​ລະ​ນາໃນ​ວັນ​ທີ 22 ພຶດ​ສະ​ພານີ້​ເຜີຍ​ໃຫ້​ຮູ້​ວ່າ: ປີນີ້, ຈີນ​ຈະ​ສືບ​ຕໍ່​ຫຼຸດ​ອາ​ກອນ​ ແລະ​ຄ່າ​ທຳ​ນຽມ​ຕ່າງໆ​ໃຫ້​ຕ່ຳ​ລົງ​ຕື່ມ​ອີກ, ປະ​ຕິ​ບັດນະ​ໂຍ​ບາຍທີ່​ມີ​ລັກ​ສະ​ນະ​ຂັ້ນ​ຕອນນັ້ນໃຫ້​ເຂັ້ມ​ແຂງກວ່າ​ເກົ່າ, ປະ​ສານ​ສົມ​ທົບ​ກັບ​ການ​ຈັດ​ວາງ​ດ້ານ​ລະ​ບຽບການ, ຊ່ວຍ​ພາກ​ສ່ວນຕ່າງໆ​ໃນ​ຕະ​ຫຼາດ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ແລະ​ມີ​ການ​ພັດ​ທະ​ນາ, ຄາດ​ວ່າ, ປີນີ້​ຈະ​ຫຼຸດ​ອາ​ກອນແລະ​ຄ່າ​ທຳ​ນຽມ​ໃຫ້​ວິ​ສາ​ຫະ​ກິດ​ໃຫ້​ໜ້ອຍ​ລົງ​ອີກ 2500 ຕື້ກວ່າຢວນ, ສຸດ​ຄວາມ​ສາ​ມາດ​ເພື່ອ​ຊ່ວຍ​ວິ​ສາ​ຫະ​ກິດ​ຕ່າງໆໂດຍ​ສະ​ເພາະ​ແມ່ນ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍ, ວິ​ສາ​ຫະ​ກິດ​ຈູນ​ລະ​ພາກ ແລະນັກ​ທຸ​ລະ​ກິດ​ເອ​ກະ​ຊົນ​ໃຫ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ. ພ້ອມ​ກັນ​ນັ້ນ, ຈະຊຸກ​ຍູ້​ການ​ຫຼຸດ​ຕົ້ນ​ທຶນການ​ຜະ​ລິດ​ແລະດຳ​ເນີນ​ທຸ​ລະ​ກິດຂອງວິ​ສາ​ຫະ​ກິດ​ໃຫ້​ຕ່ຳ​ລົງ, ເພີ່ມ​ທະ​ວີ​ຄວາມ​ແຮງໃນ​ການ​ສະ​ໜັບ​ສະ​ໜູນດ້ານ​ການ​ທະ​ນາ​ຄານ, ສົ່ງ​ເສີມ​ໃຫ້​ທະ​ນາ​ຄານ​ແບ່ງ​ປັນຜົນ​ກຳ​ໄລໃຫ້​ວິ​ສາ​ຫະ​ກິດ​ຢ່າງ​ສົມ​ເຫດ​ສົມ​ຜົນ, ເຮັດ​ໃຫ້​ຕົ້ນ​ທຶນໃນ​ການ​ລະ​ດົມ​ທຶນສັງ​ລວມ​ຫຼຸດ​ລົງ​ຢ່າງ​ເດັ່ນ​ຊັດ.

ຄຳ​ເຫັນ

0