徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລາຄາ​ນ້ຳ​ມັນ​ສາ​ກົນເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ລາ​ຄາ​ວັດ​ຖຸ​ດິບ​ອຸດ​ສາ​ຫະ​ກຳ​ເຄ​ມີເກືອບ 40 ຊະ​ນິດ​ເພີ່ມ​ຂຶ້ນ

2020-05-23 14:37:47 cri

ຕາມ​ຂ່າວCRI:ວັນ​ທີ 21 ພຶດ​ສະ​ພາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ລາ​ຄາ​ນ້ຳ​ມັນ​ທີ່​ຊື້​ຂາຍ​ລ່ວງ​ໜ້າຂອງໂຮງ​ຄ້າ​ຂາຍ​ນ້ຳ​ມັນ​ສາ​ກົນ​ອາ​ເມ​ຣິ​ກາ​ແລະລອນດອນ ຫຼື  Brent

ເຊິ່ງ​ເຮັດ​ໃຫ້​ໂຮງ​ຊື້​ຂາຍ​ນ້ຳ​ມັນ​ອາ​ເມ​ຣິ​ກາ​ປິດ​ຕະ​ຫຼາດ​ດ້ວຍ​ລາ​ຄາ​ນ້ຳ​ມັນ​ທາງ​ເບົາ WTI ຄື 33,92 ໂດ​ຣາ​ຕໍ່​ບາ​ເຣນ​ທີ່​ເປັນ​ລາ​ຄາ​ທີ່​ສູງ​ສຸດ​ແຕ່​ວັນ​ທີ 10 ມີ​ນາ​ນີ້​ເປັນ​ຕົ້ນ​ມາ, ແລະ​ໂຮງ​ຊື້​ຂາຍ​ນ້ຳ​ມັນ​ລອນດອນ​ຫຼື BRENT ປິດ​ຕະ​ຫຼາດ​ດ້ວຍ​ລາ​ຄາ​ນ້ຳ​ມັນ 36,06 ໂດ​ຣາ​ຕໍ່​ບາ​ເຣນ​ທີ່​ເປັນ​ລາ​ຄາ​ສູງ​ສຸດ​ແຕ່​ວັນ​ທີ 11 ມີ​ນາ​ປີ​ນີ້​ເປັນ​ຕົ້ນ​ມາ. ລາ​ຄາ​ນ້ຳ​ມັນຂອງ WTI ໃນ​ປັດ​ຈຸ​ບັນ​ນີ້​ໄດ້​ເພີ່ມ​ຂຶ້ນ​ປະ​ມານ 400% ຖ້າ​ທຽບ​ກັບ​ລາ​ຄາ​ຕ່ຳ​ສຸດ​ໃນ​ວັນ​ທີ 21 ເມ​ສາ​ນີ້. ຍ້ອນ​ໄດ້​ຮັບ​ຜົນ​ສະ​ທ້ອນ​ຈາກ​ການ​ເພີ່ມ​ລາ​ຄາ​ຂອງ​ນ້ຳ​ມັນ​ດິບ, ລາ​ຄາ​ຂອງວັດ​ຖຸ​ດິບ​ອຸດ​ສາ​ຫະ​ກຳ​ເຄ​ມີເກືອບ 40 ຊະ​ນິດ​ໄດ້​ສູງ​ຂຶ້ນເຊັ່ນ​ກັນ.

ຄຳ​ເຫັນ

0