蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ: ປະ​ເທດ​ຕ່າງໆ​ຄວນຮ່ວມ​ມືກັນ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ມວນ​ມະ​ນຸດ

2020-05-24 17:36:43 CRI

图片默认标题_fororder_wangyi

     ໃນ​ກອງ​ປະ​ຊຸມ​ຂ່າວ​ກ່ຽວ​ກັບ​ກອງ​ປະ​ຊຸມ​ສອງ​ສະ​ພາ​ຈີນ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ພຶດ​ສະ​ພານີ້, ທ່ານ​ຫວາງຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດຈີນ​ກ່າວ​ວ່າ: ​ພະ​ຍາດ​ໂຄວິດ-19 ໄດ້​ເຕືອນ​ໃຫ້​ພວກ​ເຮົາ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງວ່າ, ຊີ​ວິດ​ແລະ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດບໍ່​ເຄີຍ​ພົວ​ພັນ​ຢ່າງ​ໃກ້​ຊິດ​ຄື​ປະ​ຈຸ​ບັນນີ້​ຈັກ​ເທື່ອ; ພວກ​ເຮົາ​ກໍ​ບໍ່​ເຄີຍ​ສຳ​ນຶກ​ຮູ້​ຢ່າງ​ເລິກ​ເຊິ່ງ​ຄື​ປະ​ຈຸ​ບັນ​ນີ້​ວ່າ: ບັນ​ດາ​ປະ​ເທດ​ດຳ​ລົງ​ຊີ​ວິດ​ໃນໂລກໃບ​ດຽວ​ກັນ, ທີ່​ຈິງ​ແລ້ວ, ມວນ​ມະ​ນຸດ​ເປັນ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ອັນ​ດຽວ​ກັນ.

     ທ່ານ​ຫວາງຢີ້​ຍັງ​ກ່າວ​ຕື່ມ​ວ່າ: ການ​ຫຼິ້ນ​ການ​ເມືອງ​ມີ​ແຕ່​ຈະ​ເຮັດ​ໃຫ້​ເຊື້ອ​ໄວ​ຣັດ​ສວຍໂອ​ກາດ​ແຜ່​ລະ​ບາດ​ກວ້າງອ​ອກ, ການຖື​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງເປັນ​ສັດ​ຕູ​ ມີ​ແຕ່​ຈະ​ຖືກ​ເຊື້ອ​ໄວ​ຣັດ​ໂຈມ​ຕີຕາມໆ​ກັນ​ເທົ່າ​ນັ້ນ, ​ການປະ​ໝາດ​ວິ​ທະ​ຍາ​ສາດ ມີ​ແຕ່​ຈະ​ເຮັດ​ໃຫ້​ເຊື້ອ​ໄວ​ຣັດ​ສວຍ​ໂອ​ກາດ​ໄດ້. ປະ​ເທດ​ຕ່າງໆ​ຄວນ​ມີ​ສະ​ຕິ​ທີ່​ຢູ່​ເໜືອຄວາມ​ແຕກ​ຕ່າງ​ກັນ​ດ້ານ​ພູມ​ສັນ​ຖານ ເຊື້ອ​ຊາດ ປະ​ຫວັດ​ສາດ ວັດ​ທະ​ນະ​ທຳ​ແລະ​ລະ​ບອບ​ສັງ​ຄົມ, ​ຮ່ວມ​ມືກັນ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ມວນ​ມະ​ນຸດ, ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ໜ່ວຍ​ໂລກ​ທີ່​ມະ​ນຸດ​ເຮົາ​ເພິ່ງ​ພາ​ອາ​ໄສ​ໄດ້​ພຽງ​ແຫ່ງ​ດຽວ. ໃນ​ນັ້ນ, ເປົ້າ​ໝາຍ​ສຳ​ຄັນອັນ​ໜຶ່ງ​ກໍ​ຄື: ເລັ່ງ​ລັດ​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມດ້ານສາ​ທາ​ລະ​ນະ​ສຸກແລະ​ສຸ​ຂະ​ພາບມວນ​ມະ​ນຸດ. ໃນ​ຖາ​ນະ​ທີ່​ເປັນ​ປະ​ເທດ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ໂລກ, ຈີນ​ຍິນ​ດີ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ວຽກ​ງານ​ດ້ານນີ້.

ຄຳ​ເຫັນ

0