何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມື້ທຳ​ອິດ​ທີ່​ທ່ານ​ສຳ​ຫຼວດ​ກວດ​ກາວຽກ​ງານ​ຢູ່​ເຂດ​ນິງ​ເຊ້ຍ, ສ່ອງ​ແສງ​ເຖິງ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ເຕັມ​ປ່ຽມ

2020-06-10 16:24:23 CRI

ວັນ​ທີ 8ມິຖຸນາ​ນີ້, ທ່ານ​ສີ​ຈິ້ນຜິ​ງ​ໄດ້​ໄປ​ສຳ​ຫຼວດ​ກວດ​ກາວຽກ​ງານ​ຢູ່​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຫຸຍ​ນິງ​ເຊ້ຍ. ນີ້ແມ່ນທ່ານສຳຫຼວດ​ກວດ​ກາວຽກງານພາຍໃນປະເທດເປັນຄັ້ງທຳອິດຫຼັງຈາກກອງປະຊຸມສອງສະພາປີນີ້, ກໍແມ່ນ​ທ່ານອອກໄປສຳຫຼວດ​ກວດ​ກາວຽກງານຢູ່ນອກນະຄອນຫຼວງປັກກິ່ງເທື່ອທີ 6 ໃນປີນີ້. ການ​ສຳ​ຫຼວດ​ໃນ​ມື້​ທຳ​ອິດ​ໄດ້​ສຸມ​ໃສ່​ນະຄອນ​ອູ​ຈົ່ງ​ຢູ່​ພາກ​ກາງຂອງ​ເຂດ​ນິງ​ເຊ້ຍ. ທ່ານ​ສີ​ຈິ້ິນຜິ​ງ​ໄດ້​ໄປ​ສຳ​ຫຼວດບ້ານ​ໜຶ່ງ, ​ແມ່​ນໍ້າ​ສາຍ​ໜຶ່ງ ​ແລະ ​ເຂດ​ຊຸມ​ຊົນ​ແຫ່ງ​ໜຶ່ງ, ​​ເຊິ່ງ​ແຕ່​ລະ​ບ່ອນ​ລ້ວນ​ແຕ່​ສ່ອງ​ແສງ​ເຖິງ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ເລິກ​ເຊິ່ງຂອງ​ທ່ານ.

图片默认标题_fororder_宁夏1

ບ້ານ​ໜຶ່ງ: “ຕິດຕາມ​ກວດກາ” ສະໜາມຮົບຕົ້ນຕໍ​ໃນ​ບັ້ນ​ລຶບ​ລ້າງ​ຄວາມທຸກ​ຍາກ

​ແຕ່​ທ້າຍ​ສະຕະວັດ​ທີ 20 ​ເປັນ​ຕົ້ນ​ມາ, ​ເຂດ​ຫົງ​ຊື້​ປູ​ໄດ້​ກາຍ​ເປັນ​ສະຖານ​ທີ່​ສຳຄັນ​ຂອງ​ໂຄງການ​ຊົນ​ລະ​ປະທານ​ເພື່ອຫຼຸດຜ່ອນ​ຄວາມທຸກ​ຍາກ. ​ໂດຍ​ນຳ​ໃຊ້ສະ​ຖາ​ນີ​​ສູບນໍ້າ​ຫຼາຍ​ຂັ້ນ, ນໍ້າ​ຈາກ​ແມ່​ນໍ້າ​ເຫຼື​ອງ​ໄດ້​ຖືກ​ສົ່ງ​ຂຶ້ນ​ໄປ​ສູ່​ດິນ​ແດນ​ຮົກ​ເຮື້ອ​ທາງ​ພາກ​ກາງຂອງ​ເຂດ​ນິງ​ເຊ້ຍ. ຊາວ​ກະສິກອນ​ຢູ່​ເຂດ​ພູດ​ອຍທາງ​ພາກ​ກາງ​ໄດ້​ຍົກຍ້າຍ​ມາ​​ຕັ້ງ​ຖິ່ນ​ຖານ​ຢູ່ແຫ່ງ​ນີ້, ​ໄດ້​ສິ້ນ​ສຸດການ​ດຳ​ລົງ​ຊີ​ວິດ​ທີ່ທຸກ​ຍາກ​ລຳບາກ​ແລະ​ ​ຂາດ​ນໍ້າ ​. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຢູ່​ເຂດຫົງ​ຊື້​ປູ​ໄດ້​ບຸກ​ເບີກ​ດິນ​ປູກຝັງ ​ເກືອບ 5 ໝື່ນ​ເຮັກຕາ, ຈັດ​ສັນ​ປະຊາຊົນ​ຜູ້​ຍົກຍ້າຍ 233.000 ກວ່າ​ຄົນ.

图片默认标题_fororder_宁夏2

ບ່ອນ​ທຳ​ອິດ​ທີ່​ທ່ານ​ສີ​ຈິ້ນ​ຜິ​ງສຳຫຼວດຢູ່​ນະຄອນ​ອູ​ຈົ່ງ ກໍ​ແມ່ນ​ບ້ານ​ຫົງ​ເຕີ​ທີ່​​ແມ່ນ​ບ້ານ​​ຈັດ​ສັນຊາວ​ຍົກຍ້າຍ​ແຫ່ງ​ໜຶ່ງ​ຂອງ​ເຂດ​ຫົງ​ຊື້​ປູ. ປະຈຸ​ບັນ​ໃນ​ບ້ານ​ມີ 1699 ຄອບຄົວ ທັງ​ໝົດ 7013 ຄົນ.

图片默认标题_fororder_宁夏4

ປີ​ກາຍ​ນີ້ ​ຊາວບ້ານ​ຫົງ​ເຕີ​ໄດ້​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ທັງ​ໝົດ, ​ແມ່ນ​ໄດ້​ຮັບຜົນ​ປະ​ໂຫຍດຈາກ​ເສັ້ນທາງ​ລຶບລ້າງ​ຄວາມທຸກ​ຍາກ ຄື: ​ໄດ້​​ໂອນ​ທີ່​ດິນ​ທັງ​ໝົດ​ຂອງ​ທົ່ວ​ບ້ານ​ໃຫ້​ແກ່​ວິ​ສາ​ຫະກິດ​ເພື່ອ​ພັດທະນາ​ກະສິກຳ​ທີ່​ມີ​ເອກະລັກ​ພິ​ເສດ, ສ້າງ​ໂຮງງານ​ເພື່ອຫຼຸດຜ່ອນ​ຄວາມທຸກ​ຍາກ ​ແລະ ອື່ນໆ. ປີຜ່ານມາ, ລາຍ​ຮັບທີ່​ຈັບ​ຈ່າຍ​ໄດ້​ສະ​ເລ່ຍຕໍ່​ຫົວ​ຄົນ​ຂອງ​ບ້ານ​ຫົງ​ເຕີ​ຫຼາຍ​ກວ່າ 8000 ຢວນ.

图片默认标题_fororder_宁夏3

ນີ້​ແມ່ນ​​ຄັ້ງທີ 4 ທີ່ທ່ານ​ສີ​ຈິ້ນ​ຜິ​ງ​ໄປ​ສຳ​ຫຼວດ​ກວດ​ກາວຽກ​ງານ​ຢູ່​​ເຂດ​ນິງ​ເຊ້ຍ, ທ່ານ​ໄດ້​ເອົາ​ໃຈ​ໃສ່​ການ​ລຶບລ້າງ​ຄວາມທຸກ​ຍາກ​ຂອງ​​ເຂດ​ແດນ​ດິນເຫຼືອງ​ແຫ່ງ​ນີ້​ມາ​ໂດຍ​ຕະຫຼອດ.

 

​ແມ່ນໍ້າ​ສາຍ​ໜຶ່ງ: ຍຸດ​ທະ​ສາດ​ແຫ່ງ​ຊາດ​ພວມ​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃຫ້​ເປັນ​ຮູບ​ປະ​ທຳ

图片默认标题_fororder_宁夏5

ບ່ອນ​ທີ2​ໃນ​ການ​ສຳ​ຫຼວດ​ກວດ​ກາວຽກ​ງານ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ, ​​ແມ່ນ​ໄດ້​ໄປ​ຮັບ​ຮູ້​ສະພາບ​ການ​ອະນຸລັກ​ລະບົບ​ນິ​ເວດ​ແມ່​ນໍ້າ​ເຫຼືອງ​ຢູ່​ຕອນ​ເທສະ​ບານ​ນະຄອນ​ອູ​ຈົ່ງ.

图片默认标题_fororder_宁夏6

​​ໃນຈຳ​ນວນ 9​​ ເຂດແຂວງ​ທີ່ຢູ່​ລຽບ​ຕາມ​ແມ່​ນໍ້າ​ເຫຼືອງ,ມີ​ພຽງເຂດ​ນິງ​ເຊ້ຍ​​ເຂດ​ດຽວ​ທີ່​ມີ​ເນື້ອ​ທີ່​ທັງ​ໝົດ​ນອນ​ຢູ່​ໃນ​ລ້ອມ​ແມ່​ນ້ຳ​ເຫຼືອງ. ​ແມ່​ນໍ້າ​ເຫຼືອງ​ແມ່ນ​ຈຸດ​ສຸມ​ໃນ​ການ​ສຳ​ຫຼວດວຽກ​ງານ​ພາຍ​ໃນ​ປະ​ເທດ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ​ໃນ​ຊຸມ​ປີຜ່ານມາ. ​ໃນ​ເດືອນ​ສິງຫາ​ປີ 2019ຜ່ານ​ມາ, ທ່ານ​ສີ​ຈິ້ນ​ຜິ​ງ​ໄປສຳ​ຫຼວດວຽກ​ງານ​ຢູ່​ແມ່​ນໍ້າ​ເຫຼືອງ​ຕອນ​ນະຄອນ​ລານ​ໂຈ່​ແລ້ວ​ກ່າວ​ເນັ້ນ​ວ່າ, ຮ່ວມ​ກັນກຳ​ແໜ້ນ​ການ​ອະນຸ​ລັກໂດຍ​ລວມ, ປະສານ​ສົມທົບ​ກັນ​ຊຸກຍູ້​ການ​ປັບປຸງ​ໂດຍ​ລວມ, ຊຸກຍູ້​ເຂດ​ລ້ອງ​ແມ່​ນໍ້າ​ເຫຼືອງ​ໃຫ້​ພັດທະນາ​ດ້ວຍ​ຄຸນ​ນະພາ​ບສູງ. ຫຼັງ​ຈາກ​ນັ້ນ​ໜຶ່ງ​ເດືອນ, ທ່ານ​ໄດ້​ໄປ​ສຳ​ຫຼວດວຽກ​ງານ​ຢູ່​ຫໍພິພິທະພັນ​ແມ່​ນໍ້າ​ເຫຼືອງ ​ແລະ ​ແມ່​ນໍ້າ​ເຫຼືອງ​ຕອນ​ນະຄອນ​ເຈີ້​ງ​ໂຈ່, ທັງ​​ເປັນ​ປະທານ​ຈັດ​ກອງ​ປະຊຸມ, ​ໂດຍ​ກຳນົດ​ຢ່າງ​ຈະ​ແຈ້ງ​ເປັນ​ຄັ້ງ​ທຳ​ອິດ​ວ່າ “ການອະນຸລັກ​ສິ່ງ​ແວດ​ລ້ອມ​ນິ​ເວດ ​ແລະ ການພັດທະ​ນາ​ດ້ວຍ​ຄຸນ​ນະພາ​ບສູງ​ຂອງ​ເຂດ​ລ້ອງ​ແມ່​ນໍ້າ​ເຫຼືອງ” ​ແມ່ນ​ຍຸດ​ທະ​ສາດ​ແຫ່​ຊາດ​ທີ່​ສຳຄັນ. ​ເດືອນ​ເມສາ​ປີ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ໄປ​ສຳ​ຫຼວດກວດ​ກາວຽກ​ງານ​ຢູ່​ແຂວງ​ສ້າ​ນຊີ່​ໂດຍ​ກ່າວ​ເນັ້ນວ່າ, ຕ້ອງ​ຊຸກຍູ້​ໃຫ້​ຫັນ​ຈາກ​ການ​ບຸກ​ເບີກ ​ແລະ ການ​ນຳ​ໃຊ້​ຫຼາຍ​ເກີນ​​ໄປ ກາຍ​ເປັນ​ການ​ຟື້ນ​ຟູ​​ແບບທຳ​ມະ​ຊາດ. ​ເດືອນ​ພຶດສະພາ​ປີ​ນີ້, ​ໃນ​ເວລາ​ໄປ​ສຳ​ຫຼວດວຽກ​ງານ​ຢູ່​ແຂວງສ່າ​ນຊີ່, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ໄປ​​ສຳຫຼວດກວດ​ເບິ່ງ​ແມ່​ນໍ້າ​ເຟີ​ນ​ເຫີ​ທີ່​ເປັນ​ສາຂາ​ໃຫຍ່​ອັນ​ດັບ 2 ຂອງ​ແມ່​ນໍ້າ​ເຫຼືອງ.

 

​ເຂດ​ຊຸມ​ຊົນ​ແຫ່ງ​ໜຶ່ງ: ກຳລັງ​ຂອງ​ເຮືອ​ຂຶ້ນ​ຢູ່​ກັບ​ໃບ​ເຮືອ ກຳລັງ​ຂອງ​ຄົນ​ຂຶ້ນ​ຢູ່​ກັບ​ຈິດ​ໃຈ

图片默认标题_fororder_宁夏7

ຢູ່​ເຂດ​ນິງ​ເຊ້ຍມີ 40 ກວ່າ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ​ເຊັ່ນ: ​ເຜົ່າ​ຫຸຍ ​ເຜົ່າ​ແມນ​ຈູ ​ເຜົ່າ​ມົງ​ໂກນ ​ເຜົ່າ​ຈ້ວງ ​ແລະ​ອື່ນໆ, ​ແມ່ນ​ເຂດ​ຕັ້ງ​ຖິ່ນ​ຖານ​​ໃຫຍ່​ທີ່​ສຸດ​ຂອງ​ເຜົ່າ​ຫຸຍ​ໃນ​ທົ່ວ​ປະ​ເທດ​ຈີນ, ປະຊາກອນ​ເຜົ່າ​ຫຸຍ​ກວມ​ເອົາ 36,69%. ວັນ​ທີ8 ​ມິ​ຖຸນາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ໄປ​ສຳ​ຫຼວດກວດກາວຽກ​ງານ​ຢູ່​ເຂດ​ຊຸມ​ຊົນ​ຈິ່ນຮວ່າ​ຢວນຕາ​ແສງ​ຈິ່ນຊິ່ງ​ເມືອງ​ລີ້​ທົ່ງ ​ນະຄອນ​ອູ​ຈົ່ງ. ໃນປີ 2019, ໃນງານປະກວດຄັ້ງໜຶ່ງ​ເຂດ​ຊຸມ​ຊົນ​ແຫ່ງ​ນີ້​ໄດ້ຖືກຮັບຮອງໃຫ້ເປັນ “​ລວມໝູ່​ຄະ​ນະທີ່​​ເປັນ​ແບບຢ່າງ​ສົ່ງ​ເສີມ​ຄວາມ​ກ້າວ​ໜ້າ​ສາມັກຄີ​ລະຫວ່າງ​ຊົນ​ເຜົ່າ​ລະດັບ​ຊາດ”.

图片默认标题_fororder_宁夏8

ຢູ່​ເຂດຊຸມ​ຊົນ​ຈິ່ນຮວ່າ​ຢວນ, ມີ​ຜູ້​ເຖົ້າ​ຜູ້​ໜຶ່ງ​ຊື່ ຫວາງ​ລານ​ຮວ່າ ​ເກີດ​ໃນ​ປີທີ່​ສະຖາປະນາ​ສປຈີນ. ຫຼັງ​ຈາກ​ບຳນານ​ແລ້ວ, ​ເພິ່ນ​ໄດ້​ສ້າງຕັ້ງ “ສະມາຄົມ​ອາສາ​ສະໝັກ​ລານ​ຮວ່າ”, ​ໂດຍໃຫ້ການ​ຊ່ວຍ​ເຫຼືອ​ໄກ່ເກ່ຍ​ຄວາມ​ຂັດ​ແຍ່ງ​ລະຫວ່າງ​ປະຊາຊົນ, ​ແລະຊ່ວຍ​ເບິ່ງ​ແຍງ​ຜູ້​ເຖົ້າ​ທີ່​ລູກ​ບໍ່​ໄດ້ຢູ່ນຳ ​ແລະ ​ເດັກນ້ອຍ​ທີ່​ພໍ່​ແມ່​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ຖິ່ນ. ປີ 2014, ປ້າ​ຫວາງ​ລານ​ຮວ່າ​ໄດ້​ຮັບ​ນາ​ມະ​ຍົດ “ບຸກຄົນ​ທີ່​​ເປັນ​ແບບຢ່າງ​ສົ່ງ​ເສີມ​ຄວາມ​ກ້າວ​ໜ້າ​ສາມັກຄີ​ລະຫວ່າງ​ຊົນ​ເຜົ່າ​ລະດັບ​ຊາດ”. ​ໃນ​ເວລາ​ໄປ​ສຳ​ຫຼວດກວດກາວຽກງານ, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ໂອ້​ລົມ​ກັບ​ເພິ່ນ​ຢ່າງ​ສະໜິດສະໜົມ. ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ: ບົດຮຽນ​ຂອງ​ພວກ​ເຈົ້າ​ດີຫຼາຍ, ນີ້ສະ​ແດງ​ໃຫ້​ເຫັນ​ເຖິງ​ຫຼັກ​ການ​ທີ່ວ່າ ການ​ກະທຳ​ຕົວ​ຈິງ​ດີກ​ວ່າປາກເປົ່າ​ຢ່າງ​ແທ້​ຈິງ. ສັງຄົມ​ນິຍົມ​ມາ​ຈາກ​ການ​ເຮັດ​ແທ້​ທຳ​ຈິງ, ປະຊາຊົນ​ບັນດາ​ເຜົ່າ​ຈະ​ສຸມ​ທຸກ​ຄວາມ​ພະຍາຍາມ​ຮ່ວມ​ກັນ, ອາສາ​ສະໝັກ​ຕ້ອງ​ເສີ​ມຂະຫຍາຍ​ບົດບາດ​ຢ່າງ​ເຕັມ​ສ່ວນ, ຂອບ​ໃຈຄວາມ​ພະຍາຍ​າມ ​ແລະການ​ປະກອບສ່ວນ​ຂອງ​ພວກທ່ານ.

图片默认标题_fororder_宁夏9

ຢູ່​ເຂດຊຸມ​ຊົນ​ຈິ່ນຮວ່າ​ຢວນ, ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ: ​ການລຶບ​ລ້າງ​ຄວາມ​ທຸກ​ຍາກ ​ຄວາມອິ່ມ​ໜຳ​ສຳ​ລານ​ຢ່າງ​ຮອບ​ດ້ານ ​ການຫັນ​ເປັນ​ທັນ​ສະ​ໄໝ ​ຈະ​ບໍ່​ປະ​ຖິ້ມ​ຊົນ​ເຜົ່າ​ໃດ​ຢ່າງ​ເດັດ​ຂາດ, ພວກ​ເຮົາ​ເກາະ​ແ​ຂນກັນ​ກ້າວ​ໄປ​ໜ້າ​ພ້ອມ​ກັນ. ນີ້​ໄດ້​ສ່ອງ​ແສງ​​ໃຫ້​ເຫັນເຖິງ​ອະ​ລິ​ຍະ​ທຳ​ປະ​ຊາ​ຊາດ​ຈີນ 5000 ປີ, ​ທັງ​ສ່ອງ​ແສງ​ເຖິງ​​ຄວາມ​ໂດດ​ເດັ່ນ​ຂອງ​ລະ​ບອບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ.”

图片默认标题_fororder_宁夏10

 

 

ຄຳ​ເຫັນ

0