尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ຄັ້​ງ​ທີ 36 ເອົ​າ​ໃຈ​ໃສ່​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລະ​​ຟື້ນ​ຟູ​ເສດ​ຖະ​ກິດຫຼັງ​ການ​ລະ​ບາດ

2020-06-27 11:51:05 cri

ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ຄັ້​ງ​ທີ 36 ໄດ້​ຈັດ​ຂຶ້ນ​ຜ່ານ​ທາງວິ​ດີ​ໂອ​ໃນ​ວັນ​ທີ 26 ມິ​ຖຸ​ນາ​ນີ້, ຜູ້​ນຳ​ທີ່​ເຂົ້​າ​ຮ່ວມກອງ​ປະ​ຊຸມ​ໄດ້​ດຳ​ເນີນ​ການ​ປຶກ​ສາ​ຫາ​ລືກ່ຽວ​ກັບ​ຫົວ​ຂໍ້​ຕ່າງໆ​ເຊັ່ນ: ການ​ຮ່ວມ​ມື​ກັນ​ເພື່ອ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ການ​ຟື້ນ​ຟູ​ເສດ​ຖະ​ກິດ​ຄືນ​ໃໝ່​ຫຼັງ​ການ​ລະ​ບາດແລະ​ຫົວ​ຂໍ້​ອື່ນໆ.
 

​ຫວຽດ​ນາມ​ທີ່​ເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນ​ອາ​ຊຽນ​ໄດ້​ເປັນ​ເຈົ້າ​ພາບ​ຈັດກອງ​ປະ​ຊຸມ​ຄັ້ງ​ນີ້. ທ່ານ ​ຫງວ​ຽນ​ຊວນ​ຟຸກ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ​ໄດ້​ຕີ​ລາ​ຄາ​ຢ່າງ​ສູງ​ຕໍ່​ຜົນ​ງານດ້າ​ນ​ການ​ຕ້ານ​ກັບ​​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ,ແລະ​ກ່າວ​ວ່າ​ບັນ​ດາ​ປະ​ເທດ​ອາຊຽນ​ຕ້ອງ​ຮ່ວມ​ມື​ກັນ​ສຸມ​ໃສ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ແລະ​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ຄືນ​ໃໝ່​​ຫຼັງ​ການ​ລະ​ບາດ, ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ປະ​ເທດ​ຄູ່​ເຈ​ລະ​ຈາ, ຮ່ວມ​ກັນ​ເອົາ​ຊະ​ນະການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.
 

ນອກ​ນີ້, ໃນ​ມື້​ດັ່ງ​ກ່າວ, ບັນ​ດາ​ປະ​ເທດ​ອາ​ຊຽນ​ໄດ້​ອອກ “ຖ​ະ​ແຫຼງ​ການ​​ຮ່ວມຂອງ​ຜູ້​ນຳ​ອາ​ຊຽນ​ກ່ຽວ​ກັບ​ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ແລະ​ຮັບ​ມື​​ກັບ​ການ​ລະ​ບາດຢ່າງ​ຕັ້ງ​ໜ້າ: ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​ແລະ​ຮັກ​ສາ​ການ​ເຕີບ​ໂຕ”. ຖະ​ແຫຼງ​ການ​ຊີ້​ໃຫ້​ເຫັນ​ວ່າ: ບັນ​ດາ​ຝ່າຍ​ຈະ​ເດັດ​ດ່ຽວ​ສຸມ​ໃສ່​ການ​ຫຼຸດ​​ຜ່ອນຜົນ​ກະ​ທົບ​ທີ່​ເກີດ​ຈາກການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທີ່​ມີ​ຕໍ່​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ,ສັງ​ຄົມ​ແລະ​ເສດ​ຖະ​ກິດ, ປະ​ຕິ​ບັດ​ແຜນ​ການ​ຟື້ນ​ຟູ​ຄືນ​ໃໝ່​​ຢ່າງ​ຮອບ​ດ້ານ​ໂດຍ​ມີ​ຈຸດ​ປະ​ສົງ​ເພື່ອ​ປັບ​ປຸງ​ຄວາມ​ໝັ້ນ​ທ່ຽງ​ແລະ​ຄວາມ​​ສາ​ມາດຕ້ານ​ທານ​​ດ້ານເສດ​ຖະ​ກິດ​ໃນ​ພາກ​ພື້ນ​ໃຫ້​ດີ​ຂຶ້ນ ແລະ​ຮັກ​ສາ​ຕ່ອງ​ໂສ້​ການ​ສະ​ໜອງ​ໃຫ້​ມີ​ຄວາມ​ສະ​ດວກ​ສະ​ບາຍ,ພ້ອມ​ທັງ​ເຝົ້າ​ລະ​ວັງ​ບໍ່​ໃຫ້​ເກີດ​ມີ​ການແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຄັ້ງ​ທີ​ສອງ.

ຄຳ​ເຫັນ

0