尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາ​ຍົກ​ກຳ​ປູ​ເຈຍ​ຮຽກ​ຮ້ອງ​ໃຫ້​ຢາ​ວັກ​ແຊັງພະ​ຍາດ​ໂຄວິດ-19 ​ເປັນ​ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະ​ຂອງ​ໂລກ

2020-06-27 11:47:10 cri

ວັນ​ທີ 26 ມິ​ຖຸ​ນາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ ຮຸນ​ແຊນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ສຸດຍອດ​ອາຊຽນ​ຄັ້ງ​ທີ 36 ທີ່​ຈັດ​ຂຶ້ນ​ຜ່ານ​ທາງວິ​ດີ​ໂອ​ວ່າ: ທົ່ວ​ໂລກ​ລ້ວນ​ແຕ່​ຄອງ​ຄອຍ​ຢາ​ວັກ​ແຊັງ​ພະ​ຍາດ​ໂຄວິດ-19 ​ຈະສາ​ມາດ​ຄົ້ນ​ຄວ້າ​ຜະ​ລິດ​ອອກ​ຢ່າງ​ສຳ​ເລັດ​ຜົນ​ໂດ​ຍ​ໄວ, ກຳ​ປູ​ເຈຍຮຽກ​ຮ້ອງ​ໃຫ້​ຖືຢາ​ວັກ​ແຊັງພະ​ຍາດ​ໂຄວິດ-19 ​ເປັນ​ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະ​ຂອງ​ໂລກ.
 

ທ່ານ ຮຸນ​ແຊນ ກ່າວ​ວ່າ: ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໄດ້​ລົບ​ກວນ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ແຕ່​ລະ​ຄົນ, ເປັນ​​ໄພ​ຂົ່ມ​ຂູ່​ຕໍ່​ສຸ​ຂະ​ພາບ​ຮ່າງ​ກາຍ​ແລະ​ຄວາມ​ປອດ​ໄພ​ດ້ານ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ໃນ​ໂລກ, ​ທັງ​ໄດ້​ສົ່ງຜົນ​ກະ​ທົບ​ທີ່​ບໍ່ເຄີຍ​ມີ​ມາ​ກ່ອນ​ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ບັນ​ດາ​ປະ​ເທດ.
 

ທ່ານ ຮຸນ​​ແຊນ ກ່າວ​ຕື່ມ​ວ່າ: ປັດ​ຈຸ​ບັນ​ບໍ່​ແມ່ນເວ​ລາ​ທີ່​ມາ​ຕຳ​ໜິ​ຕິ​ຕຽນ​ກັນ,ບໍ່​ຄວນ​ມີການ​ກະ​ທຳ​ທີ່​ມີ​ລັກ​ສະ​ນະ​ດູ​ຖູກ​ແລະ​ແບ່ງ​ແຍກ​​ໃນ​ເວ​ທີການ​ເມືອງ​ໃດ​ໜຶ່ງ. ບັນ​ດາ​ປະ​ເທດ​ໃນ​ໂລກ​ຄວນ​ປະ​ຕິ​ບັດ​ລັດ​ທິ​ຫຼາຍ​ຝ່າຍ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນແລະ​ສາ​ມັກ​ຄີ​ຮ່ວມ​ມື​ກັນ​​ພາຍ​ໃຕ້​ຂອບ​ການ​ຮ່ວມ​ມື​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.

ຄຳ​ເຫັນ

0