莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ຣິ​ກາ​ກ່າວ​ເຕືອນຢ່າງ​ເຄັ່ງ​ຂຶມ​ກ່ຽວ​ກັບ​ການ​ຟື້ນ​ຕົວ​ຄືນ​ຂອງ​ສະ​ພາບ​ພະ​ຍາດ​ໂຄວິດ-19

2020-06-29 14:35:03 cri

​ຕາມ​ຂ່າວ CMG: ຕາມ​ຂໍ້​ມູນ​ສະ​ຖິ​ຕິຂອງ​ໜັງ​ສື​ພິມ “ນິວຢວກ ທາມ​ສິີ໊”, ໃນ​ທົ່ວ​ອາ​ເມ​ຣິ​ກາ, ມີ 29 ລັດ​ປະ​ກົດ​ມີ​ກໍ​ລະ​ນີ​ຕິດ​ພະ​ຍາດ​ໂຄວິດ-19 ເພີ່ມ​ຂຶ້ນ​ໃໝ່​ໃນ 14 ມື້​ທີ່​ຜ່ານ​ມາ, ພາຍຫຼັງ​ລັດ​ຕ່າງໆ​​ທະ​ຍອຍ​ກັນຍົກ​ເລີກ​ຄຳ​ສັ່ງ “ກັກ​ຕົວ​ຢູ່​ເຮືອນ” ແລະ​ຟື້ນ​ຟູ​ການ​ເຮັດ​ວຽກ​ແລະ​ການ​ຜະ​ລິດ​ແລ້ວ, ສະ​ພາບ​ໂຄວິດ-19 ໄດ້​ປະ​ກົດ​ມີ​ການ​ຟື້ນ​ຕົວ​ຄືນ​ຢ່າງ​ໃຫຍ່. ສະ​ພາບ​ການ​ຟື້ນ​ຕົວ​ຄືນ​ອັນ​ຂ້ຽວ​ຂາດ​ດັ່​ງ​ກ່າວ​ໄດ້​ເຮັດ​ໃຫ້​ເຈົ້າ​ໜ້າ​ທີ່​ອາ​ເມ​ຣິ​ກາຫຼາຍ​ທ່ານ​ພາ​ກັນ​ກ່າວ​ຄຳ​ເຕືອນ​ຢ່າງ​​ເຄັ່ງ​ຂຶມ.

​ວັນ​ທີ 28 ມິ​ຖຸ​ນານີ້, ທ່ານ​ອາ​ເລັ​ສ ອາ​ຈາ ລັດ​ຖະ​ມົນ​ຕີກ​ະ​ຊວງ​ສາ​ທາ​ລະ​ນະ​ສຸກ​ແລະ​ການ​ບໍ​ລິ​ການ​ມວນ​ຊົນ​ອາ​ເມ​ຣິ​ກາ​ກ່າວ​ເຕືອນ​ວ່າ: ແຕ່​ລະ​ຄົນ​ຕ້ອງ​ໃຊ້​ການ​ກະ​ທຳ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ, ພວກ​ເຮົາ​ຕ້ອງ​ການ​ຮັກ​ສາ​ໄລ​ຍະ​ຫ່າງ​ໃນ​ເວ​ລາ​ຕິດ​ຕໍ່​ພົວ​ພັນ, ຖ້າ​ຫາກບໍ່​ສາ​ມາດ​ຮັກ​ສາ​ໄລ​ຍະ​ຫ່າງນັ້ນ ພວກ​ເຮົາ​ກໍ່​ຕ້ອງ​ໃສ່​ຜ້າ​ປິດ​ປາກ, ໂດຍ​ສະ​ເພາະ​ໃນ​ເຂດ​ທີ່​ມີ​ສະ​ພາບ​ແຜ່​ລະ​ບາດ​ຢ່າງ​ໜັກ​ໜ່ວງ.

ວັນ​ທີ 28 ມິ​ຖຸ​ນານີ້, ທ່ານ​ອັນ​ຕ​ລູ ​ໂຄ​ໂມ ເຈົ້າ​ຄອງ​ລັດ​ນິວຢວກກໍ່​ກ່າວ​ເຕືອນ​ວ່າ: ຖ້າ​​ປ່ອຍ​ປະ​ໃຫ້​ສະ​ພາບ​ພະ​ຍາດ​ສືບ​ຕໍ່​ຮ້າຍ​ແຮງ​ຂຶ້ນ, ອາ​ເມ​ຣິ​ກາ​ຈະ​ປະ​ສົບ​ວິ​ກິດ​ການ​ແຫ່ງ​ຊາດ​ທີ່ບໍ່​ເຄີຍ​ມີ​ມາ​ກ່ອນ.

ຄຳ​ເຫັນ

0