徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກົມ​ສະ​ຖິ​ຕິ​ແຫ່ງ​ຊາດ​ຈີນ: ກຳ​ໄລ​ໃນ​ຂະ​ແໜງ​ການ​ພະ​ລັງານ​ໄຟ​ຟ້າ​ອຸດ​ສາ​ຫະ​ກຳ​ເຄ​ມີ ເຫຼັກ​ກ້າ​ແລະ​ຂະ​ແໜງ​ການ​ສຳ​ຄັນ​ອື່ນໆ​ໃນ​ເດືອນ​ພຶດ​ສະ​ພາ​ດີ​ຂຶ້ນກວ່າ​ເກົ່າ​ຢ່າງ​ເດັ່ນ​ຊັດ

2020-06-29 16:51:39 cri

ຕ​າມ​ຂ່າວCRI:ຍ້ອນ​ໄດ້​ຮັບ​ຜົນ​ສະ​ທ້ອນ​ຈາກຄວາມ​ດັນ​ດ້ານຕົ້ນ​ທຶນ​ຫຼຸດ​ລົງ, ຄວາມ​ຕ້ອງ​ການ​ຂອງ​ຕະ​ຫຼາດ​ເພີ່ມ​ຂຶ້ນ, ນະ​ໂຍ​ບາຍສະ​ໜັບ​ສະ​ໜູນ​ທີ່​ກ່ຽວ​ຂ້ອງເລີ່​ມ​ມີ​ຜົນ​ສັກ​ສິດແລະ​ປັດ​ໄຈ​ທີ່​ມີ​ຜົນ​ປະ​ໂຫຍດ​ຕ່າງໆ, ໃນ​ເດືອນ​ພຶດ​ສະ​ພາ, ຂະ​ແໜງ​ການ​ປຸງ​ແຕ່ງ​ນ້ຳ​ມັນ​ເຊື້ອ​ໄຟ, ພະ​ລັງ​ງານ​ໄຟ​ຟ້າ, ອຸດ​ສາ​ຫະ​ກຳ​ເຄ​ມີ, ເຫຼັກ​ກ້າ​ແລະ​ຂະ​ແໜງ​ການ​ທີ່​ສຳ​ຄັນ​ອື່ນໆ​ມີ​ກຳ​ໄລ​ດີ​ຂຶ້ນ​ຢ່າງ​ເດັ່ນ​ຊັດ.

 

  ສ​ະ​ເພາະຂອງຂະ​ແໜງ​ການ​ການ​ປຸງ​ແຕ່ງ​ນ້ຳ​ມັນ​ເຊື້ອ​ໄຟ​ໄດ້​​ຈາກ​ການຂາດ​ທຶນ​ໃນ​ເດືອນ​ເມ​ສາປີ 2020 ​​ປ່ຽນ​ເປັນ​​ໄດ້​ກຳ​ໄລ 11 ຕື້ 620 ລ້ານຢວນ​ໃນ​ເດືອນ​ພຶດ​ສະ​ພາປີ 2020, ເພີ່ມ​ຂຶ້ນ 8,9% ຖ້າ​ທຽບ​ກັບ​ເດືອນ​ພຶດ​ສະ​ພາ​ໃນ​ປີ 2019. ​ຂະ​ແໜງ​ການ​ພະ​ລັງ​ງານ​ໄຟ​ຟ້າ​ໃນ​ເດືອນ​ເມ​ສາ​ປີ 2020 ​ຫຼຸດ​ລົງ 15,7% ຖ້າ​ທຽບ​ກັບເດືອນ​ເມ​ສາ​ປີ 2019, ມາ​ຮອດ​ເດືອນ​ພຶດ​ສະ​ພາ​ໄດ້​ເພີ່ມ​ຂຶ້ນ 10,9% ຖ້າ​ທຽບ​ກັບ​ເດືອນ​ພຶດ​ສະ​ພາ​ປີ 2019, ການ​ຫຼຸດ​ລົງ​ດ້ານ​ກຳ​ໄລ​ຂອງ​ຂະ​ແໜງ​ການ​ອຸດ​ສາ​ຫະ​ກຳ​ເຄ​ມີ​, ​ເຫຼັກ​ກາແລະ​ຂະ​ແໜງ​ການ​ອື່ນໆ​ກໍ​ໄດ້​ໜ້ອຍ​ລົງ​ກວ່າ​ເກົ່າ.

 

ຄຳ​ເຫັນ

0