ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 29 ມິຖຸນານີ້, ທ່ານໂຄໂມ ເຈົ້າຄອງລັດນິວຢວກຈັດກອງປະຊຸມຂ່າວເພື່ອແຈ້ງສະພາບຫຼ້າສຸດກ່ຽວກັບພະຍາດໂຄວິດ-19 ຢູ່ນິວຢວກ.
ທ່ານໂຄໂມ ຮຽກຮ້ອງໃຫ້ທຳນຽບຂາວເອົາໃຈໃສ່ສະພາບແຜ່ລະບາດຂອງພະຍາດໂຄວິດ-19 ແລະຜະເຊີນກັບການຂົ່ມຂູ່ຈາກພະຍາດໂດຍກົງ. ທ່ານໂຄໂມກ່າວວ່າ: ໃນຂະນະນີ້, ຜູ້ນຳຄວນອອກມາບອກໃຫ້ຊາວອາເມຣິກາຮູ້ກ່ຽວກັບສະພາບການແຜ່ລະບາດຂອງອາເມຣິກາ ແລະສະພາບການທີ່ປຽບທຽບກັບປະເທດອື່ນ, ເຊິ່ງລວມທັງສະພາບເສດຖະກິດຂອງອາເມຣິກາ, ຄວນຮັບຮູ້ວ່ານີ້ແມ່ນການຂົ່ມຂູ່ຢ່າງແທ້ຈິງ.
ທ່ານໂຄໂມກ່າວວ່າ: ທ່ານໂດນານ ທຣຳຄວນເຮັດວຽກໃນ 2 ດ້ານ ນັ້ນກໍຄື: ເຊັນດຳລັດບໍລິຫານ, ຮຽກຮ້ອງໃຫ້ໝົດທຸກຄົນໃສ່ຜ້າປິດປາກຢູ່ສະຖາທີ່ສາທາລະນະ. ອັນທີສອງກໍ່ແມ່ນ ປະທານາທິບໍດີຄວນເປັນແບບຢ່າງໃນການໃສ່ຜ້າປິດປາກ.
ມື້ດຽວກັນ, ທ່ານໂຄໂມຍັງໄດ້ວາງສະແດງໃຫ້ເຫັນພາບສະຖິຕິກ່ຽວກັບຕົວເລກເຕີບໂຕຂອງຜູ້ຕິດພະຍາດໂຄວິດ-19 ໃນລັດນິວຢວກ, ແລະກ່າວວ່າ, ຄົນນິວຢວກບໍ່ຢາກໃຫ້ຕົວເລກນີ້ເພີ່ມຂຶ້ນອີກແລ້ວ, ຢາກໃຫ້ໝົດທຸກຄົນຮັບມືກັບສະພາບໂຄວິດ-19 ຢ່າງຕັ້ງອົກຕັ້ງໃຈ.
ຄຳເຫັນ
0