莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຈະ​ໃຊ້​ມາດ​ຕະ​ການ​ຈຳ​ກັດ​ວິ​ຊາ​ຕໍ່​​​​ຄົນອາ​ເມ​ຣິ​ກາ​ທີ່​ມີ​ປະ​ຕິ​ກິ​ລິ​ຍາ​ອັນ​ຂີ້​ຮ້າຍ​​​ໃນ​ບັນ​ຫາຮົງ​ກົງ

2020-06-30 14:11:06 cri

ວັນ​ທີ 29 ມິ​ຖຸ​ນານີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ຈີນ​ຕົກ​ລົງ​ໃຊ້​ມາດ​ຕະ​ການ​ຈຳ​ກັດ​ວິ​ຊາ​ຕໍ່​ຄົນອາ​ເມ​ຣິ​ກາ​ທີ່​ມີ​ປະ​ຕິ​ກິ​ລິ​ຍາ​ອັນ​ຂີ້​ຮ້າຍ​ໃນ​ບັນ​ຫາ​ຮົງ​ກົງ.

ຕາມຂ່າວ​ລາຍ​ງານ​ວ່າ, ​ຫວ່າງມໍ່ໆ​ມານີ້, ອາ​ເມ​ຣິ​ກາ​ໄດ້​ປະ​ກາດ​ວ່າ​ຈະ​ປະ​ຕິ​ບັດ​ຈຳ​ກັດ​ວິ​ຊາ​ຕໍ່​ເຈົ້າ​ໜ້າ​ທີ່​ຝ່າຍ​ຈີນ​ທີ່​ກ່ຽວ​ພັນ​ກັບ​ຮົງ​ກົງ. ຕໍ່​ເລື່ອງນີ້, ທ່ານ​ຈ້າວ​ລີ້​ຈ່ຽນ​ຊີ້​ອອກວ່າ: ບັນ​ຫາ​ນິ​ຕິ​ບັດ​ຍັດ​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງແຫ່ງ​ຊາດ​ໃນ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ແມ່ນ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ເທົ່າ​ນັ້ນ, ປະ​ເທດ​ໃດ​ກໍ່​ບໍ່​ມີ​ສິດ​ແຊກ​ແຊງ​ໄດ້. ​ກົນ​ອຸ​ບາຍ​ຂອງຝ່າຍ​ອາ​ເມ​ຣິ​ກາ​ທີ່​ຢາກ​ຜ່ານ​ການ​ໃຊ້​ມາດ​ຕະ​ການ​ລົງ​ໂທດ​​ເພື່ອສະ​ກັດ​ກັ້ນ​ຈີນ​ໃນ​ການ​ຊຸກ​ຍູ້​ການ​ນິ​ຕິ​ບັນ​ຍັດ​ດັ່ງ​ກ່າວ​ແມ່ນບໍ່​ສາ​ມາດ​ບັນ​ລຸ​ເປັນ​ຈິງ​ໄດ້. ແນ​ໃສ່​ການ​ກະ​ທຳ​ອັນ​ຜິດ​ພາດ​ຂອງ​ອາ​ເມ​ຣິ​ກາ​ດັ່ງ​ກ່າວ, ຈີນ​ຕົກ​ລົງ​ປະ​ຕິ​ບັດ​ມາດ​ຕະ​ການ​ຈຳ​ກັດ​ວິ​ຊາ​ຕໍ່​​ຄົນ​ອາ​ເມ​ຣິ​ກາ​ທີ່​ມີ​ປະ​ຕິ​ກິ​ລິ​ຍາ​ອັນ​ຂີ້​ຮ້າຍ​ໃນ​ບັນ​ຫາ​ຮົງ​ກົງ.

ຄຳ​ເຫັນ

0