何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອົງ​ການ​ອະ​ນາ​ໄມ​ໂລກ​ກ່າວ​ວ່າ: ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ໃນ​ທົ່ວ​ໂລກ​ມີ​ເຖິງ 11.669.259 ຄົນ

2020-07-09 14:38:33 CRI

ວັນ​ທີ 8 ກໍ​ລະ​ກົດ​ນີ້, ອົງ​ການ​ອະ​ນາ​ໄມ​ໂລກ​ໄດ້​ປະ​ກາດ​ຂໍ້​ມູນຫຼ້າ​ສຸດ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ໃນ​ຂອບ​ເຂດ​ທົ່ວ​ໂລກ, ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ໄດ້​ເພີ່ມ​ຂຶ້ນ 168957 ຄົນ​, ເຊິ່ງ​ລວມ​ມີ​ທັງ​ໝົດ​ 11.669.259 ຄົນ; ​ຈຳ​ນວນຜູ້​ເສຍ​ຊີ​ວິດ​ເພີ່ມ​ຂຶ້ນ 4147 ຄົນເມື່ອ​ທຽບ​ໃສ່​ວັນ​ທີ 7 ກໍ​ລ​ະ​ກົດ,ເຊິ່ງ ມີ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ພະ​ຍາດ​ດັ່ງ​ກ່າວ​ທັງ​ໝົດ 539906 ຄົນ.

 

ວັນ​ທີ 8 ກໍ​ລະ​ກົດ​ຕາມ​ເວ​ລາ​ທ້ອງ​ຖິ່ນ, ອີງ​ຕາມ​ສະ​ຖິ​ຕິ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ຈອນ​ສ ຮອບ​ຄິນ​ສ​ຂອງ​ອາ​ເມ​ຣິ​ກາ, ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພ​ະ​ຍາດ​ໂຄວິດ-19 ຢູ່​ອາ​ເມ​ຣິ​ກາມີຫຼາຍກວ່າ 3 ລ້ານ​ຄົນ, ເຊິ່ງ​ມີ​ເຖິງ 3.009.611ຄົນ. ​ມີຜູ້​ເສຍ​ຊີ​ວິດ​ຍ້​ອນ​ພະ​ຍາດ​ໂຄວິດ-19 ເຖິງ 131.594 ຄົນ.

 

ຄຳ​ເຫັນ

0