何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວາ​ລະ​ສານ ເດີ ​ແລນ​ເຊັດກ່າວ​ວ່າ ​ອາ​ເມ​ຣິ​ກາ​ຖອນ​ອອກ​ຈາກ​WHO ແມ່ນຜິດ​ກົດ​ໝາຍ ທັງ​ມີ​ຜົນ​ຮ້າຍ​ອັນ​ໃຫຍ່​ຫຼວງ

2020-07-10 16:42:16 CRI

   ໃນ​ວັນ​ທີ9ກໍ​ລະ​ກົດ​ຕາມ​ເວ​ລາ​ທ້ອງ​ຖິ່ນ, ວາ​ລະ​ສານ ເດີ ​ແລນ​ເຊັດ ເຊິ່ງ​ເປັນ​ວາ​ລະ​ສານທີ່​ມີ​ຊື່​ສຽງ​ດ້ານ​ການ​ແພດ​ຂອງ​ອັງ​ກິດ​ໄດ້ພິມ​ບົດ​ຄວາມ​​ພ້ອມ​ລາຍ​ເຊັນ​ຂອງ​ຜູ້​ຊ່ຽວ​ຊານ​ອາ​ເມ​ຣິ​ກາ​ຫຼາຍ​ທ່ານ, ໂດຍ​​ລະ​ບຸ​ວ່າ: ອາ​ເມ​ຣິ​ກາຖອນ​ອອກ​ຈາກອົງ​ການ​ອະ​ນາ​ໄມ​ໂລກ ຫຼື WHO ແມ່ນຜິດ​ກົດ​ໝາຍ, ທັງເປັນ​ໄພ​ຂົ່ມ​ຂູ່​ຕໍ່​ສຸ​ຂະ​ພາບ​ແລະ​ຄວາມ​ປອດ​ໄພ​ຂອງ​ທົ່ວ​ໂລກ​ແລະ​ອາ​ເມ​ຣິ​ກາ​​ເອງ.

   ​ໃນ​ບົດ​ຄວາມ,​ຜູ້​ຊ່າວ​ຊານ​ທີ່​ມາ​ຈາກ​ອົງ​ການ​ຕ່າງໆ​ເຊັ່ນ ມະ​ຫາ​ວິ​ທະ​ຍາ​ໄລ​ຈອດ​ທາວ​ຂອງ​ອາ​ເມ​ຣິ​ກາ, ມະ​ຫາ​ວິ​ທະ​ຍາ​ໄລ​​ແຢວ, ສະ​ຖາ​ບັນ​ການ​ແພດ​ແຫ່ງ​ຊາດ, ສະ​ມາ​ຄົມ​ສາ​ທາ​ລະ​ນະ​ສຸກ​ອາ​ເມ​ຣິ​ກາ​ໄດ້​ພ້ອມ​ກັນ​ກ່າວ​ວ່າ:ອາ​ເມ​ຣິ​ກາ​ເຂົ້າ​ຮ່ວມ WHO​ ຫຼັງ​ຈາກລັດ​ຖະ​ສະ​ພາ​ອາ​ເມ​ຣິ​ກາ​ຜ່ານ​ການ​ຮັບ​ຮອງ​ມະ​ຕິ​ຂອງ​ ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດເມື່ອ​ປີ1948,ມະ​ຕິ​ດັ່ງ​ກ່າວ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ທຸກ​ຊຸດ​ຜ່ານ​ມາ. ປັດ​ຈຸ​ບັນ ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ຖອນ​ອອກ​ຈາກ WHO ​ແຕ່​ຝ່າຍ​ດຽວ ໄດ້​ລະ​ເມີດ​ກົດ​ໝາຍ​ອາ​ເມ​ຣິ​ກາ,​ເພາະວ່າ​ບໍ່​ໄດ້​ຮັບ​ການ​ອະ​ນຸ​ຍາດ​ຢ່າງ​ຈະ​ແຈ້ງ​ຈາກ​ລັດ​ຖະ​ສະ​ພາ​​ອາ​ເມ​ຣິ​ກາ. ອີກ​ດ້ານ​ໜຶ່ງ,ກົດ​ໝາຍ​ລະ​ບຸ​ໄວ້​ວ່າ:​ອາ​ເມ​ຣິ​ກາ​​ຕ້ອງ​ປະ​ຕິ​ບັດ​​ພັນ​ທະ​ທາງ​ການ​ເງິນປະ​ຈຳ​ປີ,ອາ​ເມ​ຣິ​ກາ​ຕ້ອງ​ຈ່າຍ​ເງິນ​ອຸດໜູນ​ໃຫ້ແກ່ WHO​ ກ່ອນ​ທ້າຍ​ປີ2021.

   ບົດ​ຄວາມ​ຂຽນ​ວ່າ,ອາ​ເມ​ຣິ​ກາ​ຖອນ​ອອກ​ຈາກ WHO​ຈະ​ເກີດ​ຜົນ​ຮ້າຍ​ອັນ​ໜັກ​ໜ່ວງ​ຕໍ່​ຄວາມ​ໝັ້ນ​ຄົງ, ​ການຕ່າງ​ປ​ະ​ເທດ​ແລະ​ອິດ​ທິ​ພົນຂອງ​ອາ​ເມ​ຣິ​ກາ. ຍ້ອນ​ວ່າ WHO​ມີ​ອິດ​ທິ​ພົນ​ຫຼາຍ​ໃນ​ທົ່ວ​ໂລກ,​ແລະ​​​ກໍ​ເປັນ​ເລື່ອ​ງ​ຍາກ​ທີ່ອາ​ເມ​ຣິ​ກາ​ຈະ​ໂດດ​ດ່ຽວ​ຕົນ​ເອງ​ຈາກ​ການ​ຄຸ້ມ​ຄອງ​ແລະ​ການ​ວາງ​ແຜນ​ຂອງ WHO ​ຢ່າງ​ແທ້​ຈິງ. ຖ້າ​ວ່າການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍຫາກ​ສິ້ນ​ສຸດ​ລົງ,​ຍຸດ​ທະ​ສາດ​ດ້ານ​ສາ​ທາ​ລະ​ນະ​​ສຸກ​ທົ່ວ​ໂລກ​ຂອງອາ​ເມ​ຣິ​ກາ​ຈະ​ໄດ້​ຮັບຜົນ​ຮ້າຍ​ອັນ​ໜັກ​ໜ່ວງ​ໃນ​ດ້ານ​ການ​ຮັບ​ມືກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໃນ​ທົ່ວ​ໂລກ​ຢ່າງວ່ອງ​ໄວ.

   ສຸດ​ທ້າຍ​ບົດ​ຄວາມ​ຂຽນ​ວ່າ,ຫຼັງ​ຈາກ​ຖອນ​ອອກ​ຈາກ WHO ​ແລ້ວ,ອາ​ເມ​ຣິ​ກາ​ຈະ​ເປັນ​ຄົນ​ນອກ​ເທົ່າ​ນັ້ນ​ໃນ​ການ​ຊຸກ​ຍູ້​ການ​ປະ​ຕິ​ຮູບ​ທີ່​ສຳ​ຄັນ​ທີ່​ມີ​ອິດ​ທິ​ພົນ​ຕໍ່​ທົ່ວ​ໂລກ. ໃນ​ໂລກ​ຫຼາຍຂົ້ວ, ​ເມື່ອ​ບໍ່​ມີ​ພັນ​ທະ​ຕາມ​ສັນ​ຍາ ​ກໍໝາຍ​ຄວາມ​ວ່າ​ອາ​ເມ​ຣິ​ກາ​ຈະ​ເສຍ​ໂອ​ກາດທີ່​ຈະ​ຮ່ວມ​ມື​ກັບ​ປະ​ເທດ​ອື່ນໆ.

 

ຄຳ​ເຫັນ

0