蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ລີ​ຊຽນ​ລົງ​ສືບ​ຕໍ່​ດຳ​ລົງ​ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິງ​ກະ​ໂປ

2020-07-26 15:08:13 CRI

ວັນ​ທີ 25 ກໍ​ລະ​ກົດ​ນີ້, ທ່ານ​ລີ​ຊຽນ​ລົງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິງ​ກະ​ໂປ​ໄດ້​ເປີດ​ເຜີຍ​ບັນ​ຊີ​ລາຍ​ຊື່​ຄະ​ນະ​ລັດ​ຖະ​ບານ​ຊຸດ​ໃໝ່, ທ່ານ​ເອ​ງ​ຈະ​ສືບ​ຕໍ່​ດຳ​ລົງ​ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ຄະ​ນະ​ລັດ​ຖະ​ບານ​ຊຸດ​ໃໝ່​ຈະ​ສາ​ບານ​ຕົວ​ຂຶ້ນ​ດຳ​ລົງ​ຕຳ​ແໜ່ງ​ໃນ​ວັນ​ທີ 27 ກໍ​ລະ​ກົດ​ນີ້.

ທ່ານ​ລີ​ຊຽນ​ລົງ​ກ່າວ​ວ່າ: ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ສາ​ມາດ​ດຳ​ລົງ​ຕຳ​ແໜ່ງ​ຕໍ່​ໄປ ​ໄດ້​ກໍ​ເປັນ​ການເສີມ​ຂະ​ຫຍາຍ​ບົດ​ບາ​ດ​ສຳ​ຄັນ​ໃນ​ການ​ຮັບ​ມື​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19. ​ດັ່ງ​ນັ້ນ, ລັດ​ຖະ​ມົນ​ຕີ​ສ່ວນຫຼາຍ​​ຍັງຈະ​ສືບ​ຕໍ່​ດຳ​ລົງ​ຕຳ​ແໜ່ງອີກ. ຫວັງວ່າ: ​ຜ່ານ​ຈາກ​ການ​ສັບ​ຊ້ອນ​ໜ້າ​ທີ່​ຕຳ​ແໜ່ງ, ​ຈະ​ເປັນ​ການຊ່ວຍ​ລັດ​ຖະ​ມົນ​ຕີ​ຜູ້​ໜຸ່ມ​ແໜ້ນ​​ໃຫ້ສາ​ມາດ​ຮັບ​ຮູ້​ວຽກ​ງານ​ຂອງ​ລັດ​ຖະ​ບານ​ໄດ້​ດີ​ກວ່າ​ເກົ່າ.

ສິງ​ກະ​ໂປ​ໄດ້​ຈັດ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດເປັນ​ຄັ້ງ​ທີ 13 ໃນ​ວັນ​ທີ 10 ກໍ​ລະ​ກົດ​ນີ້ພາຍຫຼັງ​ປະ​ກາດ​ເປັນ​ເອ​ກະ​ລາດ. ພັກ​ເຄື່ອນ​ໄຫວ​​ເພື່ອປະ​ຊາ​ຊົນ ທີ​ເປັນ​ພັກ​ກຳ​ອຳ​ນາ​ດ​ຂອງ​ສິງ​ກະ​ໂປ​​ສາ​ມາດຍາດ​ໄດ້ 83 ທີ່​ນັ່ງ​ໃນຈຳ​ນວນ​ 93 ທີ່​ນັ່ງ​ໃນ​ສະ​ພາ​ແຫ່ງ​ຊາດ ເຊິ່ງ​ມີ​ສິດ​ປະ​ກອບ​ຄະ​ນະ​ລັດ​ຖະ​ບາ​ນ​ຊຸ​ດ​ໃໝ່.

ຄຳ​ເຫັນ

0