刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ແລກ​ປ່ຽນ​ຢ່າງ​ໃກ້​ຊິດ​ແລະແໜ້ນ​ແຟ້ນ​ລະ​ຫວ່າງ​ຈີນ​ກັບ​ເອີ​ຣົບ​ຈະ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ຍຸກ​ໃໝ່ຫຼັງ​ສະ​ພາບ​ພະ​ຍາດ​ໂຄວິດ-19​ສິ້ນ​ສຸດ​ລົງ

2020-07-31 17:53:12 cri

 

ວັນ​ທີ 30 ກໍ​ລະ​ກົດ​ນີ້, ທ່ານ​ວ່າງ​ເວີນ​ປິ່ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງວ່າ: ຫວ່າງມໍ່ໆ​ມາ​ນີ້, ​ການນຳ​ຂັ້ນ​ສູງ​​ຂອງ​ຈີນ​ແລະ​ເອີ​ຣົບ​ໄດ້​ມີ​ການ​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ຢ່າງ​ໃກ້​ຊິດ​ແລະ​ແໜ້ນ​ແຟ້ນ ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຕັດ​ສິນ​ໃຈ​ທາງ​ການ​ເມືອງ​ແລະ​ຄວາມ​ສາ​ມາດ​ໃນ​ການ​ປະ​​ຕິ​ບັດ​ງານຂອງ​ສອງ​ຝ່າຍ​ໄປ​ໃນ​ທິດ​ທາງ​ທີ່​ຕັ້ງ​ໜ້າ​ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ​ອັນ​ສຳ​ຄັນ​ຂອງ​ການ​ພົບ​ປະ​ເຈ​ລະ​ຈາ​ລະ​ຫວ່າງ​ຜູ້​ນຳ​ຈີນ-ສະ​ຫະ​ພາບ​ເອີ​ຣົບ​ຄັ້ງ​ທີ 22, ນີ້​​ຈະເປັນ​ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ​​ການ​ປົກ​ປັກ​ຮັກ​ສາສັນ​ຕິ​ພາບ, ການ​ພັນ​ທະ​ນາ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ທົ່ວ​ໂລກ​ໃນ​ຍຸກ​ໃໝ່ຫຼັງ​ພະ​ຍາດ​ໂຄວິດ-19​ສິ້ນ​ສຸດ​ລົງ.

ທ່ານ​ວ່າງ​ເວີນ​ປິ່ນ​ກ່າວ​ເນັ້ນ​ວ່າ: ນັບ​ແຕ່​ສະ​ພາບ​ພະ​ຍາດ​ໂຄວິດ-19ເກີດ​ຂຶ້ນ​ເປັນ​ຕົ້ນ​ມາ, ຈີນ​ແລະ​ເອີ​ຣົບ​ໄດ້​ຖື​ເອົາ​ຈິດ​ໃຈ​ທີ່​ຮ່ວມ​ທຸກ​ຮ່ວມ​ສຸກ ແລະ​ຮ່ວມ​ມື​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ສະ​ໜັບ​ສະ​ໜູນ​ແລະ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຮັກ​ສາ​ການ​ແລ​ກ​ປ່ຽນ​ແລະ​ການ​ຮ່ວມ​ມື​ຢ່າງ​ໃກ້​ຊິດ. ຕໍ່​ໄປ​ພາຍ​ໜ້າ​ນີ້, ຈີນ​ແລະ​ເອີ​ຣົບ​ຍັງ​ຈະ​ມີ​ການ​ແລກ​ປ່ຽນ​ການ​ໄປ​ມາ​ຫາ​ສູ່​ກັນລະ​ຫວ່າງການ​ນຳ​ຂັ້ນ​ສູງ ແລະ​ຈະ​ມີຫຼາຍ​ຂົງ​ເຂດ​​ຂອງ​ການ​ຮ່ວມ​ມື​ຕ້ອງ​ໄດ້​ຮັບ​​ການ​ຊຸກ​ຍູ້​ໃຫ້​ກ້າວ​ໄປ​ໜ້າ, ຈີນ​ຍິນ​ດີ​ຮ່ວມ​ກັບ​ເອີ​ຣົບ ສືບ​ຕໍ່​ເຄົາ​ລົບຫຼັກ​ການ​ທີ່​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ, ​ສະ​ແຫວງຫາ​ສິ່ງ​ທີ່​ຄື​ກັນ​ແລະ​ສະ​ຫງວນ​ສິ່ງ​ທີ່​ຕ່າງ​ກັນ, ຮັກ​ສາ​ການ​ແລກ​ປ່ຽນ​ແລະ​ການ​ປະ​ສານ​ງານ​ຢ່າງ​ໃກ້​ຊິດ, ຮ່ວມ​ກັນ​ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ຈີນ-ເອີ​ຣົບ​ກ້າວ​ຂຶ້​ນ​ສູ່​ລະ​ດັບ​ໃໝ່ ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ສັນ​ຕິ​ພາບ, ການ​ພັດ​ທະ​ນາ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ໃນ​ຍຸກ​ໃໝ່ຫຼັງ​ສະ​ພາບ​ພະ​ຍາດ​ໂຄວິດ-19​ສິ້ນ​ສຸດ​ລົງ.

ຄຳ​ເຫັນ

0