刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລູກ​ຄ້າ​ປະ​ເທດ​ຕ່າງໆ​ມີ​ຄວາມ​ຄອງ​ຄອຍຢ່າງ​ສູງ​ຕໍ່​ລະ​ບົບ​ນຳ​ທາງ​ດ້ວຍ​ດາວ​ທຽມ​ທົ່ວ​ໂລກ “ເປີຍ​ໂຕວ 3”

2020-07-31 17:53:51 cri

 

ລະ​ບົບ​ນຳ​ທາງ​ດ້ວຍ​ດາວ​ທຽມ​ທົ່ວ​ໂລກ “ເປີຍ​ໂຕວ 3” ແມ່ນ​ລະ​ບົບ​ການ​ບິນ​ອະ​ວະ​ກາດ​ທີ່​​ສະ​ລັບ​ຊັບ​ຊ້ອນ​ທີ່​ສຸດ, ມີ​ຂະ​ໜາດ​ໃຫຍ່​ທີ່​ສຸດ, ໄດ້​ປົກ​ຫຸ້ມ​ໃນ​ຂອບ​ເຂດກວ້າງ​ຂວາງ​ທີ່​ສຸດ, ມີ​ລັກ​ສະ​ນະ​ໃຫ້ບໍ​ລິ​ການ​ດ້​ວຍ​ຄຸນ​ນະ​ພາບສູງ​ສຸດ ແລະ​ພົວ​ພັນ​ເຖິງຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຢ່າງ​ແໜ້ນ​ແຟ້ນ​ທີ່​ສຸດ ທັງ​ເປັນ​ພື້ນ​ຖານ​ໂຄງ​ລ່າງ​ທາງ​​ອະ​ວະ​ກາດ​ທີ່​ໃຫຍ່ຫຼວງ​ແລະ​ສຳ​ຄັນ​ໂຄງ​ການ​ທຳ​ອິດ​ຂອງ​ຈີນ​ທີ່​ໃຫ້​ບໍ​ລິ​ການ​ສາ​ທາ​ລະ​ນະ​ຕໍ່​ທົ່ວ​ໂລກ. ລະ​ບົບ​ “ເປີຍ​ໂຕວ” ໄດ້​ມີ​ການ​ປະ​ຍຸກ​ໃຊ້​ຕົວ​ຈິງ​ຢູ່​ປະ​ເທດ​ຮ່ວມ​ມື​​ໃນ​ຂອບ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ການ​ເປີດ​ບໍ​ລິ​ການ​ຂອງ​ລະ​ບົບ​ນຳ​ທາງ​ດ້ວຍ​ດາວ​ທຽມ​ທົ່ວ​ໂລກ “ເປີຍ​ໂຕວ 3” ຢ່າງ​ເປັນ​ທາງ​ການ ກໍ​ໄດ້​ຕອບ​ສະ​ໜອງ​ກັບ​ຄວາມ​ຄອງ​ຄອຍ​ຈາກ​ລູກ​ຄ້າຫຼາຍກວ່າ​ເກົ່າ​ໃນທົ່ວ​ໂລກ.

ປີ 2016, ບໍ​ລິ​ສັດ skyeye ລາວ​ໄດ້​ນຳ​ໃຊ້ລະ​ບົບ​ນຳ​ທາງ​ດ້ວຍ​ດາວ​ທຽມທົ່ວ​ໂລກ“ເປີຍ​ໂຕວ” ຂອງ​ຈີນ​ໃນປະ​ເທດ​ລາວ ແລະ​ໄດ້​ດຳ​ເນີນ​ການ​ສ້າງ​ລະ​ບົບ​ເພີ່ມ​​ສັນ​ຍານ​ຂອງ​ລະ​ບົບ​ເປີຍ​ໂຕວ​ຢູ່​ພາກ​ພື້ນ​ດິນ ຫຼື CORS. ໂດຍ​ຜ່ານ​ການ​ພັດ​ທະ​ນາ​ໃນຫຼາຍ​ປີ​ມາ​ນີ້, ລະ​ບົບ “ເປີຍ​ໂຕວ” ໄດ້​ປະ​ຍຸກ​ໃຊ້​ໃນຫຼາຍ​ຂົງ​ເຂດ​ຂອງ​ລາວ. ທ່ານ​ເສີງ​ສ້ຽວ​ຢາງ ຜູ້​ອຳ​ນວຍ​ການ​ໃຫຍ່​ຂອງ​ບໍ​ລິ​ສັດ skyeye ແຈ້ງ​ໃຫ້​ຮູ້​ວ່າ: ລາວ​ໄດ້​ນຳ​ໃຊ້​ເຕັກ​ນິກ​ເປີຍ​ໂຕວ​ຢ່າງ​ມີ​ປະ​ສິດ​ທິ​ພາບ​ສູງ​ໃນ​ການ​ວັກ​ແທກການ​ກໍ່​ສ້າງ​ໂຄງ​ການ, ການ​ຕິດ​ຕາມກວດ​ກາ​ຄວາມ​ປອດ​ໄພ, ຊ່ວຍ​ຢັ້ງ​ຢືນ​ສິດ​ທິ​ຂອງ​ທີ່​ດິນ​ແລະ​ອື່ນໆ ເຊິ່ງ​ສາ​ມາດ​ຍົກ​ສູງ​ປະ​ສິດ​ທິ​​ພາບ​ໃນ​ການກໍ່​ສ້າງ​ຢ່າງຫຼວງຫຼາຍ.

ຄຳ​ເຫັນ

0