何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ຈີ​ນ​ມີ​ຄວາມ​ໝັ້ນ​ໃຈ ມີຄວາມ​ສາ​ມາດ ແລະ ​ມີສະ​ຕິ​ປັນ​ຍາ​ພຽງ​ພໍ​ໃນ​ການ​ເອົາ​ຊະ​ນະ​ຄວາມ​ສ່ຽງ ແລະ ສິ່ງ​ທົດ​ສອບ​ທຸກ​ຊະ​ນິດ

2020-07-31 12:30:03 CRI

ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ໃນ​ກອງ​ປະ​ຊຸມ​ສຳ​ມະ​ນາ​ກັບ​ບຸກ​ຄົນ​ນອກ​ພັກ, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ກ່າວ​ເນັ້ນ​ວ່າ, ຕ້ອງ​ຮັບ​ຮູ້​ສະ​ພາບ​ການ​ເສດ​ຖະ​ກິດ​ປະ​ຈຸ​ບັນ​ຢ່າງ​ຖືກ​ຕ້ອງ, ລົງ​ເລິກ​ສຳຫຼວດ​ຄົ້ນ​ຄວ້າ, ຊຸກ​ຍູ້​ການ​ລົງ​ເລິກ​ການ​ປະ​ຕິ​ຮູບ​ຢ່າງ​ຮອບ​ດ້ານ​ດ້ວຍ​ຄວາມ​ເຂັ້ມ​ແຂງຫຼາຍກວ່າ​ເກົ່າ, ຕັ້ງ​ໜ້າ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ທຸກປະ​ການ​ທີ່​ຜະ​ເຊີນຢູ່​ໃນການ​ພັດ​ທະ​ນາ, ແກ້​ໄຂ​ຄວາມ​ສ່ຽງ​ ສິ່ງ​ທ້າ​ທາຍ ແລະ ຄວາມ​ກົດ​ດັນ​ອັນ​ໃຫຍ່ຫຼວງ​ຈາກ​ທຸກ​ດ້ານ, ເຕົ້າ​ໂຮມ​ຄວາມ​ຮັບ​ຮູ້​ຮ່​ວມກັນ​ຢ່າງກວ້າງ​ຂວາງ ແລະ​ເຕົ້າ​ໂຮມ​ກຳ​ລັງ​ແຮງ​ທີ່​ເຂັ້ມ​ແຂງ​ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ ການ​ປະ​ຕິ​ຮູບ ແລະ ເອົາ​ຊະ​ນະ​ຄວາມ​ສ່ຽງ ສິ່ງ​ທ້າ​ທາຍ​ທຸກ​​ປະ​ການ. ຈີນ​ມີ​ຄວາມ​ຕັດ​ສິນ​ໃຈ​ຢ່າງ​ເດັດ​ຂາດ ​ມີ​ຈິດ​ໃຈ​ທີ່​ເຂັ້ມ​ແຂງ​ແລະ​ເດັດ​ດ່ຽວ ມີກຳ​ລັງ​​ສັງ​ລວມແຫ່ງ​ຊາດ​ທີ່​ເຂັ້ມ​ແຂງ​ໃນ​ການ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ, ​ມີ​ຄວາມ​ໝັ້ນ​ໃຈ ຄວາມ​ສາ​ມາດ  ແລະ ​ມີສະ​ຕິ​ປັນ​ຍາ​ພຽງ​ພໍ​ໃນ​ການ​ເອົາ​ຊະ​ນະ​ຄວາມ​ສ່ຽງ ແລະ ສິ່ງ​ທົດ​ສອບ​ທຸກ​ປະ​ການ, ບໍ່​ວ່າ​ປະ​ເທດ​ໃດໆ ຫຼື ບຸກ​ຄົນ​ໃດໆ​ກໍ​ບໍ່​ສາ​ມາດ​ກີດ​ຂວາງ​ບາດ​ກ້າວ​​ເດີນທາງ​ປະ​ຫວັດ​ສາດ​ເພື່ອ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊາດ​ຈີນ.

 

ທ່ານ​ສີ​ຈິ້ນ​ຜິງ​ໄດ້ສະ​ເໜີຄວາມ​ມຸ່ງ​ຫວັງ 3 ຂໍ້​ຕໍ່​ພັກ​ການ​ເມືອງ​ປະ​ຊາ​ທິ​ປະ​ໄຕ​ຕ່າງໆ, ສະ​ຫະ​ພັນ​ອຸດ​ສາ​ຫະ​ກຳ​ການ​ຄ້າ ແລະ ບຸກ​ຄົນ​ທີ່​ບໍ່​ສັງ​ກັດ​ພັກ​ການ​ເມືອງ​ໃດໆ, ຄື: ໜຶ່ງ, ຕ້ອງ​ມີ​ທ່າ​ທີ​ທີ່​ຮອບ​ດ້ານ ສັດ​ຈະ​ວິ​ພາກ ແລະ ​ມີ​ວິ​ໄສ​ທັດ​ການ​ພັດ​ທະ​ນາ​ຕໍ່​ກັບຄວາມ​ຫຍຸ້ງ​ຍາກ ແລະ ສິ່ງ​ທ້າ​ທາຍ​ທີ່​ພົບ​​ພໍ້ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ນຳ​ພາ​ສະ​ມາ​ຊິກ​ອັນ​ໄພ​ສານ​ຮັກ​ສາ​ຄວາມ​ໝັ້ນ​ໃຈ ແລະ ຄວາມ​ຕັດ​ສິນ​ໃຈ​ຢ່າງ​ເດັດ​ຂາດ, ປະ​ກອບ​ສ່ວນ​ອັນ​ໃໝ່​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຢ່າງ​ຕໍ່​ເນື່ອງ ແລະ ປອດ​ໃສ. ສອງ ແມ່ນ​ສຸມ​ໃຈ​ໜ້າ​ທີ່​ເປົ້າ​ໝາຍ, ສຸມ​ໃສ່ບັນ​ຫ​າ​ສຳ​ຄັນ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ແຫ່ງ​ຊາດ, ເສີມ​ຂະ​ຫຍາຍ​ທ່າ​ແຮງ​ຂອງ​ຕົນ, ເສີມ​ຂະ​ຫຍາຍ​ຄວາມ​ຫ້າວ​ຫັນ ແລະ ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ອົງ​ການ​ຈັດ​ຕັ້ງ​ທຸກ​ຂັ້ນ ແລະ ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ທຸກ​ດ້ານ, ປະ​ສານ​ສົມ​ທົບ​ການ​ນຳ​ໃຊ້​ຊັບ​ພະ​ຍາ​ກອນ​ມະ​ນຸດ​ ແລະ ຄັງ​ປັນ​ຍາ​ທຸກ​ປະ​ເພດ, ສະ​ເໜີ​ຂໍ້​ຄິດ​ເຫັນ ແລະ ຂໍ້​ສະ​ເໜີ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ ແລະ ມີ​ຄຸນ​ຄ່າ​ຕົວ​ຈິງ, ປະ​ກອບ​ສ່ວນ​ຮັບ​ຮູ້​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ. ສາມ, ຕ້ອງ​ເພີ່ມ​ທະ​ວີ​ການ​ນຳ​ພາ​ດ້ານ​ແນວ​ຄິດ, ນຳ​ພາ​ສະ​ມາ​ຊິກ​ອັນ​ໄພ​ສານ​ຮັບ​ຮູ້​ຄວາມ​ຂັດ​ແຍ່ງ ແລະ ບັນ​ຫາ​ທີ່​ເກີດ​ຂຶ້ນ​ໃນ​ການ​ລົງ​ເລິກ​ການ​ປະ​ຕິ​ຮູບ ແລະ ການ​ພັດ​ທະ​ນາ​ຢ່າງ​ຖືກ​ຕ້ອງ,ຮັບ​ຮູ້​ຄວາມ​ສ່ຽງ ແລະ ສິ່ງ​ທ້າ​ທາຍ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ຢ່າງ​ຖືກ​ຕ້ອງ, ເຮັດ​ວຽກ​ເພື່ອ​ອະ​ທິ​ບາຍບັນ​ຫາ​ຢ່າງ​ຈະ​ແຈ້ງ ​ເພື່ອ​ໃຫ້​ຈິດ​ໃຈ​ສະ​ຫງົບ​ລົງ ແລະ ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ນັ້ນ​ໃຫ້​ດີ.

ຄຳ​ເຫັນ

0