何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງປະ​ກາດ​ການ​ເປີດ​ບໍ​ລິ​ການ​ຂອງ​ລະ​ບົບ​ນຳ​ທາງ​ດ້ວຍ​ດາວ​ທຽມ “ເປີຍ​ໂຕວ 3”

2020-07-31 12:21:36 CRI

ຕອນ​ເຊົ້າ​ວັນ​ທີ 31 ກໍ​ລະ​ກົດ​ນີ້, ພິ​ທີ ​ສຳ​ເລັດ​ການ​ສ້າງ ແລະ​ເປີດ​ບໍ​ລິ​ການ​ ລະ​ບົບ​ນຳ​ທາງ​ດ້ວຍ​ດາວ​ທຽມ “ເປີຍ​ໂຕວ 3”ໄດ້​ຈັດ​ຂຶ້ນ​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ. ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ດັ່ງ​ກ່າວ ໂດຍ​ກ່າວ​ປະ​ກາດ​ການ​ເປີດ​ບໍ​ລິ​ການ​ຂອງ​ລະ​ບົບ​ນຳ​ທາງ​ດ້ວຍ​ດາວ​ທຽມ “ເປີຍ​ໂຕວ 3” ຢ່າງ​ເປັນ​ທາງ​ການ.

ທ່ານ​ສີ​ຈິ້ນ​ຜິງ​ເຂົ້າ​ຮ່ວມ​ພິ​ທີສຳ​ເລັດ ​ການ​ສ້າງ ​ແລະ​ເປີດ​ການ​ບໍ​ລິ​ການ​ຂອງ​ລະ​ບົບ​ນຳ​ທາງ​​ດ້ວຍດາວ​ທຽມ “ເປີຍ​ໂຕວ 3”_fororder_微信图片_20200731122009

ຂໍ້​ມູນ​ສະ​ແດງ​ໃຫ້​ເຫັນ​ວ່າ, ປີ 1994, ຈີນ​ໄດ້​ເລີ່ມ​ສ້າງ​​ລະ​ບົບ​ນຳ​ທາງດ້ວຍ​ດາວ​ທຽມ “ເປີຍ​ໂຕວ”. ພາຍ​ໃນ​ໄລ​ຍະ​ເວ​ລາ 26 ປີ, ຈີນ​ໄດ້​ປະ​ຕິ​ບັດ​ງານ​ໃນ​ການ​ສົ່ງ​ດາວ​ທຽມ​ເປີຍ​ໂຕວ 44 ເທື່ອ​ຢູ່​ສູນ​ສົ່ງ​ດາວ​ທຽມ​ຊີ່​ຊ່າງ. ປີ 2020, ລະ​ບົບ​ເປີຍ​ໂຕວ 3 ໄດ້​ສ້າງ​ສຳ​ເລັດ​ຢ່າງ​ຮອບ​ດ້ານ, ເຊິ່ງ​ຈະ​ເປີດກວ້າງ​ການ​ບໍ​ລິ​ການ​ໄປ​ສູ່​ທົ່ວ​ໂລກ, ໃຫ້​ການ​ບໍ​ລິ​ການ​​ກຳ​ນົດ​ທີ່​ຕັ້ງ​ທີ່​ມີ​ຄວາມ​​ແມ່ນ​ຢຳ​ສູງ​ໃນ​ຂອບ​ເຂດ 10 ແມັດ​ແກ່​ລູກ​ຄ້າ​ທົ່ວ​ໂລກ.

 

ປະ​ຈຸ​ບັນ, ມີ137 ປະ​ເທດ ແລະ ເຂດ​ແຄວ້ນໃນ​ໂລກ​ໄດ້​ເຊັນ​ສັນ​ຍາ​ຮ່ວມ​ມື​ກັບ​ລະ​ບົບ​ນຳ​ທາງ​ດ້ວຍ​ດາວ​ທຽມ​ເປີຍ​ໂຕວ.

ຄຳ​ເຫັນ

0