刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໜ່ວຍ​ງານ​ຊ່ວຍ​ກວດ​ນິວ​ໄຄຼ​ອິກ​ແຜ່ນ​ດິນ​ໃຫຍ່​ຈີນ​ເດີນ​ທາງ​ໄປ​ຊ່ວຍ​ເຫຼືອ​ຮົງ​ກົງ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19

2020-08-02 15:05:52 cri

 

ຫວ່າງມໍ່ໆ​ມາ​ນີ້, ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19ຢູ່​ຮົງ​ກົງ​ມີ​ສະ​ພາບ​ອັນຂ້ຽວ​ຂາດ​, ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ຮ້ອງ​ຂໍຂອງ​ອົງ​ການ​ປົກ​ຄອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ ແລະ​ມີ​ການ​ວາງ​ແຜນ​ແລະ​ການ​ບັນ​ຊາ​ການ​ຂອງ​ສູງ​ກາງ, ຄະ​ກຳ​ມະ​ການ​ສາ​ທາ​ລະ​ນະ​ສຸກ​ແຫ່ງ​ຊາດ​ຈີນ​ໄດ້​ຈັດ​ຕັ້ງ​ໜ່ວຍ​ງານ ຊ່ວຍກວດ​ນິວ​ໄຄຼ​ອິກ​ຫາ​ເຊື້ອ​ໄວ​ຮັດ​ໂຄວິດ-19ແຜ່ນ​ດິນ​ໃຫຍ່​ຈີນ​ຢ່າງວ່ອງ​ໄວ ເພື່ອຈະ​ເດີນ​ທາງ​ໄ​ປ​ຮົງ​ກົງ  ຊ່ວຍ​ເຫຼືອ​ອົງ​ການ​ປົກ​ຄອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ຕ້ານ​ກັບ​ພະ​ຍາດ​ໃນ​ໄວໆ​ນີ້.

ໜ່ວຍ​ງານ​ຊ່ວຍກວດ​ຫາ​ນິວ​ໄຄຼ​ອິດ​ແຜ່ນ​ດິນ​ໃຫຍ່​ຈີນ​ໜ່ວຍ​ທຳ​ອິດ​ຈະ​ປະ​ກອບ​ດ້ວຍ​ນັກ​ວິ​ຊາ​ການ​ວິ​ເຄາະ​ການ​ແພດ 60 ຄົນ​ທີ່​ຄະ​ນະ​ກຳ​ມະ​ການ​ສາ​ທາ​ລະ​ນະ​ສຸກ​ແຂວງກວາງ​ຕຸ້ງ​ຄັດ​ເລືອກ​ຈາກ​ໂຮງ​ໝໍ​ລັດ 20 ກວ່າ​ແຫ່ງ, ໃນ​ນັ້ນ ມີ 7 ຄົນ​ໄດ້ເດີນ​ທາງ​ໄປ​ຮົງ​ກົງ​ໃນ​ວັນ​ທີ 2 ສິງ​ຫາ​ນີ້​ກ່ອນ ເພື່ອ​ຊ່ວຍ​ດຳ​ເນີນ​ວຽກ​ງານ​ຢູ່​ຫ້ອງ​ທົດ​ລອງ. ຄະ​ນະ​ກຳ​ມະ​ການສາ​ທາ​ລະ​ນະ​ສຸກ​ແຫ່ງ​ຊາດ​ຍັງ​ຈະ​ອີງ​ຕາມ​ຄວາມ​ຕ້ອງ​ການ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ຂອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ, ຈັດ​ສົ່ງ​ຊັບ​ພະ​ຍາ​ກອນ​ທາງ​ການ​ແພດ​ຂອງ​ແຜ່ນ​ດິນ​ໃຫຍ່ຫຼາຍກວ່າ​ເກົ່າ​ໃຫ້​ກັບ​ຮົງ​ກົງ​ຕາມຫຼັງ​ໃນ​ທຸກ​ເວ​ລາ.

ວັນ​ທີ 1 ສິງ​ຫາ​ນີ້, ພະ​ແນກສາ​ທາ​ລະ​ນະ​ສຸກ​ອົງ​ການ​ປົກ​ຄອງ​ເຂດ​ບໍ​ລິ​ຫ​ານ​ພິ​ເສດ​ຮົງ​ກົງ​ໄດ້​ປະ​ກາດ​ວ່າ: ນັບ​ມາ​ຮອດ​ເວ​ລາ 0 ໂມງ​ຂອງວັນ​ທີ 1 ສິງ​ຫາ​ນີ້, ວັນ​ທີ 31 ກໍ​ລະ​ກົດ​ແລ້ວ​ນີ້, ຮົງ​ກົງ​ມີ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19ເພີ່ມ​ໃໝ່ 125 ຄົນ, ໃນ​ນັ້ນ​ມີ 124 ຄົນ​ແມ່ນ​ຕິດ​ເຊື້ອ​ຢູ່​ຮົງ​ກົງ ເຊິ່ງ​ມີ​ຜູ້​ເປັນ​ພະ​ຍາດ​ລວມ​ທັງ​ໝົດ 3397 ຄົນ. ປັດ​ຈຸ​ບັນ, ຄວາມ​ສາ​ມາດ​ໃນ​ການກວດ​ຫາ​ເຊື້ອ​ພະ​ຍາດ​ຂອງ​ຮົງ​ກົງ​ບໍ່​ສາ​ມາດ​ຕອບ​​ສະ​ໜອງກັບ​ຄວາມ​ຕ້ອງ​ການ​ໄດ້, ລະ​ບົບ​ປິ່ນ​ປົວ​ພະ​ຍາດ​ເກືອບ​ເຕັມ​ຄວາມ​ສາ​ມາດ​ຮອງ​ຮັບ, ອຸ​ປະ​ກອບກວດ​ຫາ​ເຊື້ອ​ພະ​ຍາດ​ແລະ​ກັກ​ບໍ​ລິ​ເວນ​ນັບ​ມື້​ນັບ​​ຄັດ​ສົນ. ອົງ​ການ​ປົກ​ຄອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ໄດ້​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ລັດ​ຖະ​ບານກາງ ແລະ​ໄດ້​ຮັບ​ການ​ຕອບ​ສະ​ໜອງ​ຢ່າງ​ຕັ້ງ​ໜ້າ​ແລະ​ວ່ອງ​ໄວ.

ຄຳ​ເຫັນ

0