刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອົງ​ການ​ອະ​ນາ​ໄມ​ໂລກ: ຄາດ​ວ່າ​ສະ​ພາບ​ພະ​ຍາດ​ໂຄວິດ-19ຈະ​ສື່​ຕໍ່​ໄປ​ເປັນ​ເວ​ລາ​ຍາວ​ສົມ​ຄວນ ຕ້ອງ​ມີ​ມາດ​ຕະ​ການ​ຮັບ​ມື​ໃນ​ໄລ​ຍະ​ຍາວ

2020-08-02 15:05:02 cri

 

ວັນ​ທີ 1 ສິງ​ຫາ​ນີ້, ອົງ​ການ​ອະ​ນາ​ໄມ​ໂລກ​ໄດ້​ປະ​ກາດ​ວ່າ: ສະ​ພາບ​ພະ​ຍາດ​ໂຄວິດ-19ຍັງ​ເປັນ “ເຫດ​ການສຸກ​ເສີນ​ດ້ານ​ສາ​ທາ​ລະ​ນະ​ສຸກ​​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ໃນ​ສາ​ກົນ” ຄື​ເກົ່າ, ຄາດ​ວ່າ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງພະ​ຍາດ​ຈະ​ສືບ​ຕໍ່​ໄປ​ເປັນ​ເວ​ລາ​ຍາວ​ສົມ​ຄວນ, ຕ້ອງ​ມີ​ມາດ​ຕະ​ການ​ຮັບ​ມື​ໃນ​ໄລ​ຍະ​ຍາວ.

ອີງ​ຕາມ​ຖະ​ແຫຼງ​ການ​ທີ່ກອງ​ປະ​ຊຸມ​ຂອງ​ຄະ​ນະ​ກຳ​ມະ​ການ​ເຫດ​ການ​ສຸກ​ເສີນຂອງ​ອົງ​ການ​ອະ​ນາ​ໄມ​ໂລກ​ທີ່​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 31 ກໍ​ລະ​ກົດ​ແລ້ວ​ນີ້, ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ກັນ​ວ່າ: ສະ​ພາບ​ພະ​ຍາດ​ໂຄວິດ-19ໃນ​ປັດ​ຈຸ​ບັນ ຍັງ​ເປັນ “ເຫດ​ການ​ສຸກ​ເສີນ​ດ້ານ​ສາ​ທາ​ລະ​ນະ​ສຸກ​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ໃນ​ສາ​ກົນ” ຄື​ເກົ່າ, ພ້ອມ​ທັງ​ໄດ້​ເນັ້ນ​ໜັກ​ວ່າ ຄາດ​ວ່າ​ສະ​ພາບ​ພະ​ຍາດ​ຈະ​ສື​ບ​ຕໍ່​ໄປ​ເປັນ​ເວ​ລາ​ຍາວ​ສົມ​ຄວນ, ຄວາມ​ພະ​ຍາ​ຍາມ​ໃນ​ການ​ຮັບ​ມື​ກັບ​ສະ​ພາບ​ພະ​ຍາດ​​ຢ່າງ​ຕໍ່​ເນື່ອງຂອງເຂດ​ຊຸມ​ຊົນ, ປະ​ເທດ, ພາກ​ພື້ນ ແລະ​ທົ່ວ​ໂລກ​​ມີ​ຄວາມ​ສຳ​ຄັນຫຼາຍ.

ໃນ​ຖະ​ແຫຼງ​ການ​ດັ່ງ​ກ່າວ, ຄະ​ນະ​ກຳ​ມະ​ການ​ເຫດ​ການ​ສຸກ​ເສີນຍັງ​ສະ​ເໜີ​ໃຫ້​ອົງ​ການ​ອະ​ນາ​ໄມ​ໂລກ ຈົ່ງ​ສືບ​ຕໍ່​ປຸກ​ລະ​ດົມອົງ​ການ​ຈັດ​ຕັ້ງຫຼາຍ​ຝ່າຍ​ແລະ​ຄູ່​ຮ່ວມ​ມື​ໃນ​ພາກ​ພື້ນ​ກໍ​ຄື​ໃນ​ທົ່ວ​ໂລກ ເພື່ອ​ຊຸກ​ຍູ້​ວຽກ​ການ​ປ້ອງ​ກັນ​ແລະ​ຮັບ​ມື​ກັບ​ສະ​ພາບ​ພະ​ຍາດ, ສະ​ໜັບ​ສະ​ໜູນ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ອະ​ນາ​ໄມ​ໂລກ​ຮັກ​ສາ​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ​ສຸກ ແລະ​ເລັ່ງ​ລັດ​ການ​ຄົ້ນ​ຄວ້າ​ເພື່ອ​ໄດ້​ຮັບ​ອຸ​ປະ​ກອນບົ່ງ​ມະ​ຕິ​ພະ​ຍາດ, ວິ​ທີ​ການ​ປິ່ນ​ປົວ​ພະ​ຍາດ​ແລະ​ຢາ​ວັກ​ແຊັງ.

ທ່ານ​ເທ​ໂດຼ​ສ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ອະ​ນາ​ໄມ​ໂລກ​ສະ​ແດງວ່າ​ຮັບ​ເອົາ​ຂໍ້​ສະ​ເໜີ​ຂອງ​ຄະ​ນະ​ກຳ​ມະ​ການ ແລະ​ກ່າວ​ວ່າ: ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19ຢ່າງ​ຂະ​ໜາດ​ໃຫຍ່ ແມ່ນ​ວິ​ກິດ​ການ​ສຸ​ຂະ​ພາບ​ທີ່ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ໄລ​ຍະ​ຮອບ​ຮ້ອຍ​ປີ ເຊິ່ງ​ຈະ​ສ້າງ​ຜົນ​ກະ​ທົບ​ເປັນໄລ​ຍະຫຼາຍ​ສິບ​ປີ.

ຄຳ​ເຫັນ

0