蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ເປີດ​ເຜີຍ ICD ດາວ​ທຽມ​ເປີຍ​ໂຕ ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ທົ່ວ​ໂລກໄດ້​ນຳ​ໃຊ້

2020-08-04 13:10:43 CRI

     ທ່ານ​ຢານ​ເສີງ​ສີ ໂຄ​ສົກ​ທັງ​ເປັນຫົວ​ໜ້າ​ຫ້ອງ​ການ​ຄຸ້ມ​ຄອງ​ລະ​ບົບ​ນຳ​ທາງ​ດ້ວຍ​ດາວ​ທຽມເປີຍ​ໂຕຈີນ​ໄດ້​ເປີດ​ເຜີຍ​ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງໃນ​ວັນ​ທີ 3 ສິງ​ຫານີ້​ວ່າ: ວັນ​ທີ 3 ສິງ​ຫານີ້, ລະ​ບົບ​ນຳ​ທາງດ້ວຍ​ດາວ​ທຽມທົ່ວ​ໂລກ​ເປີຍ​ໂຕ​ຂອງ​ຈີນໄດ້​ເປີດ​ເຜີຍ​ ICD ຫຼື​ການຄວບ​ຄຸມ​ການບັນ​ທຶກ​ໂປ​ແກ​ຣມ​ເຊື່ອມ​ໂຍງ​ເຄື່ອງ​ຈັກຂອງ​ການ​ບໍ​ລິ​ການ 5 ປະ​ເພດ​ຢູ່ເວັບ​ໄຊ​ທາງ​ການ​ຂອງ​ຕົນ, ເພື່ອ​ອຳ​ນວຍຄວາມ​ສະ​ດວກ​ໃຫ້​ວິ​ສາ​ຫະ​ກິດ​ທົ່ວ​ໂລກ​ຕິດ​ຕາມ ນຳ​ໃຊ້ ແລະ​ຄົ້ນ​ຄວ້າ​ຜະ​ລິດ​ຜະ​ລິດ​ຕະ​ພັນ​ເປີຍ​ໂຕ, ເຮັດ​ໃຫ້​ຜະ​ລິດ​ຕະ​ພັນ​ເປີຍ​ໂຕສາ​ມາດນຳ​ໃຊ້​ໃນທຸກ​ຂະ​ແໜງ​ການ​ໂດຍ​ໄວເທົ່າ​ທີ່​ຈະ​ໄວ​ໄດ້.

     ລະ​ບົບ​ເປີຍ​ໂຕ​ໄດ້​ກາຍ​ເປັນ 1 ໃນ 4 ລະ​ບົບ​ນຳ​ທາງ​ດ້ວຍ​ດາວ​ທຽມ​ທົ່ວ​ໂລກ​ທີ່​ໄດ້​ຮັບ​ການ​ຮັບ​ຮອງ​ຈາກ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ. ການ​ເຊື່ອມ​ໂຍງ​ເຂົ້າ​ກັນແລະການ​ຮ່ວມ​ມື​ລະ​ຫວ່າງ​ລະ​ບົບນຳ​ທາງ​ດ້ວຍ​ດາວ​ທຽມ​ເປີຍ​ໂຕກັບ​ລະ​ບົບ​ນຳ​ທາງດ້ວຍ​ດາວ​ທຽມ​ຂອງ​ອາ​ເມ​ຣິ​ກາ ຣັດ​ເຊຍ ແລະ​ສະ​ຫະ​ພາບເອີ​ຣົບໄດ້​ກ້າວ​ສູ່​ລວງ​ເລິກ​ຢ່າງບໍ່​ຢຸດຢັ້ງ. ລະ​ບົບ​ເປີຍ​ໂຕ​ໄດ້ຖືກ​ນຳ​ໃຊ້​ໃນ​ອົງ​ການ​ຈັດ​ຕັ້ງ​ສາ​ກົນຕ່າງໆ​ ເຊັ່ນ: ການ​ບິນ​ພົນ​ລະ​ເຮືອນ ກິດ​ຈະ​ການ​ທາງທະ​ເລ ດາວ​ທຽມຊ່ວຍ​ກອບ​ກູ້ໄພ​ພິ​ບັດ ​ການ​ສື່​ສານ​ເຄື່ອນ​ທີ່ ແລະ​ອື່ນໆ.

ຄຳ​ເຫັນ

0