曹琦

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອົງການແຮງງານສາກົນກ່າວວ່າ: ສະພາບພະຍາດໂຄວິດ-19ໄດ້ສ້າງຜົນກະທົບອັນໜັກໜ່ວງຕໍ່ການສຶກສາຂອງຊາວໜຸ່ມທົ່ວໂລກ

2020-08-13 17:21:28 cri

ວັນ​ທີ 11 ສິງ​ຫາ​ນີ້, ອົງ​ການ​​ແຮງ​ງານ​ສາ​ກົນ​​ໄດ້​ອອກ​ຖະ​ແຫຼງ​ການ​ໂດຍ​ວ່າ, ​ຊາວ​ໜຸ່ມທີ່​ຮຽນ​ຢູ່​ຫຼື​ທັງ​ຮຽນ​ທັງ​ເຮັດ​ວຽກ​ໃນ​​ຢູ່ໂລກ​ມີ​ຫຼາຍກວ່າ 70% ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ສະ​ພາບ​ພະ​ຍາດ​ໂຄວິດ-19, ຊາວ​ໜຸ່ມ 65% ກ່າວ​ວ່າ​ເວ​ລາ​ຮຽນ​ໄດ້​ຫຼຸດ​ລົງ​ຫຼັງ​ຈາກ​ເກີດ​ມີ​ສະ​ພາ​ບ​ພະ​ຍາດ​ໂຄວິດ-19.

ບົດ​ລາຍ​ງານ​ກ່ຽວ​ກັບ​ຜົນ​ກະ​ທົບ​ຂອງ​ສະ​ພາບ​ພະ​ຍາດ​ໂຄວິດ-19 ​ທີ່​ມີຕໍ່​ຊາວ​ໜຸ່ມ​ທີ່​ອົງ​ການ​ແຮງ​ງານສາ​ກົນ​ປະ​ກາດ​ໃນ​ມື້​ດຽວ​ກັນ​ສະ​ແດງ​ໃຫ້​ເຫັນ​ວ່າ, ໃນ​ໄລ​ຍະ​ທີ່​ເກີດ​ມີ​ສະ​ພາບ​ພະ​ຍາດ, ຊາວ​ໜຸ່ມ​ສ່ວນ​ຫຼາຍ​ໄດ້​ຮຽນ​ທາງ​ອິນ​ເຕີ​ເນັດ​ແລະ​​ຮຽນ​ທາງ​ໄກ, ມີ​ 50% ເຫັນ​ວ່າ​ການ​ຮຽນ​ຈະ​ເລື່ອນ​ເວ​ລາ, ມີ 9% ເຫັນ​ວ່າ​ກາ​ນ​ຮຽນ​ອາດ​ຈະ​ບໍ່​ສາ​ມາດ​ຈົບ​ໄດ້.

ຄຳ​ເຫັນ

0