郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ກອນ​ຈາກຫຼາຍ​ພາກ​ສ່ວນ​ຂອງມຽນ​ມາເປັນຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ 19

2020-09-11 14:43:27 cri

   ວັນ​ທີ10ກັນ​ຍານີ້ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ແລະ​ກິ​ລາ​ຂອງ​ມຽນ​ມາ​ໄດ້​ເປີດ​ເ​ຜີຍ​​ວ່າ, ຫວ່າງ​ມໍ່ໆມາ​ນີ້​ໄດ້​ກວດ​ເຊື້ອ​ໄວ​ຣັດ​ຕໍ່4339​ຄົນ,​ໂດຍ​ໄດ້​ພົບ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ19 262ກໍ​ລະ​ນີ, ນີ້​​ເປັນ​ຄັ້ງ​ທີ6ແລ້ວທີ່​ມຽນ​ມາ​ມີ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ19​​ຕໍ່​ມື້ໄດ້​ສ້າງ​ສະ​ຖິ​ຕິໃໝ່ ຫຼັງ​ຈາກ​ເກີດມີ​ສະ​ພາບ​ພະ​ຍາດ​ໂຄວິດ 19 ຮອບ​ສອງ​ໃນ​ວັນ​ທີ16ສິງ​ຫາ​ແລ້ວນີ້, ​ຈຳ​ນວນ​​ຜູ້​ເສຍ​ຊີ​ວິດ​ເພີ່ມ​ຈາກ6ຄົນ​ໃນ​ເມື່​ອ​ກ່ອນ​ເປັນ14ຄົນ. ປັດ​ຈຸ​ບັນ ຢູ່​ມຽນ​ມາ​ໄດ້​ມີ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ19​ ທັງ​ໝົດ2150ກໍ​ລະ​ນີ.

   ໃນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ19​​ເພີ່ມໃໝ່​ຢູ່ມຽນ​ມາ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້, ມີ​ຫຼາ​ຍ​ຄົນ​ເປັນ​ລັດ​ຖະ​ກອນ,ໃນ​ນັ້ນ 1ຄົນ​ແມ່ນ​ລັດ​ຖະ​ກອນ​ຢູ່ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ມຽນ​ມາ​ທີ່​ເນ​ປີ​ດໍ, ອີກ1ຄົນ​ແມ່ນ​ລັດ​ຖະ​ກອນ​ຂອງ​ພະ​ແນກຄຸ້ມ​ຄອງ​ອາ​ຫານ​ແລະ​ຢາ​ຢູ່​ນະ​ຄອນ​ຢາງ​ກຸ້ງ, ຂະ​ນະ​ດຽວ​ກັນ ​​ພາກ​ສ່ວນຕ່າງໆ ເຊັ່ນ ກະ​ຊວງ​ບໍ່​ແຮ່​ຂອງ​ມຽນ​ມາ, ໂຮງ​ໝໍ​ເອ​ກະ​ຊົນ​ຂະ​ໜາດ​ໃຫຍ່​​ຢູ່​​ຢາງ​ກຸ້ງ ກໍ​ໄດ້​ປາ​ກົດ​ມີ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ19ເຊັ່ນ​ກັນ.

ລັດ​ຖະ​ກອນ​ຈາກຫຼາຍ​ພາກ​ສ່ວນ​ຂອງມຽນ​ມາເປັນຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ 19_fororder_542719776

ລັດ​ຖະ​ກອນ​ຈາກຫຼາຍ​ພາກ​ສ່ວນ​ຂອງມຽນ​ມາເປັນຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ 19_fororder_987047841

 

ຄຳ​ເຫັນ

0