黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ນິວ​ເຈີ​ຊີ​ຂອງ​ອາ​ເມ​ຣິ​ກາ​ເກີດ​ເຫດ​ການຍິງ​ກັນ​ຜົນ​ເຮັດ​ໃຫ້​ຢ່າງ​ໜ້ອຍ 2 ຄົນ​ເສຍ​ຊີ​ວິດ

2020-09-14 14:28:09 cri

ຕອນ​ຂ້ອນ​ແຈ້ງວັນ​ທີ 13 ກັນ​ຍາ​ນີ້​ຢູ່​ໃກ້​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ໜຶ່ງ​ຂອງນ​ະ​ຄອນ​ນິວບ​​ຣັນ​ສວິກ​ລັດ​ນິວ​ເຈີ​ຊີ​ຂອງ​ອາ​ເມ​ຣິ​ກາ​ໄດ້​ເກີດ​ເຫດ​ການ​ຍິງ​ກັນ, ສົ່ງ​ຜົນ​ເຮັດ​ໃຫ້​ຢ່າງ​ໜ້ອຍ 2 ຄົນ​ເສຍ​ຊີ​ວິດ​ແລະ 6 ຄົນ​ບາດ​ເຈັບ.

ເຫດ​ການ​ດັ່ງ​ກ່າວ​ເກີດ​ຂຶ້ນ​​ຂອງປະ​ມານ 1 ໂມງ 30 ນາ​ທີວັນ​ທີ 13 ກັນ​ຍາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ​ຈຸດ​ເກີດ​ເຫດ​ຫ່າງ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ຣັດ​ເກີ​ສ໌ ສອງບ​ລອກ​ຖະ​ໜົນ, ໃນ​ເວ​ລາ​ເກີດ​ເຫດ​​ບ່ອນ​ນັ້ນ​ກຳ​ລັງ​ຈັດ​ງານ​ຊຸມ​ນຸມ. ປັດ​ຈຸ​ບັນ, ຍັງ​ບໍ່​ທັນ​ຊາບ​ວ່າ​ໃຜ​ເປັນ​ຜູ້​ກໍ່​ເຫດ, ຄະ​ດີ​ດັ່ງ​ກ່າວ​​ພວມ​ຢູ່​ໃນ​ໄລ​ຍະ​ສືບ​ສວນ.

ຄຳ​ເຫັນ

0