何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ທ່າ​ແຮງ​ດ້ານ​ລະ​ບອບຈະ​ຊຸກ​ຍູ້​ຄວາມ​ສາ​ມາດ​ຂອງ​ການປະ​ດິດ​ສ້າງ​ໃໝ່​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຂອງ​ຈີນ​ໃຫ້​ສູງ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ

2020-09-14 18:22:15 CRI

ວັນ​ທີ 2 ກັນ​ຍາ​ປີ 2020, ອົງ​ການ​ຊັບ​ສິນ​ທາງ​ປັນ​ຍາ​ໂລກ​ໄດ້​ເຜີຍ​ແຜ່ “ບົດ​ລາຍ​ງານ​ດັດ​ຊະ​ນີ​ການ​ປະ​ດິດ​ສ້າງ​ໃໝ່​(GII)ຂອງ​ໂລກ ປີ2020 ” ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນຈຳນວນ 131ອົງ​ກອນ​ເສດ​ຖະ​ກິດ​ຂອງ​ທົ່ວ​ໂລກ, ດັດ​ສະ​ນີ​ປະ​ດິດ​ສ້າງ​ໃໝ່​ຂອງ​ຈີນ​ຢູ່​ໃນ​ອັນ​ດັບ​ທີ 14. ໃນ​ຖາ​ນະ​ເປັນ​ປະ​ເທດ​ພວມ​ພັດ​ທະ​ນາ​ໃຫຍ່​ທີ່​ສຸດຂອງ​ໂລກ, ຈີນ​ເປັນ​ອົງ​ກອນ​ເສດ​ຖະ​ກິດ​ທີ່​ມີລາຍ​ຮັບ​ປານ​ກາງ​ພຽງ​ໜຶ່ງ​ດຽວ​​ໃນ 30 ອັນ​ດັບ​ທຳ​ອິດ. ນອກຈາກ​ນີ້, ຈີນ​ຍັງ​ມີ​ເຂດ​ນິຄົມ​ວິ​ທະ​ຍາ​ສາດ​ເຕັກ​ນິກ 17​ແຫ່ງ​ຖືກ​ຈັດ​ເຂົ້າ​ໃນ 100​ ​ເຂດ​ນິຄົມກຸ່ມ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ທີ່​ເຂັ້ມ​ແຂງ​ຂອງ​ໂລກ, ເຊິ່ງຮອງ​ຈາກ​ພຽງ​ແຕ່ອາ​ເມ​ຣິ​ກາ, ຈຶ່ງຢູ່​ໃນ​ອັນ​ດັບ​ 2 ຂອງ​ໂລກ.

​ທ່າ​ແຮງ​ດ້ານ​ລະ​ບອບຈະ​ຊຸກ​ຍູ້​ຄວາມ​ສາ​ມາດ​ຂອງ​ການປະ​ດິດ​ສ້າງ​ໃໝ່​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຂອງ​ຈີນ​ໃຫ້​ສູງ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ_fororder_微信图片_20200914181635

ເມື່ອ​ຫວນ​ຄືນ​ເຖິງ​ຂະ​ບວນ​ການ​ພັດ​ທະ​ນາ​ຂອງ​ການ​ປະ​ຕິ​ຮູບ ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ​ເປັນ​ເວລາ 40 ກວ່າ​ປີ​ແລ້ວ, ການທີ່​ສາ​ມາດ​ໄດ້​ຮັບ​​ຜົນສຳ​ເລັດ​ອັນ​ສະຫງ່າ​ງາມ​ໃນ​ການ​ປະ​ດິດ​ສ້າງ​ໃໝ່​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ, ກໍ​ຍ້ອນ​ວ່າ​ຜູ້​ນຳ​ພັກ ແລະ ລັດ​ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຕໍ່​ການ​ປະ​ດິດ​ສ້າງ​ໃໝ່​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ, ພ້ອມດຽວ​ກັນ​ກໍ​ໄດ້​ຊຸກ​ຍູ້​ໃຫ້​ການ​ປະ​ດິດ​ສ້າງ​ໃໝ່​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຫັນ​ເປັນ​ລະ​ບຽບ​ການ​ ແລະ ຄຸ້ມ​ຄອງ​ຕາມ​ກົດ​ໝາຍ.

 

ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່ຂອງ​ພັກ​ກອ​ມ​ມູ​ນິດ​ຈີນ​ຄັ້ງ​ທີ 18 ​ເປັນ​ຕົ້ນ​ມາ, ສູນ​ກາງ​ພັກ​ທີ່​ຖື​ສະ​ຫາຍ​ສີ​ຈິ້ນ​ຜິງ​ເປັນ​ແກນ​ນຳ​ໄດ້​ມີ​ວິ​ໄສ​ທັດ​ເບິ່ງກວ້າງມອງ​ໄກ, ທ່ານ​ໄດ້ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຕໍ່​ການ​ປະ​ດິດ​ສ້າງ​ໃໝ່​​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກຢ່າງ​ເປັນ​ເຈົ້າ​ຕົນ​ເອງ, ທັງ​ໄດ້ລະດົມ​ຈິດ​ໃຈ​ປະ​ຊາ​ຊົນ​​ໃນທົ່ວ​ປະ​ເທດວ່າ: “ບໍ່​ມີ​ຍາມ​​ໃດ​ທີ່​ວິ​ທະ​ຍາ​ສາດ​ເຕັກ​ນິກ​ໄດ້​ສົ່ງ​​ຜົນ​ສະ​ທ້ອນ​ຢ່າງ​ເລິກ​ເຊິ່ງ​ຕໍ່​ຊາ​ຕາ​ກຳ​​ຂອງ​ປະ​ເທດ​ເຮົາ​ຄື​ທຸກ​ມື້​ນີ້, ​ມີ​ຜົນ​ສະ​ທ້ອນ​ຢ່າງ​ເລິກ​ເຊິ່ງ​ຕໍ່​ຄວາມສຸກ ​ແລະ ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຢ່າງ​ເລິກ​ເຊີ່ງ​ຄື​ທຸກ​ມື້​ນີ້” “ເຕັກ​ນິກ​ແກນ​ກາງ​ທີ່​ສຳ​ຄັນ​ແມ່ນ​ສິ່ງ​ທີ່​​ບໍ່​ສາ​ມາດຂໍ​ມາ​ໄດ້ ​ແລະ ​ບໍ່​ສາ​ມາດຊື້ໄດ້”, “ຈີນ​ຢາກ​ເຂັ້ມ​ແຂງ​ຂຶ້ນ ແລະ ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ, ກໍ​ຕ້ອງ​ອອກ​ແຮງພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ນິກ, ພະ​ຍາ​ຍາມສ້າງ​ປະ​ເທດ​ໃຫ້​ກາຍ​ເປັນ​ສູນ​ກາງທາງ​ດ້ານວິ​ທະ​ຍາ​ສາດ​ສຳ​ຄັນ ແລະ ສູນ​ປະ​ດິດ​ສ້າງ​ໃໝ່​ຂອງ​ໂລກ.”

 

ການ​ປະ​ດິດ​ສ້າງ​ໃໝ່​ບໍ່​ມີ​ວັນ​ສິ້ນ​ສຸດຈັກ​ເທື່ອ, ແຮງ​ຂັບ​ເຄື່ອນ ແລະ ຄວາມ​ມີຊີ​ວິດ​ຊີ​ວາ​ຂອງ​ປະ​ຊາ​ຊົນ​ຈີນ​ໃນ​ການ​ປະ​ດິດ​ສ້າງ​ໃໝ່​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິ​ກ​ຂອງ​ປະຊາຊົນ​ຈີນ​ບໍ່​ມີ​ວັນ​ເຫືອດ​ແຫ້ງ. ທ່າ​ແຮງ​ດ້ານ​ລະ​ບອບ​ໄດ້​ເຮັດ​ໃຫ້​ຄວາມ​ສາ​ມາດ​ປະ​ດິດ​ສ້າງ​ໃໝ່​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຂອງ​ປະ​ຊາ​ຊົນ​ຈີນ​ເຕີບ​ໃຫຍ່​ຂະຫຍາຍຕົວ ທັງ​ໄດ້​ສ້າງ​ສິ່ງ​ມະ​ຫັດ​ສະ​ຈັນ. ເຊື່ອ​ວ່າ​ທ່າ​ແຮງ​ດ້ານ​ລະ​ບອບ​ແນວ​ນີ້​ຈະ​ເສີ​ມ​ຂະ​ຫຍາຍ​ບົດ​ບາດ​ຢ່າງ​ຕໍ່​ເນື່ອງ, ຈະ​ເຮັດ​ໃຫ້​ປະ​ຊາ​ຊົນ​ຈີນ​ໄດ້​ຮັບ​ຜົນ​ສຳ​ເລັດຫຼາຍກວ່າ​ເກົ່າ​ບົນ​ເສັ້ນ​ທາງ​ຂອງການ​ປະ​ດິດ​ສ້າງ​ໃໝ່​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ.

ຄຳ​ເຫັນ

0