蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​​ພົບ​ປະ​ກັບ​ຜູ້​ນຳ​ເຢຍ​ລະ​ມັນ​ແລະ​ສະ​ຫະ​ພາບ​ເອີ​ຣົບ​ຜ່ານ​ທາງວິ​ດີ​ໂອ ເພື່ອ​ກຳ​ນົດ​ທິດ​ທາງ​ການ​ຮ່ວມ​ມື

2020-09-15 16:06:04 CRI

ຕອນ​ຄ່ຳ​ວັນ​ທີ 14 ກັນ​ຍາ​ນີ້, ຢູ່​ນະ​ຄອນຫຼວ​ງ​ປັກ​ກິ່ງ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ນາງ​ແອັງ​ເຈີ​ລາ ເມີ​ເຄວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ, ທ່ານ​ຊາ​ເລ ມີ​ແຊນ ປະ​ທານ​ສະ​ພາ​ມົນ​ຕີ​ເອີ​ຣົບ ແລະ ທ່ານ​​ອູ​ເຊີລາ ​ວອນ ເດີ ​ໄລ​ເຍີ ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ​ສະ​ຫ​ະ​ພາບ​ເອີ​ຣົບໂດຍ​ຜ່ານ​ທາງວິ​ດີ​ໂອ. ຜູ້​ນຳ​ຈີນ, ​ເຢຍ​ລະ​ມັນ​ ແລະ ເອີ​ຣົບໄດ້​ລົງ​ເລິກ​ແລກ​ປ່ຽນ​ຄວາມ​​ຄິດເຫັນ​ກ່ຽວ​ກັບ​ການ​ພົວ​ພັນ​ຈີນ-ເອີ​ຣົບ, ​ຮ່ວມ​ກັນ​ກຳ​ນົດ​ທິດ​ທາງ​ການ​ພົວ​ພັນ​ຈີນ-ເອີ​ຣົບ​ໃນ​ໄລ​ຍະ​ຕໍ່​ໄປ, ກຳ​ນົດ​ຂົງ​ເຂດ​ຈຸດ​ສຸມ​ໃນ​ການ​ຮ່ວມ​ມື​​ກັນ, ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ກັນເພີ່ມ​ທະ​ວີ​ການ​ປະ​ສານ​ງານ ແລະ ຮ່ວມ​ມື​ກັນ ເພື່ອ​ຮັບ​ປະ​ກັນ​ວາ​ລະ​​ທາງການ​ເມືອງ​ທີ່​ສຳ​ຄັນ​ຕ່າງໆ​ລະ​ຫວ່າງ​ຈີນ​ແລະ​ເອີ​ຣົບ​ໃນ​ໄລ​ຍະ​ຕໍ່​ໄປ​​ໃຫ້​ປະ​ສົບ​ຜົນ​ສຳ​ເລັດ, ລົງ​ເລິກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ບັນ​ລຸ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ຍຶດ​ໝັ້ນໃນຫຼັກ​ການ​ປົກ​ປັກ​ຮັກ​ສາ​ລັດ​ທິຫຼາຍ​ຝ່າຍ, ຮ່ວມ​ມື​ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ທີ່​ມີ​ລັກ​ສະ​ນະ​ທົ່ວ​ໂລກ, ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ຈີນ-ເອີ​ຣົບ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງກວ່າ​ເກົ່າ. ຈີນ​ແລະ​ເອີ​ຣົບ​ໄດ້​ປະ​ກາດ​ການ​ລົງ​ນາມ​ໃນ “ສັນ​ຍາ​ເຄື່ອງໝາຍ​ທາງ​​ພູມ​ສາດຈີນ-ເອີ​ຣົບ”, ເນັ້ນ​ໃສ່​​ການເລັ່ງ​ລັດ​ການ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​ແລະ​ການ​ລົງ​ທຶນ​ຈີນ-ເອີ​ຣົບ ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ຂອງ​ການ​ເຈ​ລະ​ຈາ​​ໃຫ້​ສຳ​ເລັດພາຍ​ໃນ​ປີ​ນີ້. ​ຈີນ​ແລະ​ເອີ​ຣົບ​ໄດ້​ຕົກ​ລົງ​ສ້າງ​ກົນ​ໄກ​ສົນ​ທະ​ນາ​ລະ​ດັບ​ສູງ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ​ແລະ​ດິນ​ຟ້າ​ອາ​ກາດ ແລະ ກົນ​ໄກ​ສົນ​ທະ​ນາ​ລະ​ດັບ​ສູງ​ໃນ​ຂົງ​ເຂດ​ດີ​ຈີ​ຕອນ, ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ສີຂຽວ​ຈີນ-ເອີ​ຣົບ ແລະ ການ​ພົວ​ພັນ​ຄູ່​ຮ່ວມ​ດີ​ຈີ​ຕອນ​ຈີນ-ເອີຣົບ.

ຄຳ​ເຫັນ

0