蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຍິນ​ດີ​ດຳ​ເນີນ​ການ​ຮ່ວມ​ມື​ດ້ານ​ຢາ​ວັກ​ຊີນກັນ​ພະ​ຍາດ​ໂຄວິດ-19 ກັບ​​ອາ​ຊຽນ​ຢ່າງ​ຮອບ​ດ້ານ

2020-09-15 16:04:35 CRI

ວັນ​ທີ 14 ກັນ​ຍາ​ນີ້, ຢູ່ນ​ະ​ຄອນຫຼວງ​ຈາ​ກາ​ຕາ​ປະ​ເທດ​ອິນ​ໂດ​ເນ​ເຊຍ, ທ່ານ​ເຕິ້ງ​ຊີ​ຈຸ່ນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ອາ​ຊຽນ​ກ່າວ​ວ່າ: ຈີນ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ຊົມ​ໃຊ້​ຂໍ້​ມູນ​ກັບ​ບັນ​ດາ​ປະ​ເທດ​​ອາ​ຊຽນ, ດຳ​ເນີນກ​ານ​ຄົ້ນ​ຄວ້າ​ຜະ​ລິດ ແລະ ນຳ​ໃຊ້​ຢາ​ວັກ​ຊີນ​ກັນ​ພະ​ຍາດ​ໂຄວິດ-19 ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ​ຢ່າງ​ຮອບ​ດ້ານ.

ທ່ານ​ເຕິ້ງ​ຊີ​ຈຸ່ນ​ກ່າວ​ຕື່ມ​ວ່າ: ນັບ​ແຕ່​ເກີດ​​ມີການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເປັນ​ຕົ້ນ​ມາ, ການ​ຮ່ວມ​ມື​ຕ້ານ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ລະ​ຫວ່າງ​ຈີນ​ແລະ​ອາ​ຊຽນ​ເປັນ​ການ​ຮ່ວມ​ມື​ທີ່​ເປັນ​ແບບ​ຢ່າງ ເຊິ່ງ​ໄດ້​ເພີ່ມ​ພະ​ລັງ​ຊຸກ​ດັນ​ໃໝ່​ໃຫ້​ແກ່​ການ​ເສີມ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-ອາ​ຊຽນ​ທີ່​ແໜ້ນ​ແຟ້ນກວ່າ​ເກົ່າ.

ທ່ານ​ເຕິ້ງ​ຊີ​ຈຸ່ນ​ກ່າວ​ວ່າ: ຢາ​ວັກ​ຊີນເປັນ​ຂົງ​ເຂດ​ຈຸດ​ສຸມ​ຂອງ​ການ​ຮ່ວມ​ມື​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໃນ​ຂັ້ນ​ຕໍ່​ໄປ. ຈີນ​ໄດ້​ນຳ​ໜ້າການ​ຄົ້ນ​ຄວ້າ​ຜະ​ລິດ​ຢາ​ວັກ​ຊີນ​ໃນ​ທົ່ວ​ໂລກ. ໃນ​ໄລ​ຍະ​ຕໍ່​ໄປ, ຈີນ​ຈະ​ເອົາ​ໃຈ​ໃສ່ພິ​ຈາ​ລະ​ນາ​ເຖິງ​ຄວາມ​ຕ້ອງ​ການ​ຂອງ​ບັນ​ດາ​ປະ​ເທດ​​ອາ​ຊຽນ ໃນ​ດ້ານການ​ຄົ້ນ​ຄວ້າ​ຜະ​ລິດ ແລະ ນຳ​ໃຊ້​ຢາ​ວັກຊີນ. ຈີນ​ຍິນ​ດີເພີ່ມ​ທະ​ວີ​ການ​ຊົມ​ໃຊ້​ຂໍ້​ມູນ​ກັບ​ບັນ​ດາ​ປະ​ເທດ​​ອາ​ຊຽນ, ດຳ​ເນີນກ​​ານ​ຄົ້ນ​ຄວ້າ​ຜະ​ລິດ ແລະ ນຳ​ໃຊ້​ຢາ​ວັກ​​ຊີນ​ກັນ​ພະ​ຍາດ​ໂຄວິດ-19 ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ​ຢ່າງ​ຮອບ​ດ້ານ.

ຄຳ​ເຫັນ

0