黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ໄດ້​ເຊັນ​ເອກະສານ​ຮ່ວມ​ມື​ກ່ຽວ​ກັບ​ການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ກັບ 138 ປະ​ເທດ ​ແລະ 30 ອົງການ​ຈັດ​ຕັ້ງ​ສາ​ກົນ

2020-09-15 10:15:00 CRI

ຄະນະ​ກຳມະ​ການ​ການ​ພັດທະນາ​ແລະ​ປະຕິ​ຮູບ​ແຫ່ງ​ຊາດ​ຈີນ​ໄດ້​ຖະ​ແຫຼງ​ໃນ​ວັນ​ທີ 14 ກັນຍາ​ນີ້​ວ່າ: ຄະນະ​ກຳມະການ​ຕົນ​ໄດ້​ຈັດ​ກອງ​ປະຊຸມ​ຊຸກຍູ້​ວຽກ​ງານ​ຈຸດ​ສຸມ​ປີ 2020 ກ່ຽວ​ກັບ​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ຢູ່​ນະຄອນ​ສວນ​ໂຈ່​ວ ​ແຂວງ​ຝູຈ້ຽນ​ເມື່ອ​ບໍ່​ດົນ​ມາ​ນີ້.

ກອງ​ປະຊຸມ​ໄດ້​ລະບຸ​ວ່າ: ​ໄດ້​ຊຸກຍູ້​ການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ​ໃຫ້​​ມີ​ຄວາມ​ຄືບ​ໜ້າ​ອັນ​ສຳຄັນ ​ແລະ​ມີ​ປະສິດທິ​ຜົນ​ອັນ​ຈະ​ແຈ້ງ, ມາ​ຮອດ​ປັດຈຸບັນ, ຈີນ​ໄດ້​ເຊັນ​ເອກະສານ​ການຮ່ວມ​ມືກ່ຽວ​ກັບ​ການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” 200 ສະບັບກັບ 138 ປະ​ເທດ ​ແລະ 30 ອົງການ​ຈັດ​ຕັ້ງ​ສາ​ກົນ, ​​​ເຮັດ​ໃຫ້ໂຄງ​ປະກອບ​ການ​ເຊື່ອມ​ຈອດ “6 ​ແລວ​ທາງ​ເສດຖະກິດ, 6 ​ເສັ້ນທາງ, ການຮ່ວມ​ມື​ກັບ​ບັນດາ​ປະ​ເທດ ກໍ​ຄື​ບັນດາ​ທ່າ​ກຳ​ປັ່ນຕ່າງ​ໆ” ​ໄດ້​ປາກົດ​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ​ໂດຍ​ພື້ນຖານ.

ກອງ​ປະຊຸມ​ໄດ້​​ເນັ້ນໜັກ​ວ່າ: ປີ 2020 ​ແມ່ນ​ປີ​ສຸດ​ທ້າຍ​ແຫ່ງ​ການ​ສ້າງ​ສັງຄົມ​ອີ່ມ​ໜຳ​ສຳລານ​​ໃຫ້​ສຳ​ເລັດຢ່າງຮອບດ້ານ ແລະການ​ປະຕິບັດ​ແຜນການ 5 ປີ​ຄັ້ງ​ທີ 13, ທ້ອງ​ຖິ່ນ​ຕ່າງໆ, ພາກສ່ວນ​ຕ່າງໆ ​ແລະ ໜ່ວຍ​ງານ​ຕ່າງໆ ຕ້ອງ​ຊຸກຍູ້​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະບາດ​ຂອງ​ພະຍາດ ກັບຄວາມ​ຕ້ອງການ​ດ້ານ​ການ​ພັດທະນາ​ເສດຖະກິດ​ສັງຄົມ​​ໃຫ້​ເປັນ​ເອກະ​ພາບ​ກັນ, ຊຸກຍູ້​ການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ​ໃຫ້ມີ​ຄຸນ​ນະພາ​ບສູງ.

ຄຳ​ເຫັນ

0