尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ ສີຈິ້ນຜິງ ໄປສຳຫຼວດກວດກາວຽກງານຢູ່ແຂວງຫູໜານ

2020-09-17 15:03:59 cri

ທ່ານ ສີຈິ້ນຜິງ ໄປສຳຫຼວດກວດກາວຽກງານຢູ່ແຂວງຫູໜານ_fororder_微信图片_20200917100928
ວັນທີ 16 ກັນຍານີ້, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ແຂວງຫູໜານ. ໃນຕອນບ່າຍມື້ດັ່ງກ່າວ, ທ່ານ ສີຈິ້ນຜິງ ໄດ້ເດີນທາງຢ້ຽມຢາມເມືອງຢູເສີງນະຄອນເສີ່ນໂຈ່ວໂດຍໄປຢ້ຽມຢາມຫໍວາງສະແດງຫົວຂໍ້ສະເພາະຄື: “ຄວາມອົບອຸ່ນຈາກຜ້າຫົ່ມເຄິ່ງຜືນ” ຢູ່ບ້ານເຜົ່າຢ້າວຊ່າໂຈ່ວຕາແສງເຜົ່າຢ້າວວັດທະນະທຳ, ສູນບໍລິການແລະສຸກສາລາບ້ານ,ຖານສາທິດການທ່ອງທ່ຽວຊົນນະບົດທັນສະໄໝຊ່າໂຈ່ວ, ໂຮງຮຽນປະຖົມເຂດ ໜຶ່ງຂອງຕາແສງເຜົ່າຢາວວັດທະນະທຳທັງໄປຢ້ຽມຢາມເຮືອນຊາວບ້ານ, ເພື່ອຊອກຮູ້ສະພາບການສຶກສາກ່ຽວກັບປະຫວັດສາດຂອງການປະຕິວັດ, ການພັດທະນາອຸດສາຫະກຳເພື່ອຫຼຸດຜ່ອນຄວາມທຸກຍາກ,ຄວາມຄືບໜ້າໃນການຮັກສາໝາກຜົນດ້ານການລົບລ້າງຄວາມທຸກຍາກແລະສະພາບອື່ນໆຢູ່ທ້ອງຖິ່ນ.

ທ່ານ ສີຈິ້ນຜິງ ໄປສຳຫຼວດກວດກາວຽກງານຢູ່ແຂວງຫູໜານ_fororder_微信图片_202009171009281

ຄຳ​ເຫັນ

0