莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຟີ​ລິບ​ປິນ​​ແກ່​ຍາວ​ສະ​ພາ​ວະ​ໄພ​ພິ​ບັດ​ທົ່ວ​ປະ​ເທດ​ປີ​ໜຶ່ງ​ເພື່ອ​ຮັບ​ມື​ກັບ​ພະ​ຍາດ​ໂຄວິດ-19

2020-09-19 14:46:07 CRI

ຕາມ​ຂ່າວCRI:ວັນ​ທີ 18 ກັນ​ຍານີ້, ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ​​ປະ​ກາດວ່າ, ເນື່ອງ​ຈາກ​ພະ​ຍາດ​ໂຄວິດ-19 ຍັງ​ຄົງ​ສືບ​ຕໍ່​ແຜ່​ລະ​ບາດ​ຢູ່​ພາຍ​ໃນ​ປະ​ເທດ, ລັດ​ຖະ​ບານ​ຕົກ​ລົງ​ຈະ​ແກ່​ຍາວ​ສະ​ພາ​ວະ​ໄພ​ພິ​ບັດ​ທົ່ວ​ປະ​ເທດ​ທີ່​ໄດ້​ປະ​ຕິ​ບັດ​ມາ​ເປັນ​ເວ​ລາເຄິ່ງ​ປີ​ແລ້ວນັ້ນ​ໄປ​ຮອດ​ເດືອນ​ກັນ​ຍາ​ປີ​ໜ້າ.

ໃນ​ແຈ້ງ​ການ​ຂອງ​ລັດ​ຖະ​ບານ​ທີ່​ທ່ານ​ໂຣດ​ຣີ​ໂກ ດູ​ເຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ​ປະ​ກາດ​ໃນ​ມື້​ດຽວ​ກັນ​ກ່າວ​ວ່າ: ​ນັບແຕ່​ຟີ​ລິບ​ປິນ​ເຂົ້າ​ສູ່​ສະ​ພາ​ວະ​ໄພ​ພິ​ບັດ​ທົ່ວ​ປະ​ເທດ​ຍ້ອນ​ພະ​ຍາດ​ໂຄວິດ-19 ໃນ​ເດືອນ​ມີ​ນາ​ປີນີ້​ເປັນ​ຕົ້ນ​ມາ, ໄດ້​ຮັບ​ຄວາມ​ກ້າວ​ໜ້າ​ຢ່າງ​ເດັ່ນ​ຊັດ​ໃນ​ດ້ານ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໂດຍພາຍ​ໃຕ້​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ​ຂອງ​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ,ແຕ່​ປັດ​ຈຸ​ບັນ ຈຳ​ນວນ​ຄົນ​ທີ່​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ແລະ​ເສຍ​ຊີ​ວິດ​​ຍັງ​ພວມ​ເພີ່ມ​ຂຶ້ນ​ຢ່າງບໍ່​ຢຸດຢັ້ງ. ອີງ​ຕາມ​ການ​ກຳ​ນົດ​ຂອງ​ລັດ​ຖະ​ທຳ​ມະ​ນູນ​ແລະ​ກົດ​ໝາຍ, ລັດ​ຖະ​ບານ​ຕົກ​ລົງ​ຈະ​ແກ່​ຍາວ​ສະ​ພາ​ວະ​ໄພ​ພິ​ບັດ​ທົ່ວ​ປະ​ເທດ​ໄປ​ຮອດ​ວັນ​ທີ 12 ກັນ​ຍາ​ປີ​ 2021, ​ຍົກເວັ້ນແຕ່​ມີ​ລັດ​ຖະ​ດຳ​ລັດ​ໃໝ່​ໃຫ້​ຍົກ​ເລີກ​ກ່ອນ​ເວ​ລາ​ກຳ​ນົດຫຼື​ສືບ​ຕໍ່​​ແກ່​ຍາວ​ສະ​ພາ​ວະ​ດັ່ງ​ກ່າວ.

ຕາມ​ສະ​ຖິ​ຕິ, ມາ​ຮອດ​ຕົ້ນ​ເດືອນ​ກັນ​ຍານີ້, ລັດ​ຖະ​ບານ​ຟີ​ລິບ​ປິນ​ໄດ້​ເບີກ​ງົບ​ປະ​ມານ 8 ຕື້ 40 ລ້ານ​ໂດ​ລາ ເພື່ອ​ໃຊ້​ເຂົ້າ​ໃນ​ການ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ.

ຄຳ​ເຫັນ

0