刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບົດ​ປາ​ໄສ​​ການ​ອະພິປາຍ​ທົ່ວ​ໄປໃນ​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ຄັ້ງ​ທີ 75 ​ໂດຍ​ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ

2020-09-23 17:35:55 cri

ບົດ​ປາ​ໄສ​​ການ​ອະພິປາຍ​ທົ່ວ​ໄປໃນ​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ຄັ້ງ​ທີ 75  ​ໂດຍ​ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ

 

ບົດ​ປາ​ໄສ​​ການ​ອະພິປາຍ​ທົ່ວ​ໄປໃນ​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ຄັ້ງ​ທີ 75

​ໂດຍ​ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ

ວັນ​ທີ 22 ກັນຍາ​ປີ 2020​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ

​ຮຽນທ່ານ​ປະທານ

ບັນ​ດາ​ເພື່ອນ​ມິດ:

ປີ​ນີ້​ແມ່ນ​ປີ​ທີ່​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ສົງຄາມ​ຕ້ານ​ຟາດ​ຊິດ​ໂລກຄົບຮອບ 75 ປີ, ທັງ​ແມ່ນ​​ປີ​ທີ່ອົງການ​ສະຫະ​ປະຊາ​ຊາດ​ສ້າງ​ຕັ້ງ​ຂຶ້ນ​ຄົບຮອບ 75 ປີ. ມື້ວານ​ນີ້, ອົງການ​ສະຫະ​ປະຊາ​ຊາດ​ໄດ້​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ເພື່ອ​ລະນຶກ​ວັນ​ສ້າງ​ຕັ້ງ​​ອົງ​ການ​ສະ​ຫະ​ປະ​ຊາ​ຊາດຄົບຮອບ 75 ປີ​ຢ່າງ​ຍິ່ງ​ໃຫຍ່, ​ເພື່ອ​ຈື່​ຈຳບົດຮຽນ​ທາງ​ປະຫວັດສາດ​ຂອງ​ສົງຄາມ​ຕ້ານ​ຟາດ​ຊິດ​ໂລກ, ​ທັງ​ຢືນ​ຢັນເຖິງ​ຄຳ​ໝັ້ນ​ສັນຍາ​ອັນ​​ເດັດດ່ຽວ​ທີ່​ມີ​ຕໍ່​ຈຸດປະສົງ ​ແລະ ຫຼັກການ​ຂອງ​ກົດ​ບັດ​ສະຫະ​ປະຊາ​ຊາດ, ​ເຊິ່ງມີ​ຄວາມ​ໝາຍ​​ສຳຄັນທີ່​ສຸດ.

ທ່ານ​ປະທານ!

ມວນ​ມະນຸດ​ພວມ​ຕໍ່ສູ້​ກັບ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19. ​ເຊື້ອ​ພະຍາດ​ໄດ້​ແຜ່​ລະບາດ​ຢູ່​ໃນ​ຂອບ​ເຂດ​ທົ່ວ​ໂລກ​ຢ່າງ​ຮ້າຍ​ແຮງ, ​​ທັງ​ມີ​ລັກ​ສະ​ນະ​ໃກ້​ຈະ​ໝົດ​ສິ້ນ​ໄປ​ແຕ່​ພັດ​ກັບ​ເກີດ​ຂຶ້ນ​ອີກ​ຮອບ​ໃໝ່​ເລື້ອຍໆ. ພວກ​ຂ້າພະ​ເຈົ້າເຫັນ​ຄວາມ​ພະ​ຍາ​ຍາມ​ຂອງ​ລັດ​ຖະ​ບານ​ບັນ​ດາ​ປະ​ເທດ ການ​ປະ​ກອບ​ສ່ວນ​ຂອງ​ພະ​ນັກ​ງານ​ການ​ແພດ ການ​ຄົ້ນ​ຄວ້າວິ​ທະ​ຍາ​ສາດ ແລະ ຄວາມ​ມຸ່ງ​ໝັ້ນ​ຂອງ​ປະ​ຊາ​ຊົນ​ສາ​ມັນ. ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ໄດ້​ຊ່ວຍ​ຊູ​ຍູ້​ໜູນ​ກັນ, ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ກ້າ​ຫານ ຄວາມ​ຕັດ​ສິນ​ໃຈ ແລະ ຄວາມມີ​ເມ​ຕາ​ຂອງມວນ​ມະ​ນຸດ​ເມື່ອ​ຜະ​ເຊີນ​ກັບໄພ​ພິ​ບັດ​ທີ່​ໜັກ​ໜ່ວງ, ເຊິ່ງ​ໄດ້​ເປັນ​ແສງ​ສະ​ຫວ່າງ​​ສາດ​ສ່ອງ​ໃນ​ຂະ​ນະ​ທີ່​ມືດ​ມົນ. ມະ​ນຸດ​ຈະ​ເອົາ​ຊະ​ນະ​ພະ​ຍາດ​ຢ່າງ​ແນ່ນອນ, ໄຊ​ຊະ​ນະ​ນີ້​ຈະ​ຂຶ້ນ​ກັບ​ປະ​ຊາ​ຊົນ​ທົ່ວ​ໂລກ​ຢ່າງ​ແນ່ນອນ!

ເມື່ອ​ຜະ​ເຊີນ​ໜ້າ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ພວກ​​ເຮົາ​ຕ້ອງ​ປະ​ຕິ​ບັດ​ຕາມ​ທັດ​ສະ​ນະ​ທີ່​ຖື​ປະ​ຊາ​ຊົນ​ສຳ​ຄັນ​ກວ່າ​ໝູ່ ແລະ ຊີ​ວິດ​ສຳ​ຄັນ​ກວ່າ​ໝູ່. ຕ້ອງ​ຈັດ​ສັນ​ຊັບ​ພະ​ຍາ​ກອນ​ທັງ​ໝົດ, ປ້ອງ​ກັນ ແລະ ປິ່ນ​ປົວ​ພະ​ຍາດ​ຕາມ​ຫຼັກ​ວິ​ທະ​ຍາ​ສາດ, ໃຊ້​ນະ​ໂຍ​ບາຍ​ຢ່າງ​ຖືກ​ຕ້ອງ​ກັບ​ເປົ້າ​ໝາຍ​ທີ່​ແນ່ນອນ, ບໍ່​ປ່ອຍ​ປະ​ຜູ້​ຕິດ​ເຊື້ອ​​ແລະຄົນ​ເຈັບ​ແມ່ນ​ແຕ່​ຄົນ​ດຽວ, ເດັດ​ດ່ຽວ​ສະ​ກັດ​ກັ້ນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ.

ເມື່ອ​ຜະ​ເຊີນ​ໜ້າ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ພວກ​ເຮົາ​ຕ້ອງ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ ຮ່ວມ​ແຮງ​ຮ່ວມ​ໃຈ​​ກັນຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາ​ກ. ຕ້ອງ​ຍຶດ​ໝັ້ນ​ຈິດ​ໃຈ​ວິ​ທະ​ຍາ​ສາດ, ເສີ​ມ​ຂະ​ຫຍາຍ​ບົດ​ບາດ​ນຳ​ພາ​ທີ່​ສຳ​ຄັນ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ​ຢ່າງ​ເຕັມ​ສ່ວນ, ຊຸກ​ຍູ້​ການ​​ຮ່ວມ​ມື​ສາ​ກົນ​ເພື່ອປ້ອງ​ກັນ ແລະ ຄວບ​ຄຸມ​ຮ່ວມ​ກັນ​, ເດັດ​ດ່ຽວ​ເອົາ​ຊະ​ນະ​ໃນ​ບັ້ນ​ຕ້ານ​ກັບ​ພະ​ຍາດ​ໃນ​ທົ່ວ​ໂລກ, ຄັດ​ຄ້ານ​ການ​ຫັນ​ເອົາ​ບັນ​ຫາ​ກ່ຽວ​ກັບ​ພະ​ຍາດ​ເປັນ​ບັນ​ຫາ​ການ​ເມືອງ, ແລະ​ຄັດ​ຄ້ານການ​ໃສ່​ຮ້າຍ​ປ້າຍ​ສີ​ປະ​ເທດ​ໃດໆ​ດ້ວຍ​ຂໍ້​ອ້າງ​ລັກ​ສະ​ນະ​ນີ້.

ເມື່ອ​ຜະ​ເຊີນ​ໜ້າ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ,ພວກ​​ເຮົາ​ຕ້ອງ​ກຳ​ນົດ​ມາດ​ຕະ​ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ພະ​ຍາດ​ທີ່​ເຮັດ​ເປັນ​ປະ​ຈຳຢ່າງ​ຮອບ​ດ້ານ. ຕ້ອງ​ຊຸກ​ຍູ້​ການ​ຟື້ນ​ຟູ​ທຸ​ລະ​ກິດ ຕະຫຼາດ ການ​ເຮັດ​ວຽກ ແລະ ການ​ຮຽນ​ການ​ສອນ​ຢ່າງ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ສ້າງ​ໂອ​ກາດ​ ​ປະ​ກອບ​ອາ​ຊີບ, ຂັບ​ເຄື່ອນ​ເສດ​ຖະ​ກິດ, ຟື້ນ​ຟູ​ຄວາມ​ເປັນ​ລະ​ບຽບ ແລະ ຄວາມ​ມີ​ຊີ​ວິດ​ຊີ​ວາ​ທາງ​ດ້ານ​ເສດ​ຖະ​ກິດ​ສັງ​ຄົມ, ອົງ​ກອນ​ເສດ​ຖະ​ກິດ​ສຳ​ຄັນ​ຕ້ອງ​ເພີ່ມ​ທະ​ວີ​ການ​ປະ​ສານ​ງານ​ໃນ​ນະ​ໂຍ​ບາຍມະ​ຫາ​ພາກ, ບໍ່​ພຽງ​ແຕ່​ຟື້ນ​ຟູ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຕົນ​ເທົ່າ​ນັ້ນ, ຍັງ​ຄວນ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ຂອງ​ໂລກ.

ເມື່ອ​ຜະ​ເຊີນ​ໜ້າ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ພວກ​ເຮົາຕ້ອງ​ເອົາ​ໃຈ​ໃສ່ ແລະ ຊ່ວຍ​ເຫຼືອ​ປະ​ເທດ​ພວມ​ພັດ​ທະ​ນາ ໂດຍ​ສະ​ເພາະ​ແມ່ນ​ປະ​ເທດ​ອາ​ຟ​ຣິ​ກາ. ປະ​ຊາ​ຄົມ​ໂລກ​ຄວນ​ໃຊ້​ມາດ​ຕະ​ການ​ຢ່າງ​ທ່ວງທັນ​ກັບ​ເວ​ລາ ແລະ ເຂັ້ມ​ແຂງ​ໃນ​ດ້ານ​ການຫຼຸດ​ຜ່ອນ ຫຼື ເລື່ອນ​ເວ​ລາ​ຊຳ​ລະ​ໜີ້, ​ໃຫ້​ການ​ຊ່ວຍ​ເຫຼືອ ແລະ ອື່ນໆ, ຮັບ​ປະ​ກັນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ “ວາ​ລະ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງຮອດ​ປີ 2030​ຂອງ​​ອົງ​ການສະ​ຫະ​ປະ​ຊາ​ຊາດ” ໃຫ້​ດີ, ຊ່ວຍ​ເຫຼືອ​ເຂົາ​ເຈົ້າ​ໃຫ້​ສາ​ມາດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ.

ເມື່ອ 75 ປີ​ກ່ອນ, ຈີນ​ໄດ້​ປະ​ກອບ​ສ່ວນ​ຄັ້ງ​ປະ​ຫວັດ​ສາດ​ເຂົ້າ​ໃນ​ການ​ຍາດ​ເອົາ​ໄຊ​ຊະ​ນະ​​ໃນສົງ​ຄາມ​ຕ້ານ​ຟາດ​ຊິດ​ໂລກ, ສະ​ໜັບ​ສະ​ໜູນ​ການ​ສ້າງ​ຕັ້ງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ. ໃນ​ທຸກ​ມື້​ນີ້, ຈີນ​ໄດ້​ສືບ​ຕໍ່​ຍຶດ​ໝັ້ນ​ຈິດ​ໃຈ​ຮັບ​ຜິດ​ຊອບ​ເຊັ່ນ​ກັນ, ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ສາ​ກົນ​ເພື່ອ​ຕ້ານ​ກັບ​ພະ​ຍາດ, ປະ​ກອບ​ສ່ວນ​ກຳ​ລັງ​ຂອງ​ຈີນ​ໃນ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ດ້ານ​ສາ​ທາ​ລະ​ນະ​ລຸກ​ຂອງ​ໂລກ. ພວກ​​ເຮົາ​ຈະ​ສືບ​ຕໍ່​ແບ່ງ​ປັນ​ບົດ​ຮຽນ​ຕ້ານ​ພະ​ຍາດ ແລະ ເຕັກ​ນິກ​ປິ່ນ​ປົວ​ກັບ​ບັນ​ດາ​ປະ​ເທດ, ໃຫ້​ການ​ສະ​ໜັບ​ສະ​ໜູນ ແລະ ​ຊ່ວຍ​ເຫຼືອ​ແກ່​ປະ​ເທດ​ທີ່​ມີ​ຄວາມ​ຕ້ອງ​ການ, ຮັບ​ປະ​ກັນ​ຄວາມ​ໝັ້ນ​ທ່ຽງ​ຂອງ​ຕ່ອງ​ໂສ້​ການສະ​ໜອງວັດ​ຖຸ​​ອຸ​ປະ​ກອນຕ້ານ​ພະ​ຍາດ​ໃນ​ທົ່ວ​ໂລກ, ທັງ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ທົ່ວ​ໂລກ​ໃນ​ການ​ຊອກ​ຫາ​ແຫຼ່ງ​ກຳ​ເນີດ ແລະ ​ການແຜ່​ລະ​ບາດ​ຂອງ​ເຊື້ອ​ພະ​ຍາດ. ຈີນ​ໄດ້​ມີ​ຢາ​ວັກ​​ຊີນຫຼາຍ​ຊະ​ນິດ​ໄດ້​ເຂົ້າ​ສູ່​ການ​ທົດ​ລອງ​ປິ່ນ​ປົວ​ຕົວ​ຈິງ​ໄລ​ຍະ 3, ຫຼັງ​ຈາກ​ການ​ຄົ້ນ​ຄວ້າ​ສຳ​ເລັດແລ້ວ ແລະ ເລີ່ມ​ນຳ​ໃຊ້​ຕົວ​ຈິງ​ແລ້ວ, ຈະ​ຖື​ເປັນ​ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະ​ຂອງ​ໂລກ, ແລະ​ໃຫ້​ບູ​ລິ​ມະ​ສິດ​ໃນ​ການ​ສະໜອງ​ແກ່​ປະ​ເທດ​ພວມ​ພັດ​ທະ​ນາ. ຈີນ​ຈະ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ທີ່​ໃຫ້​ການ​ຊ່ວຍ​ເຫຼືອ​ສາ​ກົນ 2 ຕື້​ໂດ​ລາ​ສະ​ຫະ​ລັດ​ພາຍ​ໃນ​ເວ​ລາ 2 ປີ, ລົງ​ເລິ​ກ​ການ​ຮ່ວມ​ມື​ສາ​ກົນ​ໃນ​ຂົງ​ເຂດ​ກະ​ສິ​ກຳ, ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ການ​ສຶກ​ສາ ແມ່​ແລະ​ເດັກ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ​ອື່ນໆ, ຊ່ວຍ​ເຫຼືອ​ບັນ​ດາ​ປະ​ເທດ​ຟື້ນ​ຟູ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ.

 

ທ່ານ​ປະ​ທ່ານ!

ປະ​ຫວັດ​ສາດການ​ພັດ​ທະ​ນາ​ຂອງ​ສັງ​ຄົມ​ມະ​ນຸດ​ຄື​ປະ​ຫວັດ​ສາດ​ແຫ່ງ​ການ​ເອົາ​ຊະ​ນະ​ສິ່ງ​ທ້າ​ທາຍ​ແລະ​ຄວາມ​ຫຍຸ້ງ​ຍາກ​ຕ່າງໆ​ຢ່າງ​ບໍ່​ຢຸ​ດ​ຢັ້ງ. ການ​ແຜ່​ລະ​ບາດຂອງ​ພະ​ຍາດ​ໂຄວິດ-19 ຂະ​ໜາດ​ໃຫຍ່​ໃນ​ທົ່ວ​ໂລກ ແລະ​ສະ​ພາບ​ການ​ປ່ຽນ​ແປງ​ຂອງ​ໂລກ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ຮອບ​ຮ້ອຍ​ປີ​ຜ່ານ​ມາ​ໄດ້​ສົ່ງ​ຜົນ​ສະ​ທ້ອນ​ໃຫ້​ກັນ​ແລະກັນ, ແຕ່​ວ່າ ​ກະ​ແສຫຼັກ​ຂອງ​ຍຸກ​ສະ​ໄໝ​ຍັງ​ແມ່ນ​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ບໍ່​ມີ​ການ​ປ່ຽນ​ແປງ, ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ມີ​ຄວາມ​ປາ​ຖະ​ໜາ​ຢ່ງ​ແຮງ​ກ້າກວ່າ​ເກົ່າ​ທີ່​ຫວັງ​ຢາກ​ພັດ​ທະ​ນາ​ໂດຍ​ສັນ​ຕິ​ແລະ​ຮ່ວມ​ມື​ກັນ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ສະ​ພາບ​ການ​ແຜ່​ລະ​ບ​າດ​ຂອງ​ພະ​ຍາດ​ໂຄວິດ-19 ຈະ​ບໍ່​ເປັນ​ວິ​ກິດ​ການ​ຄັ້ງ​ສຸດ​ທ້າຍ​ຂອງມວນ​ມະ​ນຸດ, ພວກ​ເຮົາ​ຕ້ອງ​ກຽມ​ພ້ອມ​ຮ່ວມ​ມື​ກັນ​ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ລັກ​ສະ​ນະ​ທົ່ວ​ໂລກຫຼາຍກວ່າ​ເກົ່າ. ​ຂ້າ​ພະ​ເຈົ້​າ​ຈຶ່ງ​ສະ​ເໜີ​ດັ່ງ​ນີ້:

ໜຶ່ງ, ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​​ຄັ້ງ​ນີ້​ໄດ້​ບອກ​ໃຫ້​ພວກ​ເຮົາ​ຮັບ​ຮູ້​ວ່າ:  ພວກ​ເຮົາ​ໄດ້​ດຳ​ລົງ​ຊີ​ວິດ​ຢູ່​ໃນ​ບ້ານເມືອງ​ຂອງ​ໂລກ​ທີ່​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັນ​ແລະ​ຮ່ວມ​ທຸກ​ຮ່ວມ​ສຸກ​ກັນ. ບັນດາປະເທດໄດ້​ພົວ​ພັນ​ກັນ​ຢ່າງ​ແໜ້ນ​ແຟ້ນ, ມວນມະນຸດ​ມີຊາຕາກຳ​ຮ່ວມ​ນຳ​ກັນ. ບໍ່​ວ່າປະເທດໃດ​ກໍ​ບໍ່​ຄວນ​ສະ​ແຫວງ​ຫາຜົນປະໂຫຍດຈາກຄວາມຫຍຸ້ງຍາກຂອງປະເທດອື່ນ, ​ແລະ​ເພື່ອ​ໃຫ້​ໄດ້ຄວາມໝັ້ນຄົງ​ທ່າມ​ກາງຄວາມວຸ້ນວາຍຂອງປະເທດອື່ນ. ​ບໍ່​ຄວນ​ໂຍນ​ເຫດ​ຮ້າຍ​ໃຫ້​ປະ​ເທດ​ໃກ້​ຄຽງ​ແລະ​ປະ​ພຶດ​ຕົນ​ແບບ​ເອົາ​ຫູ​ໄປ​ນາ​ເອົາ​ຕາ​ໄປ​ໄຮ່​ເມື່ອ​ປະ​ເທດ​ໃກ້​ຄຽງ​ປະ​ສົບ​ໄພ, ​ຖ້າ​ເຮັດ​ແບບ​ນັ້ນ, ​ໃນ​ທີ່​ສຸດ, ໄພຂົ່ມຂູ່ທີ່​ມີ​ຕໍ່ປະເທດອື່ນກໍຈະກາຍເປັນສິ່ງທ້າທາຍ​ສຳ​ລັບຕົນ​ເອງ. ພວກເຮົາ​ຄວນມີ​ທັດ​ສະ​ນະປະຊາຄົມຮ່ວມຊາຕາກຳທີ່​ເຊື່ອມ​ໂຍງ​ເຂົ້າກັນ, ​ຂ້າມ​ຜ່ານ​ແນວ​ຄິດ​ກຸ່ມ​ກ້ອນ​ຄັບແຄບ ແລະແນວຄິດເກມ​ຜົນລວມ​ເປັນສູນ, ສ້າງ​ແນວ​ຄວາມ​ຄິດ​ແບບ​ວົງ​ຄະ​ນາ​ຍາດ ແລະ ການຮ່ວມມື​ແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ​ປະ​ຖິ້ມການຖົກຖຽງ​ກັນດ້ານ​ຮູບ​ຖານ​ຈິດ​ສຳ​ນຶກ, ຜ່ານ​ຜ່າ​ກັບ​ດັກ​ຄວາມ​ຂັດ​ແຍ້ງ​ທາງດ້ານອາລະຍະທຳ, ເຄົາລົບ​ເສັ້ນທາງ ແລະຮູບແບບການພັດທະນາທີ່​​ປະ​ເທດ​ຕ່າງໆ​ໄດ້​ຄັດເລືອກ​ຢ່າງ​ເປັນ​ເຈົ້າ​ຕົນ​ເອງ, ເຮັດໃຫ້ຄວາມຫຼາກຫຼາ​ຍຂອງໂລກກາຍເປັນກຳລັງ​ແຮງ​ທີ່ບໍ່​ມີ​ວັນ​ເຫືອດ​ແຫ້ງ​ໃນ​ການຊຸກ​ຍູ້ຄວາມກ້າວໜ້າ​ຂອງສັງຄົມມະນຸດ​, ກາຍເປັນ​ສະ​ພາບ​ການ​ແບບທຳມະ​ຊາດ​​ຂອງອາລະຍະທຳມວນມະນຸດ​ທີ່​ມີຫຼາກຫຼາຍ​ສີ​ສັນ.

 ສອງ, ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຄັ້ງ​ນີ້​ໄດ້​ບອກ​ໃຫ້​ພວກ​ເຮົາ​ຮັບ​ຮູ້​ວ່າ:  ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ​ແມ່ນ​ສະ​ພາບ​ຕົວ​ຈິງ​ທາງ​ພາ​ວະ​ວິ​ໄສ​ແລະ​ມ່ນກະ​ແສ​​ຂອງປະ​ຫວັດ​ສາດ. ເມື່ອ​ປະ​ເຊີນ​ໜ້າ​ກັບ​ອ່າ​ອ່ຽງ​ລວມ​​ຂອງເສດ​ຖະ​ກິດ​ໂລ​ກາ​ພິ​ວັດ, ການ​ປະ​ພຶດ​​ຕົນ​ຄື​ກັບ​ນົກ​ກະ​ຈອກ​ເທບ​​ໝົ້ນຫົວ​ໃສ່​ຂີ້​ຊາຍ​ເພື່ອ​ທຳ​ທ່າ​ວ່າ​ບໍ່​ເຫັນ​ຫຍັງ, ຫຼື​ການ​​ຝືນ​ກັບ​ກະ​ແສ​​ເສດ​ຖະ​ກິດໂລ​ກາ​ພິ​ວັດ​ຄື​ດັ່ງ​ຕົວ​ລະ​ຄອນ ດອນ​ກີ​ໂຮ​ເຕ ທີ່​ຖືຫອກ​ຍາວຕໍ່​ຕ້ານຍຸກ​ສະ​ໄໝ ເຊິ່ງ​ການ​ກະ​ທຳ​ແບບ​ນີ້ ລ້ວນ​ແຕ່​ເປັນ​ການ​ກະ​ທຳ​ທີ່​ລະ​ເມີດ​ກົດ​ເກນ​ປະ​ຫວັດ​ສາດ. ໂລກ​ບໍ່​ສາ​ມາດ​ຖອຍຫຼັງ​ຄືນ​ສູ່​ສະ​ພາບ​ທີ່​ໂດດ​​ດ່ຽວ​ແລະ​ປິດ​ປະ​ຕູ​​ໃສ່​ກັນ​ໄດ້​ອີກ, ຍິ່ງ​ບໍ່​ອາດ​ສາ​ມາດ​ຖືກ​ແບ່ງ​ແຍກ​ດ້ວຍ​ນ້ຳ​ມື​ຂອງ​ຄົນ​ໄດ້. ພວກ​ເຮົາ​ບໍ່​ສາ​ມາດຫຼົບຫຼີກ​ສິ່ງ​ທ້າ​ທາຍ​ທີ່​ເກີດ​ມາ​ຈາກ​ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ​ໄດ້, ແຕ່​ຕ້ອງ​ກ້າ​ປະ​ເຊີນ​ກັບ​ບັນ​ຫາ​ສຳ​ຄັນ​ຕ່າງໆ​ເຊັ່ນ​ຄວາມ​ແຕກ​ໂຕນ​ກັນ​ລະ​ຫວ່າງ​ຄົນ​ຮັ່ງ​ແລະ​ຄົນ​ທຸກ, ຄວາມ​ແຕກ​ໂຕນ​ດ້ານ​ການ​ພັດ​ທະ​ນາ​ແລະ​ອື່ນໆ. ພວກ​ເຮົາ​ຄວນ​ແກ້​ໄຂ​ການ​ພົວ​ພັນ​ລະ​ຫວ່າງ​ລັດ​ຖະ​ບານ​ກັບ​ຕະຫຼາດ, ຄວາມ​ຍຸ​ຕິ​ທຳ​ກັບ​ປະ​ສິດ​ທິ​ພາບ, ການ​ເຕີບ​ໂຕ​ກັບ​ການ​​​ແບ່ງ​ປັນ, ເຕິກ​ໂນ​ໂລ​ຊີ​ກັບ​ການ​ປະ​​ກອບ​ອາ​ຊີບ​ໃຫ້​ເໝາະ​ສົມ, ເພື່ອ​ເຮັດ​ໃຫ້​ການ​ພັດ​ທະ​ນາ​ມີທັງ​ຄວາມ​ດຸນ​ດ່ຽງ​ແລະ​​ຄວາມ​ເຕັມ​ສ່ວນ, ເຮັດ​ໃຫ້​ໝາກ​ຜົນ​ການ​ພັດ​ທະ​ນາ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ເທດ​ຕ່າງໆ,ຊົ້ນ​ຊັ້ນ​ຕ່າງໆ​ແລະ​ກຸ່ມ​ຄົນ​ຕ່າງໆ. ພວກ​ເຮົາ​ຄວນ​ຍຶດ​ໝັ້ນ​ແນວ​ຄວາມ​ຄິດ​ເປີດກວ້າງ​ແລະ​ກວມ​ລວມ, ສ້າງ​ເສດ​ຖະ​ກິດ​ໂລກ​ແບບ​ເປີດກວ້າງ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ, ປົກ​ປັກ​ຮັກ​ສາ​ລະ​ບົບ​ການ​ຄ້າຫຼາຍ​ຝ່າຍ​ທີ່​ຖື​ເອົາ​ອົງ​ການ​ການ​ຄ້າ​ໂລກ​ເປັນ​ພື້ນ​ຖານ,ຍຶດ​ໝັ້ນ​ຈຸດ​ຢືນ​ອັນ​ຈະ​ແຈ້ງ​ໃນ​ການ​ຄັດ​ຄ້ານ​ລັດ​ທິ​ຝ່າຍ​ດຽວ,ລັດ​ທິ​ປົກ​ປ້ອງ, ຮັກ​ສາ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ​ແລະ​ຕ່ອງ​ໂສ້​ການ​ສະ​ໜອງ​ຂອງ​ໂລກ​ໃຫ້​ມີ​ຄວາມ​ໝັ້ນ​ທ່ຽງແລະ​ດຳ​ເນີນ​ງານ​ໄປ​ຢ່າງ​ສະ​ດວກ.

 

ສາມ, ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຄັ້ງ​ນີ້​ໄດ້​ບອກ​ໃຫ້​ພວກ​ເຮົາ​ຮັບ​ຮູ້​ວ່າ: ມວນມະນຸດຕ້ອງປະຕິຮູບຕົນເອງ, ເລັ່ງລັດສ້າງ​ໃຫ້​ມີ​ຮູບ​ແບບ​ການພັດທະນາ ແລະ​ຮູບ​ການ​ດຳ​ລົງຊີວິດແບບສີຂຽວ, ສ້າງ​ສາ​ຄວາມ​ສີ​ວິ​ໄລ​ດ້ານນິເວດ ແລະ​ສ້າງໂລກທີ່ສວຍງາມ. ມະນຸດ​ເຮົາບໍ່ຄວນ​ປະ​ໝາດຕໍ່​ຄຳ​ເຕືອນ​ອີກ​ແລ້ວ​ອີກ​ຕື່ມ​ຈາກ​ທຳ​ມະ​ຊາດ​ຕໍ່​ໄປ​ອີກ, ​ບໍ່​ຄວນ​ເດີນໄປຕາມ​ເສັ້ນ​ທາງ​ເກົ່າທີ່ມີ​ແຕ່​ຮຽກ​ເອົາຫາ​ຜົນ​ປະ​ໂຫຍດ​ຢ່າງ​ດຽວແຕ່ບໍ່ຍອມ​ທຸ້ມ​ເທ​ກຳ​ລັງ​ຄົນ​ແລະ​ວັດ​ຖຸ​ຊັບ​ສິນ, ​ພຽງ​ເນັ້ນ​ແຕ່​ການພັດທະນາແຕ່ບໍ່ຮັກສາ​ສິ່ງ​ແວ​ດ​ລ້ອມ, ພຽງ​ແຕ່ນຳໃຊ້ແຕ່ບໍ່​ປົວ​ແປງ. ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, “ສັນຍາປາຣີ”ກ່ຽວ​ກັບ​ການ​ຮັບ​ມືກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ໄດ້ ​ເປັນ​ຕົວ​ແທນທິດທາງ​ລວມ​ແຫ່ງ​ການຫັນປ່ຽນ​ຮູບ​​ແບບການ​ພັດ​ທະ​​ນາ​ ຂອງທົ່ວໂລກ​ໃຫ້ເປັນ​ແບບ​​ສີ​ຂຽວ​ແລະກາກບອນຕ່ຳ​, ແມ່ນການເຄື່ອນໄຫວທີ່ຈຳເປັນລະດັບພື້ນຖານ​ສຸດ​ໃນ​ການຮັກສາ​ ໜ່ວຍໂລກ, ບັນດາປະເທດຕ້ອງມີ​ການ​ເຄື່ອນ​ໄຫວ​ທີ່​ມີລັກ​ສະ​ນະ​ຕັດ​ສິນ. ຈີນຈະ​ເພີ່ມທະວີການປະກອບສ່ວນ​ຢ່າງ​ເປັນ​ເຈົ້າ​ການ​ຂອງ​ຕົນ, ໃຊ້ນະໂຍບາຍ ແລະມາດຕະການທີ່​ເຂັ້ມ​ແຂງກວ່າເກົ່າ, ພະ​ຍາ​ຍາມ​ໃຫ້​ປະ​ລິ​ມານການປ່ອຍ​ກາກບອນ​ດີ​ອົກ​ຊິດໃນປີ 2030 ​ເທົ່າ​ນັ້ນ, ສູ້​ຊົນ​ໃຫ້​ບັນ​ລຸ​ເປົ້າ​ໝາຍປອດ​ກາກ​ບອນກ່ອນປີ 2060. ບັນດາປະເທດ​ຄວນສ້າງ​ທັດ​ສະ​ນະການພັດທະນາ​ແບບໃໝ່​ທີ່​ມີການປະດິດສ້າງໃໝ່, ປະ​ສານ​ສົມ​ທົບກັນ, ສີຂຽວ, ​ເປີດກວ້າງ ແລະຊົມໃຊ້ຮ່ວມກັນ, ກຳ​ແໜ້ນໂອກາດ​ ທີ່​ມີ​ລັກສະນະປະຫວັດສາດຂອງການປະຕິວັດ ວິທະຍາສາດເຕັກນິກ ແລະການ​ປ່ຽນ​ແປງດ້ານອຸດສາຫະກຳຮອບໃໝ່, ຊຸກຍູ້ການຟື້ນຟູ​ ເສດຖະກິດໂລກ​ແບບ​ສີຂຽວພາຍຫຼັງການແຜ່ລະບາດພະຍາດໂຄວິດ-19 ສິ້ນ​ສຸດ​ລົງ, ເຕົ້າໂຮມກຳລັງແຮງ​ອັນເຂັ້ມແຂງ​ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາແບບຍືນຍົງ.

 

ສີ່, ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​​ຄັ້ງ​ນີ້​ໄດ້​ບອກ​ໃຫ້​ພວກ​ເຮົາ​ຮັບ​ຮູ້​ວ່າ: ລະບົບ​ບໍ​ລິ​ຫານໂລກຕ້ອງການ​ໃຫ້ມີ​ການປະຕິຮູບ ແລະປັບປຸງໃຫ້ດີຂຶ້ນ​ຢ່າງ​ຮີບ​ດ່ວນ. ​ການ​ແຜ່​ລະ​ບາດ​ຂອງພະຍາດໂຄວິດ-19 ບໍ່ພຽງແຕ່​ເປັນ​ການທົດສອບຕໍ່ຄວາມສາມາດການກຳ​ອຳ​ນາດຂອງບັນດາປະເທດເທົ່ານັ້ນ, ​ທັງ​ເປັນການກວດສອບລະບົບ​ບໍ​ລິ​ຫານໂລກ​ອີ​ກ​ດ້ວຍ. ພວກເຮົາ​ຄວນຍຶດໝັ້ນ​ກ້າວ​ເດີນ​​ໄປຕາມ​ເສັ້ນ​ທາງຂອງລັດທິຫຼາຍຝ່າຍ, ຮັກສາລະບົບສາກົນທີ່ຖືອົງການສະຫະ ປະຊາຊາດເປັນ​ແກນກາງ. ການ​​ບໍ​ລິ​ຫານໂລກ​ຄວນ​ຍຶດໝັ້ນ​ຫຼັກການ​ທີ່​ ປຶກສາ​ຫາລືຮ່ວມ​ກັນ​, ​ສ້າງສາຮ່ວມ​ກັນ ​ແລະ ​ຊົມ​ໃຊ້ຮ່ວມ​ກັນ, ຊຸກຍູ້​ໃຫ້​ບັນດາ​ປະ​ເທດ​ມີ​ສິດທິ ໂອກາດ ​ແລະ ລະບຽບ​ການ​ທີ່​ສະ​ເໝີ​ພາບ​ກັນ, ​ເຮັດ​ໃຫ້​ລະບົບ​ບໍ​ລິ​ຫານ​ໂລກ​ສອດຄ່ອງ​ກັບ​ການ​ເມືອງ ​ແລະ ​ເສດຖະກິດ​ໂລກທີ່​​ມີ​ການ​ປ່ຽນ​ແປງ, ຕອບ​ສະໜອງ​ກັບ​ຄວາມ​ຕ້ອງການ​ຕົວ​ຈິງ​​ໃນ​ການ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍທີ່​ມີ​ລັກສະນະ​ທົ່ວ​ໂລກ, ສອດຄ່ອງ​ກັບ​ທ່າ​ອຽງ​ປະຫວັດສາດ​ທີ່​ມີ​ສັນຕິພາບ ການ​ພັດທະນາ ​ແລະ ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ. ການ​ທີ່​ມີ​ຄວາມ​ຂັດ​ແຍ່ງ​ກັນ​ລະຫວ່າງ​ປະ​ເທດ​ແມ່ນ​​ເລື່ອງ​ປົກກະຕິ, ຄວນ​ແກ້​ໄຂ​ຢ່າງ​ເໝາະ​ສົມ​ໂດ​ຍຜ່ານ​ການ​ສົນທະນາ​ ​ແລະ ປຶກສາ​ຫາລື​ກັນ. ​ລະຫວ່າງ​ປະ​ເທດ​ສາມາດ​ມີ​ການ​ແຂ່ງຂັນ​ກັນ​ໄດ້, ​ແຕ່​ຕ້ອງ​ເປັນ​ການ​ແຂ່ງຂັນ​​​ໃນ​ທາງ​ສ້າງສັນ ​ແລະ ​ດຳ​ເນີນ​ໄປ​ໃນ​ທິທາງ​ທີ່​ດີ, ຕ້ອງ​ຮັກສາ​ເສັ້ນ​ພື້ນຖານ​ດ້ານ​ຄຸນສົມບັດ ​ແລະ ລະບຽບ​ການ​ສາກົນ. ປະ​ເທດ​ໃຫຍ່​ຄວນ​ມີ​ພາບພົດຂອງ​ປະ​ເທດ​ໃຫຍ່, ຄວນ​ສະໜອງ​ຜະລິດ​ຕະພັນ​ສາທາລະນະ​ສາກົນ​ໃຫ້​ຫຼາຍກວ່າ​ເກົ່າ, ​ແບກ​ຫາບ​​ພັນ​ທະໜ້າ​ທີ່​ ​ແລະ ສະ​ແດງ​ໃຫ້​ເຫັນ​ເຖິງ​ສະຕິທີ່​ມີ​ຄວາມຮັບຜິດຊອບ​ໃນ​ຖາ​ນະ​ເປັນ​ປະ​ເທດ​ໃຫຍ່.

 

ທ່ານປະທານ!

ນັບແຕ່ປີນີ້ເປັນຕົ້ນມາ, ປະຊາຊົນຈີນຈຳນວນ 1,4 ຕື້ຄົນບໍ່ຢ້ານຕໍ່ຄວາມຫຍຸ້ງຍາກ, ໄດ້ຮ່ວມແຮງຮ່ວມໃຈກັນ, ພະຍາຍາມຜ່ານຜ່າຜົນກະທົບຈາກສະພາບພະຍາດໂຄ ວິດ-19 ຈົດສຸດຄວາມສາມາດ, ເລັ່ງລັດຟື້ນຟູການຜະລິດແລະການດຳລົງຊີວິດ. ພວກຂ້າພະເຈົ້າມີຄວາມໝັ້ນໃຈວ່າຈະສາມາດສ້າງສັງຄົມທີ່ອີ່ມໜຳສຳລານໃຫ້ສຳເລັດຢ່າງຮອບດ້ານຕາມເວລາກຳນົດ, ເຮັດໃຫ້ປະຊາກອນຜູ້ທຸກຍາກຢູ່ຊົນນະບົດ ຕາມມາດຕະຖານໃນປັດຈຸບັນຫຼຸດພົ້ນອອກຈາກຄວາມທຸກຍາກຕາມເວລາກຳນົດ, ບັນລຸເປົ້າໝາຍການຫຼຸດຜ່ອນຄວາມທຸກຍາກຕາມ “ວາລະການພັດທະນາແບບ ຍືນຍົງຮອດປີ 2030 ຂອງອົງການສະຫະປະຊາຊາດ” ກ່ອນເວລາກຳນົດ 10 ປີ.

ຈີນແມ່ນປະເທດທີ່ພວມພັດທະນາໃຫຍ່ທີ່ສຸດຂອງໂລກ ແລະເດີນຕາມເສັ້ນທາງ ການພັດທະນາໂດຍສັນຕິ, ການພັດທະນາແບບເປີດປະຕູສູ່ພາຍນອກ, ການພັດທະນາແບບຮ່ວມມືກັ ແລະການພັດທະນາຮ່ວມກັນ. ພວກຂ້າພະເຈົ້າຈະບໍ່ສະແຫວງຫາການເປັນເຈົ້າອຳນາດ, ບໍ່ຂະຫຍາຍອຳນາດ, ບໍ່ສະແຫວງຫາຂອບເຂດອິດທິພົນຂອງຕົນ, ບໍ່ມີເຈດຈຳນົງຢາກກໍ່ສົງຄາມເຢັນຫຼືກໍ່ ສົງຄາມກັບປະເທດໃດໆ, ຍຶດໝັ້ນການແກ້ໄຂຄວາມຂັດແຍ້ງກັນຜ່ານຊ່ອງທາງ ການສົນທະນາແລະປຶກສາຫາລືຮ່ວມກັນ. ພວກຂ້າພະເຈົ້າຈະບໍ່ສະແຫວງຫາການ ເປັນຜູ້ດີເດັ່ນສຸດຍອດແຕ່ພຽງຜູ້ດຽວ, ບໍ່ເຂົ້າຮ່ວມການແຂ່ງຂັນແບບເຈົ້າໄດ້ຂ້ອຍ ເສຍ ແລະກໍຈະບໍ່ພັດທະນາເສດຖະກິດດ້ວຍການປິດປະຕູ, ພວກຂ້າພະເຈົ້າຈະສ້າງສະພາບການພັດທະນາໃໝ່ທີ່ເອົາຮອບໝູນວຽນທາງດ້ານ ເສດຖະກິດພາຍໃນປະເທດເປັນຫຼັກ ແລະຮອບໝູນວຽນທາງດ້ານເສດຖະກິດທັງ ພາຍໃນແລະສາກົນຊ່ວຍຊູຍູ້ໜູນກັນ ເພື່ອສ້າງໂອກາດໃຫ້ແກ່ການພັດທະນາເສດ ຖະກິດຂອງຈີນ ແລະເພີ່ມກຳລັງຂັບເຄື່ອນໃຫ້ແກ່ການຟື້ນຟູແລະການເຕີບໂຕ ຂອງເສດຖະກິດໂລກ.

ຈີນຈະສືບຕໍ່ເປັນຜູ້ສ້າງສັນຕິພາບຂອງໂລກ, ຜູ້ປະກອບສ່ວນເຂົ້າໃນການພັດທະ ນາຂອງໂລກ ແລະຜູ້ປົກປັກຮັກສາລະບຽບການສາກົນ ເພື່ອສະໜັບສະໜູນອົງ ການສະຫະປະຊາຊາດເສີມຂະຫຍາຍບົດບາດແກນກາງໃນວຽກງານສາກົນ. ຂ້າ ພະເຈົ້າຂໍປະກາດວ່າ:

ຈີນຈະເພີ່ມເງິນຈຳນວນ 50 ລ້ານໂດລາເພື່ອສະໜັບສະໜູນແຜນການມະນຸດສະ ທຳເພື່ອຮັບມືກັບສະພາບພະຍາດໂຄວິດ-19ທົ່ວໂລກຂອງອົງການສະຫະປະຊາ ຊາດ;

ຈີນຈະສ້າງຕັ້ງກອງທຶນການຮ່ວມມືໃຕ້ໃຕ້ລະຫວ່າງຈີນ-ອົງການອາຫານ ແລະ ການກະເສດຂອງສະຫະປະຊາຊາດໄລຍະທີ 3 ເປັນຈຳນວນເງິນ 50 ລ້ານໂດລາ;

ກອງທຶນສັນຕິພາບແລະການພັດທະນາລະຫວ່າງຈີນ-ອົງການສະຫະປະຊາຊາດຈະສິ້ນສຸດລົງຕາມເວລາກຳນົດເມື່ອປີ 2025, ແລ້ວຈະຕໍ່ເວລາໄປອີກ 5 ປີ;

ຈີນຈະສ້າງສູນຂໍ້ມູນຂ່າວສານແລະປະດິດສ້າງພູມສາດທົ່ວໂລກແລະສູນການຄົ້ນ ຄວ້າຖານຂໍ້ມູນໃຫຍ່ກ່ຽວກັບການພັດທະນາແບບຍືນຍົງລະດັບສາກົນຢູ່ອົງການ ສະຫະປະຊາຊາດ ເພື່ອປະກອບສ່ວນອັນໃໝ່ເຂົ້າໃນການຈັດຕັ້ງປະຕິບັດ “ວາລະການພັດທະນາແບບຍືນຍົງຮອດປີ 2030 ຂອງອົງການສະຫະປະຊາຊາດ”.

ທ່ານປະທານ, ເພື່ອນມິດທັງຫຼາຍ!

ປະຫວັດສາດໄດ້ພັດທະນາແລະສືບທອດມາຮອດຄົນລຸ້ນພວກເຮົາແລ້ວ, ພວກຂ້າ ພະເຈົ້າຕ້ອງມີການຕັດສິນໃຈທີ່ຈະບໍ່ເຮັດໃຫ້ປະຊາຊົນຜິດຫວັງ ແລະເປັນໄປຕາມ ກະແສຂອງປະຫວັດສາດ. ຂໍໃຫ້ພວກເຮົາຈົ່ງສາມັກຄີກັນ, ຍຶດໝັ້ນຄຸ່ນຄ່າຮ່ວມຂອງມວນມະນຸດ ຄືສັນຕິພາບ, ການພັດທະນາ, ຄວາມຍຸຕິທຳ, ຄວາມເປັນທຳ, ປະຊາທິປະໄຕແລະເສລີພາບ, ຊຸກຍູ້ການສ້າງການພົວພັນສາກົນ ແບບໃໝ່, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ, ຮ່ວມກັນສ້າງອະນາຄົດທີ່ດີງາມກວ່າເກົ່າຂອງໂລກ!

ຄຳ​ເຫັນ

0