吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຈະ​ໃຊ້​ມາດ​ຕະ​ການ​ອັນ​ຈຳ​ເປັນ​ເພື່ອ​ປົກ​ປ້ອງ​ສິດ​ຜົນ​ປະ​ໂຫຍດ​ຂອງວິ​ສາ​ຫະ​ກິດ​ຕົນຖ້າອາ​ເມ​ຣິ​ກາ​ຫ້າມ​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ຈາກ​ເຂດ​ຊິນ​ຈ່ຽງ​ຈີນ

2020-09-24 16:11:33 cri

ຕາມ​ຂ່າວ​ລາຍ​ງານ​ວ່າ ສະ​ພາ​ຕ່ຳ​ອາ​ເມ​ຣິ​ກາ​ໄດ້​ຮັບ​ຮອງ​ເອົາ​ຍັດ​ຕິ​ກ່ຽວ​ກັບ​ເຂດ​ປົກ​ຄອງ​ຕົນ​ເອງ​ອຸຍ​ເກີ​ຊິນ​ຈ່ຽງ​ຈີນ, ໃນ​ນັ້ນ​ໄດ້​ຫ້າມ​ນຳ​ເຂົ້າ​ຜະ​ລິ​ດ​ຕະ​ພັນ​ທັງ​ໝົດ​ຈາກ​ຊິນ​ຈ່ຽງ. ຕໍ່​ກັບ​ເລື່ອງ​ນີ້, ທ່ານ​ວ່າງ​ເວີນ​ປິ່ນ​  ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 23 ກັນ​ຍາ​ນີ້​ວ່າ: ຈີນ​ຈະ​ສືບ​ຕໍ່​ນຳ​ໃຊ້​ມາດ​ຕະ​ການ​ທີ່​ຈຳ​ເປັນ, ເດັດ​ດ່ຽວ​ປົກ​ປ້ອງ​ສິດ​ຜົນ​ປະ​ໂຫຍດ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຂອງວິ​ສາ​ຫະ​ກິດ​ຈີນ.

ທ່ານ​ວ່າງ​ເວີນ​ປີ່ນ​ກ່າວ​ວ່າ, ວຽກ​ງານ​ຊິນ​ຈ່ຽງ​ເປັນ​ວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ຈີນ, ອາ​ເມ​ຣິ​ກາ​ບໍ່​ມີ​ອຳ​ນາດ​ແລະ​ສິດ​ເຂົ້າ​ແຊກ​ແຊງ​ແຕ່​ຢ່າງ​ໃດ. ອັນ​ທີ່​ເອີ້ນ​ວ່າ ບັນ​ຫາ “ບັງ​ຄັບ​ໃຫ້​ອອກ​ແຮງ​ງານ”​ແມ່ນ​ຄຳ​ເວົ້າຫຼອກ​ລວງ​ທີ່​ອົງ​ການ​ແລະ​ບຸກ​ຄົນ​ຈຳ​ນວນ​ໜຶ່ງ​ຂອງ​ອາ​ເມ​ຣິ​ກາ​ແລະ​ປະ​ເທດ​ຕາ​ເວັນ​ຕົກ​ເສກ​ສັນ​ປັ້ນ​ແຕ່ງ​ຂຶ້ນ​ມາ. ຄົນ​ຈຳ​ນວນ​ໜ້ອຍ​ຢູ່​ອາ​ເມ​ຣິ​ກາ​ອ້າງວ່າ ຕົນ​ໄດ້​ເອົາ​ໃຈ​ໃສ່​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ຊິນ​ຈ່ຽງ, ແຕ່​ພັດ​ເບິ່ງ​ຂ້າມ​ຄວາມ​ພະ​ຍາ​ຍາມ​ຢ່າງຫຼວງຫຼາຍ​ຂອງ​ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ຊິນ​ຈ່ຽງ​ເພື່ອ​ຮັບ​ປະ​ກັນ​ດ້ານ​ສິດ​ທິ​ມະ​ນຸດ​ແລະ​ຊຸກ​ຍູ້​ການ​ປະ​ກອບ​ອາ​ຊີບ​ຂອງ​ປະ​ຊາ​ຊົນ​ຊິນ​ຈ່ຽງ, ​ໄດ້​ປ່າວ​ຂ່າວ​ຕາມ​ລຳພັງ​ໃຈ​ກ່ຽວ​ກັບ​ອັນ​ທີ່​ເອີ້ນ​ວ່າ​ບັນຫາ​ບັງຄັບ​ໃຫ້​ອອກ​ແຮງ​ງານ​ຢູ່​ຊິ່ນ​ຈ່ຽງ ທັງ​ຖື​ເອົາ​ບັນ​ຫາ​ນີ້​ເປັນ​ຂໍ້​ອ້າງ​ໂດຍ​ໃຊ້​ມາດ​ຕະ​ການ​ຕ່າງໆ​ຈຳ​ກັດ​ແລະ​ບີບ​ບັງ​ຄັບ​ວິ​ສາ​ຫະ​ກິດ​ຊິນ​ຈ່ຽງ,

ນີ້​ໄດ້​ເຜີຍ​ແບ​ໃຫ້​ເຫັນ​ຢ່າງ​ເຕັມ​ສ່ວນ​ ​ເຖິງ​ຈິດ​ໃຈ​ເມດ​ຕາ​ແບບ​ຈອມ​ປອມ​ແລະ​ຈຸດ​ປະ​ສົງ​ອັນ​ແທ້​ຈິງ

ຂອງ​ບຸກ​ຄົນ​ທີ່​ກ່ຽວ​ຂ້ອງ​ໃນ​ການ​ສະ​ກັດ​ກັ້ນ​ການ​ພັດ​ທະ​ນາ​ແລະ​ຄວາມ​ກ້າວ​ໜ້າ​ຂອງ​ຊິ່ນ​ຈ່ຽງ, ຍຸ​ແຍ່​ການ​ພົວ​ພັນ​ລະ​ຫວ່າງ​ຊົນ​ເຜົ່າ​​ຂອງ​ຈີນ, ສວຍ​ໃຊ້​ບັນ​ຫາ​ກ່ຽວ​ກັບ​ຊິນ​ຈ່ຽງ​ເພື່ອ​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ຈີນ, ສວຍ​ໃຊ້​ການ​ສ້າງ​ບັນ​ຫາ​​ໃຫ້​ກັບ​ຈີນ​ເພື່ອ​ສະ​ແຫວງ​ຫາ​ຜົນ​ປະ​ໂຫ​ຍດ​ສ່ວນ​ຕົວ​ທາງ​ດ້ານ​ການ​ເມືອງ, ກົນ​ອຸ​ບາຍ​ຂອງ​ເຂົາ​ເຈົ້າ​ຈະ​ບໍ່​ປະ​ສົບ​ຜົນ​ສຳ​ເລັດ​ແນ່ນອນ.

ຄຳ​ເຫັນ

0