吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທົ່ວ​ໂລກ​ມີ​ຜູ້​ຕິດ​ເຊື້ອ​ພະຍາດ​ໂຄ​ວິດ-19 ທັງ​ໝົດ 32091257 ຄົນ

2020-09-25 16:55:54 cri

ມະຫາວິທະຍາ​ໄລຈອນ ຮອບ​ກິນຂອງ​ອາ​ເມຣິກາ​ໄດ້​ເ​ປີດ​ເຜີຍ​ຂໍ້​ມູນ​ສະຖິຕິ​ວ່າ: ນັບມາ​ຮອດ​ເວລາ 6 ​ໂມງ 23 ນາທີ​ຂອງ​ວັນ​ທີ 25 ກັນຍາ​ນີ້​ຕາມ​​ເວລາວຽງ​ຈັນ, ທົ່ວ​ໂລກ​ມີ​ຜູ້​ຕິດ​ເຊື້ອ​ພະຍາດ​ໂຄ​ວິ​ດ-19 ທັງ​ໝົດ 32091257 ຄົນ, ມີ​ຜູ້​ເສຍ​ຊີວິດ​ 980299 ຄົນ. ​ອາ​ເມຣິກາ​ແມ່ນ​ປະ​ເທດ​ທີ່​ມີ​ຜູ້​ຖືກ​ບົ່ງມະຕິ​ເປັນ​ພະຍາດ​ຫຼາຍທີ່​ສຸດ​ໃນ​ໂລກ, ມີ​ຜູ້​ຕິດ​ເຊື້ອ 6974441 ຄົນ, ມີ​ຜູ້​ເສຍ​ຊີວິດ 202728 ຄົນ.

ວັນ​ທີ 24 ກັນຍາ​ນີ້, ພະ​ແນ​ກຕ້ານໄພພິບັດ​ແຫ່ງ​ຊາດ​ອິນ​​ໂດ​ເນ​ເຊຍ​ໄດ້​ແຈ້ງ​ຂໍ້​ມູນສະຖິຕິ​ກ່ຽວ​ກັບ​ພະຍາດ​ໂຄ​ວິດ​-19 ວ່າ: ​ໃນ​ມື້​ດຽວ​ກັນ, ອິນ​ໂດ​ເນ​ເຊຍ​ມີ​ຜູ້​ຕິດ​ເຊື້ອ​ພະຍາດ​ເພີ່ມ​ໃໝ່ 4634 ຄົນ, ​ໄດ້​ສ້າງ​ສະຖິຕິ​ຄັ້ງໃໝ່ພາຍ​ຫຼັງ​ວັນ​ທີ 23 ກັນຍາ​ຜ່ານ​ມາ​ທີ່​ມີຈຳນວນ​ຜູ້​ເປັນ​ພະຍາດເພີ່ມ​ໃໝ່​ຫຼາຍ​ທີ່​ສຸດ​ນັບ​ຕັ້ງ​​ແຕ່​ມີ​ການ​ແຜ່​ລະບາດຂອງ​ພະຍາດ​ໂຄ​ວິດ-19 ​ເປັນ​ຕົ້ນ​ມາ, ປັດຈຸ​ບັນ​ນີ້ ອິນ​ໂດຍ​ເນ​​ເຊຍມີ​ຜູ້​ຕິດ​ເຊື້ອ​ພະຍາດທັງ​ໝົດ 262022 ຄົນ.

ຄຳ​ເຫັນ

0