吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ໄມ​ພົມ​ເພ​ວ​ເຕືອນ​ເຈົ້າ​ໜ້າ​ທີ່​ລັດຖະບານ​ອາ​ເມຣິກາ​ຕ້ອງ​ລະມັດລະວັງ​ເຈົ້າ​ໜ້າ​ທີ່​ການ​ທູ​ດຈີນ

2020-09-25 16:26:20 cri

​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ​ໄມ​ພົມ​ເພ​ວ ລັດຖະມົນຕີ​ກະຊວງ​ການ​ຕ່າງ​ປະ​ເທດ​ອາ​ເມຣິກາ​ໄດ້​ກ່າວ​ປາ​ໄສ​ໂດຍ​ຮຽກຮ້ອງ​ໃຫ້​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນຂອງ​ອາ​ເມຣິກາ​ຕ້ອງ​ລະມັດລະວັງ​ເຈົ້າໜ້າ​ທີ່​ການ​ທູດ​ຈີນ​ທີ່​ອາດ​ຈະ​ລໍ້​ລວງ​ໃຫ້​ມີ​ສ່ວນ​ຮ່ວມ​ໃນ​ກິດຈະກຳ​ໂຄສະນາ​ຊວນ​ເຊື່ອ ​ແລະ​ສອບ​ແນມ. ຕໍ່​ເລື່ອງ​ນີ້, ທ່ານ​ວາງ​ເວີນ​ປິ່ນ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທ​ດຈີນ​ໄດ້​ກ່າວ​ໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​ໃນ​ວັນ​ທີ 24 ກັນຍາ​ນີ້​ວ່າ: ນັກ​ການ​​ເມືອງ​ບາງ​ຄົນ​ຂອງ​ອາ​ເມຣິກາ​ມີ “ອາການ​ປະສາດ​ຫຼອນ​ຈຶ່ງ​ຄັດຄ້ານ​ຈີນ”, ຈີນ​ບໍ່​ມີ​ຄວາມ​ສົນ​​ໃຈ ​ແລະ​ບໍ່​ເຄີຍ​ມີ​ແນວ​ຄິດ​ແຊກ​ແຊງ​ວຽກງານ​ພາຍ​ໃນ​ຂອງ​ອາ​ເມຣິກາ​ຈັກ​ເທື່ອ.

ທ່ານ​ວ່າງ​ເວີນ​ປິ່ນ​ກ່າວ​ວ່າ: ການ​ຮ່ວມ​ມື​ລະຫວ່າງ​ທ້ອງ​ຖິ່ນ ​ແລະ​ການ​ໄປ​ແລກປ່ຽນ​ດ້ານ​ວັດທະນະທຳ​ແມ່ນ​ສ່ວນ​ປະກອບ​ທີ່​ສຳຄັນ​ຂອງ​ພົວພັນ​ຈີນ-ອາ​ເມຣິກາ. ຄຳ​ເວົ້າ​ທີ່​ກ່ຽວຂ້ອງ​ຂອງ​ທ່ານ​ໄມ​ພົມ​ເພ​ວບໍ່​ສອດຄ່ອງ​ກັບ​ຄວາມ​ເປັນ​ຈິງ, ​ແມ່ນ​ຄຳ​ຫຼອກ​ລວງ. ຈີນ​ເດັດດ່ຽວ​ຄັດຄ້ານ​ກ່ຽວ​ກັບ​ເລື່ອງ​ນີ້.

ທ່ານ​ກ່າວ​ຕື່ມ​ວ່າ: ພວກ​ເຮົາ​​ໄດ້​ສັງ​ເກດ​ເຫັນ​ວ່າ: ມີ​ບຸກຄົນ​ຈຳນວນ​ບໍ່​ໜ້ອຍ​ຂອງ​ອາ​ເມຣິກາ​ໄດ້​ຕຳ​ໜິຕິຕຽນ​ທ່ານ​ໄມ​ພົມ​ເພ​ວທີ່​ໄດ້​ສະ​ແດງ​ຄວາມ​ຄິດ​ເຫັນ​ກ່ຽວ​ກັບ​ວຽກງານ​ການ​ຕ່າງ​ປະ​ເທດ ​ແລະ​ການ​ບໍລິຫານ​ການ​ເມືອງ​ພາຍ​ໃນ​ປະ​ເທດ, ​ແຕ່​ໃນ​ຄວາມ​ເປັນ​ຈິງ​ແລ້ວ​ແມ່ນ​ເພື່ອ​ຜົນ​ປະ​ໂຫຍ​ດທາງ​ການ​ເມືອງ​ຂອງ​ຕົນ. ​ໃນ​ໄລຍະ​ຜ່ານ​ມາ, ມີ​ນັກ​ການ​​ເມືອງ​ອາ​ເມຣິກາ​ບາງ​ຄົນ “ມີ​ອາການ​ປະສາດ​ຫຼອນ​ຈຶ່ງ​ຄັດຄ້ານ​ຈີນ”, ​ໃສ່ຮ້າຍ​ປ້າຍ​ສີ​ອົງ​ກອນ ​ແລະ​ບຸກຄົນ​ຂອງ​ຈີນ​ທີ່​ດຳ​ເນີນ​ກິດຈະກຳ​ຢ່າງ​ເປັນ​ປົກກະຕິ​ຢູ່​ອາ​ເມຣິກາ, ສະກັດ​ກັ້ນ ​ແລະ​​ທຳລາຍ​ການ​ແລກປ່ຽນ ​ແລະ​ການ​ຮ່ວມ​ມື​ຢ່າງ​ເປັນ​ປົກກະຕິ​ລະຫວ່າງ​ຈີນ-ອາ​ເມຣິກາ​ດ້ວຍ​ການ​ໂຄສະນາ​ຊວນ​ເຊື່ອ​ວ່າ ຈີນ​ເປັນ​ໄພ​ຂົ່ມຂູ່​ຕໍ່​ອາ​ເມຣິກາ​ເພື່ອ​ຫາ​ຜົນ​ປະ​ໂຫຍ​ດທາງ​ການ​ເມືອງ​​ໃຫ້​ກັບ​ຕົນ ​ເຊິ່ງຈະ​ຖືກ​ກ່າວ​ປະນາມ ​ແລະ​ຂວ້ຳ​ບາດ​ຈາກ​ວົງ​ການ​ຕ່າງໆ​ຂອງ​ອາ​ເມຣິກາ​ແນ່ນອນ.

ຄຳ​ເຫັນ

0