何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບົດ​ປາ​ໄສ​ຂອງ​ທ່ານ​ສີ​ຈິ້ນ​ຜິງໃນ​ກອງ​ປະ​ຊຸມ​ລະ​ດັບ​ສູງ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເພື່ອ​ລະ​ນຶກກອງ​ປະ​ຊຸມ​ໃຫຍ່​ແມ່​ຍິງ​ໂລກ​ທີ່​ປັກ​ກິ່ງ​ຄົບ​ຮອບ 25 ປີ

2020-10-02 15:42:53 CRI

ບົດ​ປາ​ໄສ​ໃນ​ກອງ​ປະ​ຊຸມ​ລະ​ດັບ​ສູງ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເພື່ອ​ລະ​ນຶກກອງ​ປະ​ຊຸມ​ໃຫຍ່​ແມ່​ຍິງ​ໂລກ​ທີ່​ປັກ​ກິ່ງ​ຄົບ​ຮອບ 25 ປີ

ໂດຍ​ທ່ານ​ສີ​ຈິ້​ນ​ຜິງ ປ​ະ​ທານ​ປະ​ເທດ​ຈີນ

(ວັນ​ທີ 1 ຕຸ​ລາ​ປີ 2020)

ບົດ​ປາ​ໄສ​ຂອງ​ທ່ານ​ສີ​ຈິ້ນ​ຜິງໃນ​ກອງ​ປະ​ຊຸມ​ລະ​ດັບ​ສູງ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເພື່ອ​ລະ​ນຶກກອງ​ປະ​ຊຸມ​ໃຫຍ່​ແມ່​ຍິງ​ໂລກ​ທີ່​ປັກ​ກິ່ງ​ຄົບ​ຮອບ 25 ປີ_fororder_1126568081_16015619091081n

 

ຮຽນ​ທ່ານ​ປະ​ທານ

ບັນ​ດາ​ເພື່ອນ​ມິດ:

 

ເນື່ອງ​ໃນ​ໂອ​ກາດ​ທີ່​ສ້າງ​ຕັ້ງ​ອົງ​ການ​ສະ​ຫະ​ປະ​ຊ​າ​ຊາດ​ຄົບ​ຮອບ 75 ປີ, ພວກ​ເຮົາ​ລະ​ນຶກ​ການ​ຈັດກອງ​ປະ​ຊຸມ​ໃຫຍ່​ແມ່​ຍິງ​ໂລກ​ທີ່​ປັກ​ກິ່ງ​ຄົບ​ຮອບ 25 ປີ, ສົ່ງ​ເສີມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ-ຊາຍ, ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ພາ​ລະ​ກິດ​ແມ່​ຍິງ​ທົ່ວ​ໂລກ. ຂ້າ​ພະ​ເຈົ້າ​ຮູ້​ສຶ​ກຳ​ປິ​ຕິ​ຊົມ​ຊື່ນ​ຕໍ່​ເລື່ອງ​ນີ້, ຂໍ​ອວຍ​ພອນ​ໃຫ້​ກອງ​ປະ​ຊຸມ​ລະ​ດັບ​ສູງ​ຄັ້ງ​ນີ້​ຈົ່ງ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ.

 

ແມ່​ຍິງ​ແມ່ນ​ຜູ້​ປະ​ດິດ​ສ້າງ​​ອະ​ລິ​ຍະ​ທຳ​ມະ​ນຸດ ຜູ້​ຊຸກ​ຍູ້​ຄວາມ​ກ້າວ​ໜ້າ​ຂອງ​ສັງ​ຄົມ, ໄດ້​ຮັບ​ຜົນ​ງານ​ທີ່​ບໍ່​ທຳ​ມະ​ດາ​ໃນ​ຂະ​ແໜງ​ການ​ຕ່າງໆ. ພວກ​ເຮົາ​ພວມ​ຕໍ່​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ເພດ​ຍິງ​ທີ່​ເຮັດ​ວຽກ​ໜ້າ​ທີ່​ເປັນພະ​ນັກ​ງານ​ການ​ແພດ ເຈົ້າ​ໜ້າ​ທີ່​ຄວບ​ຄຸມ​ພະ​ຍາດ ພະ​ນັກ​ງານ​ວິ​ທະ​ຍາ​ສາດ​ເຕັກ​ນິກ ຜູ້​ເຮັດ​ວຽກ​ເຂດ​ຊຸມ​ຊົນ ແລະ​ອາ​ສາ​ສະ​ໝັກ ແລະ​ຂະ​ແໜງ​ການ​ອື່ນໆ​ຈຳ​ນວນຫຼວງຫຼາຍ​ບໍ່​ຢ້ານ​ກົວ​ຕໍ່​ໄພ​ອັນ​ຕະ​ລາຍ, ສູ້​ຊົນ​ທັງ​ເວັນ ​ທັງ ຄືນ,ເຝົ້າ​ຮັກ​ສາ​​ປະ​ຕິ​ບັດ​ໜ້າ​ທີ່ຢູ່​ແນວ​ໜ້າ​ຂອງ​ການ​​ປົກປ້ອງ ແລະ​ຄວບ​ຄຸມ​ພະ​ຍາດ, ປະ​ກອບ​ສ່ວນ​ອັນ​ຍິ່ງ​ໃຫຍ່​ໃນ​ການ​ປ້ອງ​ກັນ ແລະ ກອບ​ກູ້​ຊີ​ວິດ​ດ້ວຍ​ຄວາມ​ດຸ​ໝັ່ນ ແລະ ສະ​ຕິ​ປັນ​ຍາ​ຂອງ​ຕົນ. ພວກ​ເຮົາ​ຕ້ອງຍ້ອງ​ຍໍ​ຊົມ​ເຊີຍ​ພວກ​​ເຂົາ​ເຈົ້າ.

 

ໃນ​ຂະ​ນະສຳ​ຄັນ​ທີ່​ຈີນ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ຢ່າງ​ຂ້ຽວ​ຊາດທີ່​ສຸດ, ໃນ​ພະ​ນັກ​ງານ​ການ​ແພດ 4 ໝື່ນກວ່າ​ຄົນ​ທີ່​​ມາຈາກ​ແຫ່ງ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ຈີນ​ເພື່ອ​ໄປ​ຊ່ວຍ​ເຫຼືອ​ແຂວງ​ຫູ​ເປີຍ​ນັ້ນ, ມີ 2 ສ່ວນ 3 ແມ່ນ​ເພດ​ຍິງ. ມີ​ນາງ​ພະ​ຍາ​ບານ​ຜູ້​ໜຶ່ງ​ທີ່​ມາ​ຈາກ​ແຂວງກວາງ​ຕຸ້ງ​ມີ​ອາ​ຍຸ​ບໍ່​​ຮອດ 20 ປີ. ນັກ​ຂ່າວ​ຖາມ​ລາວ​ວ່າ, ເຈົ້າ​ເອງ​ຍັງ​ເປັນ​ເດັກ​ນ້ອຍ ຍັງ​ຕ້ອງ​ການ​ຜູ້​ອື່ນ​ມາ​ຊ່ວຍ​ເຫຼືອ. ແຕ່​ລາວ​ຕອບ​ວ່າ, ເມື່ອ​ໃສ່​ຊຸດ​ປ້ອງ​ກັນ​ເຊື້ອ​ພະ​ຍາດ, ກໍ​ບໍ່​ແມ່ນ​ເດັກ​ນ້ອຍ​ອີກ​ແລ້ວ. ຄຳ​ສົນ​ທະ​ນາ​ຕອນ​ນີ້​ໄດ້​ເຮັດ​ໃຫ້​ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ຈີນ​ຕື້ນ​ຕັນ​ໃຈ​ທີ່​ສຸດ. ກໍ​ແມ່ນ​ຍ້ອນ​ວ່າ​ມີ​ເພດ​ຍິງ​ຈີນ​ເປັນ​ພັນ​ເປັນ​ໝື່ນ​ຄົນຄື​ແບບ​ນີ້, ນັກ​ຮົບ​ຊຸດ​ຂາວ​ໄດ້ ບຸກ​ບືນ​ສ່ຽງ​ໄພ​ຕໍ່ຄວາມ​ອັນ​ຕະ​ລາຍ, ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ກ້າ​ຫານ ແລະ ການ​ເຮັດ​ວຽກ​ຢ່າງ​ລຳ​ບາກ​ຂອງ​ພະ​ນັກ​ງານ​ການ​ແພດ​ຜູ້​ທີ່​ມີ​ຄວາມ​ເມດ​ຕາ​ກະ​ລຸ​ນາ​ຕໍ່​ມວນ​ມະ​ນຸດ, ໃຊ້​ສະ​ຕິ​ຮັບ​ຜິ​ດ​ຊອບ ແລະ ການ​ອຸ​ທິດ​ຕົນ​ເພື່ອ​ເຮັດ​ໃຫ້​ປະ​ເທດ​ຊາດ​ປາ​ສະ​ຈາກ​ຜົນ​ກະ​ທົບ​ຂອງ​ພະ​ຍາດ.

 

ທ່ານ​ປະ​ທານ!

 

ໃນ 25 ປີ​ຜ່ານ​ມາ, ຈິດ​ໃຈ​ຂອງກອງ​ປະ​ຊຸມ​​ໃຫຍ່ແມ່​ຍິງ​ໂລກ​ປັກ​ກິ່ງ​ໄດ້​ຊຸກ​ຍູ້​ໃຫ້​ເກີດ​ການ​ປ່ຽນ​ແປງ​ທີ່​ຕັ້ງ​ໜ້າ. ແມ່​ຍິງ​ມີ​ຖາ​ນະ​ສູງ​ຂຶ້ນ​ຢ່າງ​ພົ້ນ​ເດັ່ນ​ໃນ​ສັງ​ຄົມ, ແລະ​ມີ​ຖາ​ນະ​ບົດ​ບາດ​ນັບ​ມື້​ນັບ​ພົ້ນ​ເດັ່ນ​ຂຶ້ນ, ​ຄວາມ​ສະ​ເໝີ​ພາບ​ກັນ​ລະ​ຫວ່າງ​ຍິງ-ຊາຍ ແລະ ມອບ​ສິດ​ທິ​ໃຫ້​ແມ່​ຍິງ​ໄດ້​ກາຍ​ເປັນ​ເປົ້າ​ໝາຍ​ສຳ​ຄັນ​ໃນ “ວາ​ລະ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຮອດ​ປີ 2030 ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ”.

 

ພະ​ຍາດ​ໂຄວິດ-19 ຍັງ​ແຜ່​ລະ​ບາດ​ໃນ​ທົ່ວ​ໂລກ, ໄດ້​ສ້າງ​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ​ຕໍ່​ການ​ຜະ​ລິດ ການ​ດຳ​ລົງ​ຊີ​ວິດ ແລະ​ການ​ປະ​ກອບ​ອາ​ຊີບ​ຂອງ​ປະ​ເທດ​ຕ່າງໆ, ແມ່​ຍິງ​ໄດ້​ຜະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ທີ່​ໃຫຍ່ກວ່າ​ເກົ່າ. ​ຄືດັ່ງ​ທີ່​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່​ກູ​ເຕີ​ເຣັ​ສ​ກ່າວ​ວ່າ, ຜົນ​ສຳ​ເລັດ​ໃນ​ຂົງ​ເຂດ​ຄວາມ​ສະ​ເໝີ​ພາບ​ກັນ​ລະ​ຫວ່າງ​ຍິງ-​ຊາຍທີ່​ຍາດ​ມາ​ໄດ້ໃນຫຼາຍ​ສິບ​ປີ​ຜ່ານ​ມາ​ພວມ​ຜະ​ເຊີນກັບ​ຄວາມ​ສ່ຽງ​ທີ່ຫຼຸດ​ໜ້ອຍ​ຖອຍຫຼັງ. ໃນ​ຂະ​ບວນ​ການ​ທີ່​ພວກ​ເຮົາ​ຕ້ານ​ກັບ​ພະ​ຍາດ ແລະ ຊຸກ​ຍູ້​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ສັງ​ຄົມ, ໂດຍ​ສະ​ເພາະ​ຕ້ອງ​ເອົາ​ໃຈ​ໃສ່​ຄວາມ​ຕ້ອງ​ການ​ພິ​ເສດ​ຂອງ​ແມ່​ຍິງ, ຈັດ​ຕັ້ງ​ປະ​ຕິ​ບັດ “ຖະ​ແຫຼງ​ກາ​ນ​ປັກ​ກິ່ງ” ແລະ “ໂຄງ​ການ​ດຳ​ເນີນ​ງານ”. ຈີນ​ມີ​ຈຸດ​ຢືນ​ວ່າ:

 

ໜຶ່ງ, ຊ່ວຍ​ເຫຼືອ​ແມ່​ຍິງ​ພົ້ນ​ອອກ​ຈາກ​ຜົນ​ກະ​ທົບ​ຂອງ​ພະ​ຍາດ. ຕ້ອງ​ເອົາ​ໃຈ​ໃສ່​ສຸ​ຂະ​ພາບ​ທາງ​ຮ່າງ​ກາຍ ຄວາມ​ຕ້ອງ​ການ​ດ້ານ​ຈິດ​ໃຈ​ສັງ​ຄົມ ແລະ ສະ​ພາບ​ແວດ​ລ້ອມ​ການ​ເຮັດ​ວຽກ​ຂອງ​ພະ​ນັກ​ງານ​ການ​ແພດ​ເພດ​ຍິງ. ພວກ​ເຮົາ​ຕ້ອງ​ຖື​ເອົາ​ການ​ຮັບ​ປະ​ກັນ​ສິດ​ຜົນ​ປະ​ໂຫຍດ​ຂອງ​ແມ່​ຍິງ ແລະ ເດັກ​ຍິງ​ໄວ້​ຢູ່​ຖາ​ນະ​ສຳ​ຄັນ​ໃນ​ດ້ານ​ສາ​ທາ​ລະ​ສະ​ສຸກ ແລະ ແຜນ​ການ​ຟື້ນ​ຟູ​ການ​ເຮັດ​ວຽກ ແລະ ການ​ຜະ​ລິດ, ໂດຍ​ສະ​ເພາະ​ແມ່ນ​ການ​ເປີດກວ້າງ​ຊ່ອງ​ທາງ​ປະ​ກອບ​ອາ​ຊີບ ແລະ ປາບ​ປາມ​ການ​ກະ​ທຳ​ທີ່​ລ່ວງ​ລະ​ເມີດ​ສິ​ດ​ຜົນ​ປະ​ໂຫຍດ​ຂອງ​ແມ່​ຍິງ. ພວກ​ເຮົາ​ຕ້ອງ​ເພີ່ມ​ທະ​ວີ​ການ​ບໍ​ລິ​ການ​ຂອງ​ສັງ​ຄົມ, ໃຫ້​ບູ​ລິ​ມະ​ສິດ​ແກ່​ການ​ຮັບ​ປະ​ກັນ​​ກຸ່ມ​ຄົນ​ພິ​ເສດ ເຊັ່ນ: ແມ່​ມານ ແມ່​ ​ລູກ​ອ່ອນ ແລະ ເດັກ​ນ້ອຍ, ໃຫ້​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຕໍ່​ກຸ່ມ​ຄົນ​ຫຍຸ້ງ​ຍາກ, ເຊັ່ນ: ແມ່​ຍິງ​ຜູ້​ທຸກ​ຍາກ, ແມ່​ຍິງ​ອາ​ຍຸ​ສູງ, ແມ່​ຍິງ​ຜູ້​ພິ​ການ ແລະ ອື່ນໆ, ສ້າງ​ຜົນ​ປະ​ໂຫຍດ ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກໃຫ້​ແກ່​ເຂົາ​ເຈົ້າ​ຢ່າງ​ແທ້​ຈິງ.

 

​ສອງ, ຈັດ​ຕັ້ງ​ປະ​ຕິ​ບັດຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ-ຊາຍ​ໃຫ້​ເປັນ​ຮູບ​ປະ​ທຳ.  ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຄັ້ງ​ນີ້​ໄດ້​ນຳ​ມາ​ເຊິ່ງ​ສິ່ງ​ທ້າ​ທາຍ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ, ທັງ​ໄດ້​ສ້າງ​ກາ​ລະ​ໂອ​ກາດ​ໃຫ້​ແກ່​ພວກ​ເຮົາ​ເພື່ອ​ສຳຫຼວດ​​ຕົນ​ເອງຄືນ​ຢ່າງ​ເລິກ​ເຊິ່ງ ແລະ​ສ້າງ​ອະ​ນາ​ຄົດ​ຄືນ​ໃໝ່. ການ​ພັດ​ທະ​ນາ​ຂອງ​ໂລກ​ຕ້ອງ​ກ້າວ​ເຂົ້າ​ສູ່​ທິດ​ທາງ​ທີ່​ສະ​ເໝີ​ພາບ, ກວມ​ລວມ​ແລະ​ຍືນ​ຍົງ​ກວ່າ​ເກົ່າ, ​ໃນ​ນີ້, ວຽກ​ງານແມ່​ຍິງ​ເປັນ​ມາດ​ຖານ​ສຳ​ຄັນ. ​ຕ້ອງ​ຍົກ​ສູງ​ຖາ​ນະວຽກ​ງາ​ນການ​ປົກ​ປ້ອງ​ສິດ​ແລະ​ຜົນ​ປະ​ໂຫຍດ​ຂອງ​ແມ່​ຍິງ​ຕ້ອງ​ໃຫ້​ເປັນ​ຍຸດ​ທະ​ສາດ​ແຫ່ງ​ຊາດ. ຄວນ​ຖື​ການ​ຟື້ນ​ຟູ​ຈາກ​ສະ​ພາບ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເປັນ​ໂອ​ກາດ​ທີ່​ດີ​ເພື່ອ​ສ້າງ​ກາ​ລະ​ໂອ​ກາດ​ໃໝ່​ໃຫ້​ແກ່​ແມ່​ຍິງ​ເຂົ້າ​ຮ່ວມ​ວຽກ​ບ້ານ​ການ​ເມືອງ, ຍົກ​ສູງ​ລະ​ດັບ​ການ​ມີ​ສ່ວນ​ຮ່ວມ​ຂອງ​ແມ່​ຍິງ​ໃນ​ການ​ຄຸ້ມ​ຄອງວຽກ​ງານ​ຂອງ​ລັດ​ແລະ​ວຽກ​ງານ​ດ້ານ​ເສດ​ຖະ​ກິດ,ວັດ​ທະ​ນະ​ທຳ​ແລະ​ສັງ​ຄົມ. ພວກ​ເຮົາ​ຕ້ອງ​ຈຳ​ກັດ​ແນວ​ຄິດ​ອະ​ຄະ​ຕິ, ການ​ຈຳ​ແນກ​ແລະ​ການ​ໃຊ້​ຄວາມ​ຮຸນ​ແຮງຕໍ່​ແມ່​ຍິງ, ເຮັດ​ໃຫ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ-ຊາຍ​ກາຍ​ເປັນ​ຫຼັກ​ການປ​ະ​ພຶດ​ແລະ​ມາດ​ຖານ​ຄຸນ​ຄ່າ​ທີ່​ທົ່ວ​ສັງ​ຄົມ​ຮ່ວມ​ກັນ​ເຄົາ​ລົບ​ປະ​ຕິ​ບັດ​ນຳ​ກັນ.

 

     ສາມ, ຊຸກ​ຍູ້​ແມ່​ຍິງໃຫ້​ມີ​ບົດ​ບາດ​ຢູ່​ແຖວ​ໜ້າ​ຂອງ​ຍຸກ​ສະ​ໄໝ. ທຸກ​ມື້​ນີ້​ໃນ​ສະ​ຕະ​ວັດ​ທີ 21, ການ​ສ້າງ​ສາ​ຊີ​ວິດ​ທີ່​ດີ​ງາມ​ແມ່ນ​ບໍ່​ສາ​ມາດ​ປາ​ສະ​ຈາກ​ຄວາມ​ກ້າວ​ໜ້າ​ຮອບ​ດ້ານ​ຂອງ​ວຽກ​ງານ​ແມ່​ຍິງ​ໄດ້ ທັງ​ຕ້ອງ​ການ​ແມ່​ຍິງ​ທັງຫຼາຍ​ປະ​ກອບ​ສະ​ຕິ​ປັນ​ຍາ​ແລະ​ກຳ​ລັງ​ແຮງຫຼາຍ ກວ່າ​ເກົ່າ​ເຂົ້າ​ໃນ​ວຽກ​ງານ​ດ້ານ​ນີ້. ຄວນ​ຍຶດ​ໝັ້ນ​ໃນ​ການ​ປົກ​ປ້ອງ​ສິດ​ແລະ​ຜົນ​ປະ​ໂຫຍດ​ຂອງ​ແມ່​ຍິງ​ໃນ​ການ​ພັດ​ທະ​ນາ, ອາ​ໄສ​ການ​ພັດ​ທະ​ນາ​ເພື່ອ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ແມ່​ຍິງ, ບັນ​ລຸ​ເປົ້າ​ໝາຍ​ໃຫ້​ວຽກ​ງານແມ່​ຍິງ​ແລະ​ເສດ​ຖະ​ກິດ​ສັງ​ຄົມ​ພັດ​ທະ​ນາ​ໄປ​ພ້ອມ​ກັນ. ພວກ​ເຮົາ​ຄວນ​ກຳ​ຈັດ​ອຸ​ປະ​ສັກ​ຕ່າງໆ, ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ດີ, ປຸກ​ລະ​ດົມ​ຄວາມ​ຫ້າວ​ຫັນ, ຄວາມ​ເປັນ​ເຈົ້າ​ການ​ແລະ​ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ແມ່​ຍິງ​ອັນ​ໄພ​ສານ​ໃຫ້ຫຼາຍ​ເທົ່າ​ທີ່​ຈະຫຼາຍ​ໄດ້, ເຮັດ​ໃຫ້​ເຂົາ​ເຈົ້າ​​ມີ​ຄວາມ​ຮູ້​ສຶກ​ໄດ້​ຮັບ​ຜົນ​ປະ​ໂຫຍດ, ມີ​ຄວາມ​ສຸກ​ແລະ​ຄວາມ​ປອດ​ໄພ​ເພີ່ມ​ຂຶ້ນ​.  ພວກ​ເຮົາ​ຄວນ​ເສີມ​ຂ​ະ​ຫຍາຍ​ບົດ​ບາດ​ຂອງ​ລັດ​ຖະ​ບານ, ປຸກ​ລະ​ດົມ​ກຳ​ລັງ​ຕ່າງໆ​ໃນ​ສັງ​ຄົມ​ຢ່າງກວ້າງ​ຂວາງ ເພື່ອ​ສະ​ໜັບ​ສະ​ໜູນ​ແລະ​ຊ່ວຍ​ແມ່​ຍິງ​ໃຫ້​ໄດ້​ມີ​ຊີ​ວິດ​ທີ່​ດີ​ງາມ.

 

ສີ່, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນດ້ານ​ວຽກ​ງານແມ່​ຍິງ​ທົ່ວ​ໂລກ. ການ​ພັດ​ທະ​ນາ​​ວຽກ​ງານ​ແມ່​ຍິງ​ແມ່ນ​ບໍ່​ສາ​ມາດ​ປາ​ສະ​ຈາກ​ສະ​ພາບ​ແວດ​ລ້ອມ​ສາ​ກົນ​ທີ່​ມີ​ສັນ​ຕິ​ພາບ​ແລະ​ສະ​ຫງົບ​ປອດ​ໄພ, ບໍ່​ສາ​ມາດ​ປາ​ສະ​ຈາກ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ​ບົດ​ບາດ​ປະ​ສານ​ງານ​ອັນ​ສຳ​ຄັນ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້.​ພວກ​ເຮົາ​ສະ​ໜັບ​ສະ​ໜູນ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃຫ້​ບຸ​ລິ​ມະ​ສິດ​ແກ່​ວຽກ​ງານ​ແມ່​ຍິງ, ເພີ່ມ​ການ​ລົງ​ທຶນ​ເຂົ້າ​ໃນ​ບັນ​ຫາ​ຕ່າງໆ​ທີ່​ມີ​ມາ​ແຕ່​ດົນ​ແລ້ວເຊັ່ນ ​ການ​ກຳ​ຈັດ​ການ​ໃຊ້​ຄວາມ​ຮຸນ​ແຮງ, ການ​ຈຳ​ແນກ​ແລະ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ເປັນ​ຕົ້ນ, ແລະ​ສ້າງ​ຜົນ​ງານ​ໃນ​ການ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ໃໝ່​ເຊັ່ນ ແກ້​ໄຂ​ຄວາມ​ແຕກ​ໂຕນ​ທາງ​ເພດ​ດ້ານ​​ດິ​ຈີ​ຕອນແລະ​ອື່ນໆ, ເພື່ອ​ເຮັດ​ໃຫ້​ເປົ້າ​ໝາຍ​ວຽກ​ງານ​ແມ່​ຍິງ​ກາຍ​ເປັນ​ຜົນ​ງານ​ເບື້ອງ​ຕົ້ນ​ໃນ​ການ​ບັນ​ລຸ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຮອດ​ປີ2030. ພວກ​ເຮົາ​ຍັງ​ສະ​ໜັບ​ສະ​ໜູນ​ການ​ຍົກ​ສູງ​ລັກ​ສະ​ນະ​ຕົວ​ແທນ​ຂອງ​ແມ່​ຍິງ​ໃນ​ລະ​ບົບ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ. ອົງ​ການ​ແມ່​ຍິງແຫ່ງ​ສະ​ຫະ​ປະ​ຊາ​ຊາດ​ຄວນ​ສ້າງ​ໃຫ້​ມີ​ວິ​ທີ​ຮັກ​ສາ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ-ຊາຍ​ໃຫ້ຫຼາຍ​ຂຶ້ນ, ປັບ​ປຸງ​ແຜນ​ພັດ​ທະ​ນາ​ແມ່​ຍິງ​ທົ່ວ​ໂລກ​ໃຫ້​ສົມ​ບູນ​ຂຶ້ນ.

 

ບັນ​ດາ​ເພື່ອນ​ມິດ!

 

ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ-ຊາຍ​ແມ່ນ​ນະ​ໂຍ​ບາຍ​ພື້ນ​ຖານ​ແຫ່ງ​ຊາດ​ຂອງ​ຈີນ. ຈີນ​ໄດ້​ສ້າງ​​ລະ​ບົບ​ກົດ​ໝາຍ​ເພື່ອ​ປົກ​ປ້ອງ​ສິດ​ຜົນ​ປະໂຫຍດ​ຂອງ​ແມ່​ຍິງ​ຢ່າງ​ຮອບ​ດ້ານທີ່ປະ​ກອບ​ມີ ກົດ​ໝາຍ​ກົດ​ລະ​ບຽບ100ກວ່າ​ສະ​ບົບ ​ເຊິ່ງ​ໄດ້​ຖືກ​ອົງ​ການ​ອະ​ນາ​ໄມ​ໂລກ​ຈັດ​ອັນ​ດັບ​ໃຫ້​ເປັນ​ໜຶ່ງ​ໃນ 10 ປະ​ເທດ​ທີ່​ມີ​ປະ​ສິດ​ທິ​ພາບ​ສູງ​ໃນ​ດ້ານ​ວຽກ​ງານ​ຮັກ​ສາ​ສຸ​ຂະ​ພາບ​ແມ່​ຍິງ​ແລະ​ເດັກ​ນ້ອຍ, ໂດຍ​ສາ​ມາດ​ລຶບ​ລ້າງ​ຄວາມ​ແຕກ​ໂຕນ​ທາງ​ເພດ​ໃນ​ດ້ານ​ການ​ສຶກ​ສາ​ພາກ​ບັງ​ຄັບ​ໂດຍ​ພື້ນ​ຖານ, ການ​ປະ​ກອບ​ອາ​ຊີບ​ຂອງ​ເພດ​ຍິງ​ໃນ​ທົ່ວ​ສັງ​ຄົມ​ໄດ້​ກວມຫຼາຍກວ່າ 40%, ໃນ​ຈຳ​ນວນ​ຜູ້​ສ້າງ​ທຸ​ລະ​ກິດ​ໃນ​ຂົງ​ເຂດ​ອິນ​ເຕີ​ເນັດ, ເພດ​ຍິງ​ໄດ້​ກວມຫຼາຍກວ່າ​ເຄິ່ງ​ໜຶ່ງ.

 

 ເມື່ອ5ປີ​ກ່ອນ, ຂ້າ​ພະ​ເຈົ້າ​ໄດ້​ລິ​ເລີ່ມ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ແມ່​ຍິງ​ໂລກ ໂດຍ​ໄດ້​ສະ​ເໜີ​ຂໍ້​ລິ​ເລີ່ມ​ຕ່າງໆ​ກ່ຽວ​ກັບ​ການ​ຮ່ວມ​ມື​ຂອງ​ໂລກ ເຊິ່ງ​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ຮອບ​ດ້ານ​ແລ້ວ. ຈີນ​ຈະ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ສ​ະ​ໜັບ​ສະ​ໜູນ​ວຽກ​ງານ​ແມ່​ຍິງ​ທົ່ວ​ໂລກ. ໃນ​ໄລ​ຍະ 5 ປີ​ຕໍ່​ໜ້າ, ຈີນ​ຈະ​ບໍ​ລິ​ຈາກ​ເງິນເພີ່ມ​ອີກ 10 ລ້ານ​ໂດ​ລາ​ສະ​ຫະ​ລັດ​ໃຫ້​ແກ່​ອົງ​ການ​ແມ່​ຍິງ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ. ຈີນ​ຈະ​ສືບ​ຕໍ່​ສ້າງ​ຕັ້ງ​ລາງວັນ​ການ​ສຶກ​ສາ​ເດັກ​​ຍິງ​ແລະ​ແມ່​ຍິງ​ຈີນ-ອົງ​ການ UNESCO ເພື່ອສະໜັບສະໜູນ​ວຽກ​ງານການສຶກສາຂອງເດັກຍິງ​ແລະ​ແມ່ຍິງທົ່ວໂລກ. ຈີນຂໍລິເລີ່ມໃຫ້ຈັດກອງປະຊຸມສຸດຍອດແມ່​ຍິງ​ໂລກອີກຄັ້ງໃນ​ປີ 2025.

 

 ທ່ານປະທານ!

 

ການສ້າງໂລກທີ່ບໍ່ຈຳແນກ​ເພດ​ຍິງ, ສ້າງສັງຄົມທີ່ພັດທະນາແບບກວມລວມ, ຍັງຕ້ອງເດີນຕາມເສັ້ນທາງ​​ທີ່ຍາວ​ໄກ, ຍັງຕ້ອງສຸມຄວາມພະຍາ​ຍາມຫຼາຍກວ່າ​ເກົ່າ. ຂໍ​ໃຫ້​ພວກ​ເຮົາ​ຈົ່ງ​ສືບ​ຕໍ່​ຮ່ວມມື​ກັນ​ສຸມ​ຄວາມ​ພະ​ຍາຍາມເພື່ອ​ເລັ່ງລັດໃຫ້ບັນລຸເປົ້າໝາຍ​ກ່ຽວກັບຄວາມສະເໝີ​ພາບ​ລະ​ຫວ່າງຍິງ-ຊາຍແລະສົ່ງເສີມ​ການ​ພັດ​ທະ​ນາວຽກງານແມ່​ຍິງ​ທົ່ວ​ໂລກ.

 

ຂອບ​ໃຈ!

 

ຄຳ​ເຫັນ

0