何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ພັດ​ທະ​ນາ​​ເຂດ ​ເສດ​ຖະ​ກິດ​ພິ​ເສດ​ຂອງຈີ​ນ ແລະ ລາ​ວ​ສະ​ແດງ​ໃຫ້​ເຫັນທ່າ​ແຮງ​ດ້ານ​ລະ​ບອບ​ສັງ​ຄົມ​ນິ​ຍົມ

2020-10-14 19:00:09 CRI

ການ​ພັດ​ທະ​ນາ​​ເຂດ ​ເສດ​ຖະ​ກິດ​ພິ​ເສດ​ຂອງຈີ​ນ ແລະ ລາ​ວ​ສະ​ແດງ​ໃຫ້​ເຫັນທ່າ​ແຮງ​ດ້ານ​ລະ​ບອບ​ສັງ​ຄົມ​ນິ​ຍົມ_fororder_timg

 

ເດືອນ​ສິງ​ຫາ​ປີ 1980, ຈີນ​ໄດ້​ສ້າງ​ຕັ້ງ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ຢູ່​ເສີ່ນ​ເຈີ້ນ, ຈູ່​ໄຫ, ຊ້ານ​ໂທ ແລະ ເຊ້ຍ​ເມີນ, ໂດຍ​ກຳ​ນົດ​ຢ່າງ​ຈະ​ແຈ້ງວ່າ​ຕ້ອງ​ເສີມ​ຂະ​ຫຍາຍ​ບົດ​ບາດຄວາມ​ເປັນ​ແບບ​ຢ່າງ ​ແລະ​ເປັນ​ປ່ອງຢ້ຽມ​ທີ່​ສຳຄັນ​​ຂອງ​ເຂດ​ເສດ​ຖະ​ກິດ​ພິ​ເສດ​​ໃນ​ການ​ປະ​ຕິ​ຮູບ ເປີດ​ປະ​ຕູ​ສູ່​ພາຍນອກ ແລະ ການ​ສ້າງ​ສາ​ສັງ​ຄົມ​ນິ​ຍົມທີ່​ທັນ​ສະ​ໄໝ​ຂອງ​ຈີນ. ຫຼັງ​ຈາກ​ນັ້ນ 40 ປີ, ເຂດ​ເສດ​ຖະ​ກິດ​ພິ​ເສດ​ເສີ່ນ​ເຈີ້ນ​ໄດ້ພັດທະນາ​ຈາກ​ເມືອງ​ນ້ອຍ​ໃນ​ເຂດ​ຊາຍ​ແດນ​ທີ່ຫຼ້າຫຼັງ ກາຍ​ມາ​ເປັນ​ຕົວ​ເມືອງ​ລະດັບສາ​ກົນ​ຂະ​ໜາດ​ໃຫຍ່​ທີ່​ມີ​ບົດ​ບາດ​ສຳ​ຄັນ​ໃນ​​ໂລກ, ຈາກ​ການ​ປະ​ຕິ​ຮູບ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຈົນຮອດ​ການ​ລົງ​ເລິກ​ການ​ປະ​ຕິ​ຮູບ​ຢ່າງ​ຮອບ​ດ້ານ, ຈາກ​​ການ​ຖື​ເອົາການ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ເປັນຫຼັກ ກາຍ​ມາ​ເປັນ​ການ​ຖື​ເອົາ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ໃນ​ລະ​ດັບ​ສູງ​ຢ່າງ​ຮອບ​ດ້ານ​ເປັນຫຼັກ, ຈາກ​ການ​ແກ້​ໄຂ​ບັນ​ຫາ​ການກິນ​ອີ່ມ​ນຸ່ງ​ອຸ່ນ​ມາ​ເປັນ​ການ​ສ້າງ​ສັງຄົມ​ທີ່​ອີ່ມ​ໜຳ​ສຳ​ລານ​ຢ່າງຮອບ​ດ້ານ​ດ້ວຍ​ຄຸນ​ນະ​ພາບ​ສູງ, ເຊິ່ງ​ໄດ້​ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ກ້າວ​ກະ​ໂດດ​ເປັນ​ຄັ້ງ​ປະ​ຫວັດ​ສາດ. ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຕີ​ລາ​ຄາ​ວ່າ: “ເສີ່ນ​ເຈີ້ນ​ແມ່ນ​ຕົວ​ເມືອງ​ທີ່​ໃໝ່​ອ່ຽມ​ທີ່​ພັກ ແລະ ປະ​ຊາ​ຊົນ​ສ້າງ​ຂຶ້ນຫຼັງ​ການ​ປະ​ຕິ​ຮູບ ແລະ ເປີດ​ປະ​ຕູ​ສູ່​ພາຍນອກ, ປຽບ​ເໝືອນ​ການ​ວາດ​ພາບ​ສິ່ງ​ສຸດ​ຍອດ​ຂອງ​ລະບອບ​​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນຢູ່​ເທິງ​ເຈ້ຍ​ຂາວ​ເປົ່າ.”

ການ​ພັດ​ທະ​ນາ​​ເຂດ ​ເສດ​ຖະ​ກິດ​ພິ​ເສດ​ຂອງຈີ​ນ ແລະ ລາ​ວ​ສະ​ແດງ​ໃຫ້​ເຫັນທ່າ​ແຮງ​ດ້ານ​ລະ​ບອບ​ສັງ​ຄົມ​ນິ​ຍົມ_fororder_1582098854980

ປະ​ຈຸ​ບັນ ປະ​ເທດ​ລາວ​ກໍ​ພວມ​ກ້າວ​ເດີນ​ໄປ​ໜ້າ​ຕາມ​ເສັ້ນ​ທາງ​ທີ່​ປ່ຽນ​ແປງ​ໃໝ່ ​ໃນ​ການເປີດ​ປະ​ຕູ​ສູ່​ພາຍນອກ ແລະ​ພັດ​ທະ​ນາ​ເຂດ​ເສດ​ຖະ​ກິດ​ພິ​ເສດ. ນັບແຕ່​​ປະ​ເທດ​ລາວ​ເລີ່ມ​ດຳ​ເນີນ​ການ​ປ່ຽນ​ແປງໃໝ່ ເປັນ​ຕົ້ນ​ມາ, ເຖິງວ່າໄດ້ຮັບ​ຜົນ​ກະ​ທົບ​ດ້ານ​ການ​ເມືອງ​ຈາກ​ການ​ແຕກ​ສະຫຼາຍ​ຂອງ​ອະ​ດີດ​ສະ​ຫະ​ພາບ​ໂຊວຽດ, ວິ​ກິດ​ການ​ການ​ເງິນ​ຢູ່​ອາ​ຊີ ແລະ ຄວາມ​ຫຍຸ້ງ​ຍາກ​ອື່ນໆ, ແຕ່​ພາຍ​ໃຕ້​ການຊີ້​ນຳ​ນຳ​ພາ​ທີ່​ເຂັ້ມ​ແຂງ​ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ປະ​ຊາ​ຊົນ​ລາວ​ກໍ​ໄດ້​ຮັບ​ຄວາມ​ຄືບ​ໜ້າຢ່າງ​ຕໍ່​ເນື່ອງ ແລະ ມີ​ບາດ​ກ້າວ​ເດີນ​ນັບ​ມື້​ນັບ​ໜັກ​ແໜ້ນ​ກວ່າ​ເກົ່າ ແລະ ມີ​ເສັ້ນ​ທາງ​ກ້າວ​ເດີນນັບ​ມື້​ນັບ​ກວ້າງ​ຂວາງກວ່າ​ເກົ່າ.

 

ເດືອນ​ມັງ​ກອນ​ປີ 2002, ລັດ​ຖະ​ບານ​ລາວ​ໄດ້​ອອກ​ລັດຖະດຳ​ລັດ​ຂອງນາ​ຍົກ​ລັດ​ຖະ​ມົນ​ຕີ, ປະ​ກາດສ້າງ​ຕັ້ງ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ສະ​ຫວັນ-ເຊ​ໂນ​ທີ່​ເປັນ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ແຫ່ງ​ທຳ​ອິດ​ຂອງລາວ. ປີ 2003 ເຂດ​ເສດ​ຖະ​ກິດ​ພິ​ເສດ​ໄລຍະ​ທຳ​ອິດ​ຂອງ​ລາວ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ຢ່າງ​ເປັນ​ທາງ​ການ. ປະ​ຈຸ​ບັນ ຢູ່​ທົ່ວ​ປະ​ເທດ​ລາວ​ມີ​ເຂດ​ເສດ​ຖະ​ກິດ​ພິ​ເສດ 12ແຫ່ງ, ມີ​ການ​ລົງ​ທຶນ​ຕົວ​ຈິງ 5,69ຕື້​ໂດ​ລາ​ສະ​ຫະ​ລັດ, ໄດ້​ເສຍ​ພັນ​ທະ​ໃຫ້​ລັດ 349,14 ຕື້​ກີບ, ໄດ້​ສ້າງ​ໂອ​ກາດ​ປະ​ກອບ​ອາ​ຊີບ​ໃຫ້​ແກ່ຫຼາຍກວ່າ 55000 ຄົນ, ເຮັດ​ໃຫ້​ອຸດສາຫະກຳ​ການ​ຜ​ະ​ລິດ, ການຈໍ​ລະ​ຈອນ​ສິນ​ຄ້າ, ຂະ​ແໜງ​ການ​ບໍ​ລິ​ການ ແລະ ຂະ​ແໜງ​ການ​ອື່ນໆ​ຂອງ​ລາວ​ກ້າວ​ໄປ​ສູ່​ຮູບ​​ແບບ​ຄຸ້ມ​ຄອງ​ຂອງ​ເສດ​ຖະ​ກິດ​ຕະຫຼາດ, ທັງ​ເຊື່ອມ​ໂຍງ​ກັບ​ພາກ​ພື້ນ ແລະ ສາ​ກົນ​ເທື່ອ​ລະ​ກ້າວ.

 

ສາ​ມາດ​ເວົ້າ​ໄດ້​ວ່າ, ເຂດ​ເສດ​ຖະ​ກິດ​ພິ​ເສດ​ໄດ້​ກາຍ​ເປັນ​ເວ​ທີ​ທົດ​ລອງ ແລະ ຜູ້​ນຳ​ໜ້າ​ໃນ​ການ​ພັດ​ທະ​ນ​າ​ເສດ​ຖະ​ກິດ​ສັງ​ຄົມ ແລະ ສ້າງ​ສາ​ພັດທະນາປະ​ເທດ​ຂອງ​ສອງ​ປະ​ເທດ​ລາວ-​ຈີນ, ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ທ່າ​ແຮງ​ຂອງ​ລະ​ບອບ​ສັງ​ຄົມ​ນິ​ຍົມ​ທີ່ “​ເຕົ້າ​ໂຮມ​ກຳ​ລັງ​​ເພື່ອປະ​ຕິ​ບັດ​ພາ​ລະ​ກິດ​ໃຫຍ່”.

 

ວັນ​ທີ 14 ຕຸ​ລາ 2020​ນີ້, ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ເສີ່ນ​ເຈີ້ນຄົບ​ຮອບ 40 ປີ​ໄດ້​ຈັດ​ຂຶ້ນ​ຢ່າງ​ຄຶກ​ຄື້ນ. ໃນ​ພິ​ທີ​ດັ່ງ​ກ່າວ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ກ່າວ​ເນັ້ນ​ວ່າ, ໃນ​ການ​ສ້າງ​ເຂດ​ເສດ​ຖະ​ກິ​ດ​ພິ​ເສດ​ຂອງ​ຈີນ​ຕ້ອງ​ຍຶດ​ໝັ້ນ​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຈີນ, ຕ້ອງ​ຍຶດ​ໝັ້ນ ແລະ ປັບ​ປຸງ​ລະ​ບອບ​ສັງ​ຄົມ​ນິ​ຍົ​ມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ; ຕ້ອງ​ຍຶດ​ໝັ້ນ​ການ​ບຸກ​ບືນ​ຢ່າງ​ກ້າ​ຫານ, ປົດ​ປ່ອຍທາງ​ດ້ານ​ແນວ​ຄິດ​ເພື່ອ​ນຳ​ພາ​ການ​ບຸກ​ທະ​ລຸ​ການ​ປະ​ຕິ​ຮູບ; ຕ້ອງ​ຍຶດ​ໝັ້ນ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຢ່າງ​ຮອບ​ດ້ານ; ຕ້ອງ​ຍຶດ​ໝັ້ນ​ການ​ປະ​ດິດ​ສ້າງ​ໃໝ່; ຕ້ອງ​ຍຶດ​ໝັ້ນ​​ການ​ປະ​ຕິ​ຮູບ ແລະ ການ​ພັດ​ທະ​ນາທີ່​ນຳ​ເອົາ​ຜົນ​ປະ​ໂຫຍດ​ມາ​ໃຫ້​ແກ່​ປະ​ຊາ​ຊົນ​ຫຼາຍກວ່າ​ເກົ່າ ແລະ ​ຍຸ​​ດຕິ​ທຳ​ກວ່າ​ເກົ່າ; ຕ້ອງ​ຍຶດ​ໝັ້ນ​ການ​ຄຸ້ມ​ຄອງ​ຕາມ​ກົດ​ໝາຍ​; ຕ້ອງ​ຍຶດ​ໝັ້ນ​ການ​ບັນ​ລຸ​ເປົ້າ​ໝາຍ​ທີ່​ເຮັດ​ໃຫ້​​ເສດ​ຖະ​ກິດ​ສັງ​ຄົມ ແລະ ສິ່ງ​ແວດ​ລ້ອມ​ນິ​ເວດພັດ​ທະ​ນາ​ຢ່າງ​ຮອບ​ດ້ານ ​ກົມ​ກຽວ​ກັນ ແລະ ​ມີ​ຄວາມຍືນ​ຍົງ​; ຕ້ອງ​ຍຶດ​ໝັ້ນ​ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ທົ່ວ​ປະ​ເທດຈີນ.

 

ນີ້​ບໍ່​ພຽງ​ແຕ່​ເປັນ​​ການ​ສະຫຼຸບ​ບົດ​ຮຽນ​​ໃນ​ການ​ພັດ​ທະ​ນາ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ຂອງ​ຈີນ​ໃນ 40 ປີ​ຜ່ານ​ມາ, ທັງ​ມີ​ຄວາມ​ໝາຍ​ຊີ້​ນຳ​ທີ່​ສຳ​ຄັນ​ຕໍ່​ການ​ສ້າງ​ສາ​ພັດ​ທະ​ນາ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ໃນ​ຍຸກ​ໃໝ່. ສຳ​ລັບ​ປະ​ເທດ​ລາວ​ທີ່​ມີ​ລະ​ບົບ​ເສດ​ຖະ​ກິດ​ສັງ​ຄົມ​ທີ່​ຄ້າຍ​ຄື​ກັບ​ຈີນ​ແລ້ວ, ນີ້​ກໍ​ຈະ​ເປັນ​ປະ​ໂຫຍດ​ໃຫ້​ແກ່​ການ​ສ້າງ​ສາ​ພັດ​ທະ​ນາ​ເຂດ​ເສດ​ຖະ​ກິດ​ພິ​ເສດ​​ໃນຍຸກ​ປະ​ຈຸ​ບັນ​ຂອງ​ລາວ​ເຊັ່ນ​ກັນ.

ຄຳ​ເຫັນ

0