刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສ້າງ​ບ້ານ​ຊາວ​ປະ​ມົງ​ທີ່​ທຸກ​ຍາກ​ໃຫ້​ກາຍ​ເປັນ​ຕົວ​ເມືອງ​ໃຫຍ່​ທີ່ທັນ​ສະ​ໄໝ​ໄດ້​ແນວ​ໃດ? ທ່ານ​ສີ​ຈິ້ນ​ຜິງ​ໄດ້ກ່າວ​ເຖິງ “ລະ​ຫັດ​ເສີ່ນ​ເຈີ້ນ”

2020-10-14 17:58:54 CRI

ເສີ່ນ​ເຈີ້ນ​ເປັນ​ຕົວ​ເມືອງ​ແບບ​ໃດ?ຕຶກ​ສູງ​ສຽດ​ຟ້າ​ລຽນ​ຊ້າຍ​ລ້າຍ, ​ຢູ່ທ່າ​ກຳ​ປັ່ນ​ເຕັມ​ໄປ​ດ້ວຍ​ບັນ​ຍາ​ກາດ​ທີ່​ຟົດ​ຟື້ນ, ມີ​ບໍ​ລິ​ສັດ​ໄຮ​ເທັກ​ຢ່າງຫຼວງຫຼາຍ. ເມື່ອ​ເວົ້າ​ເຖິງ​ນະ​ຄອນ​ເສີ່ນ​ເຈີ້ນ ທີ່​ເປັນ​ຕົວ​ເມືອງ​ແຄມ​ທະ​ເລ​ພາກ​ໃຕ້​ຂອງ​ຈີນ, ທ່ານມີ​ຄວາມ​ປະ​ທັບ​ໃຈ​ຫຍັງ​ແດ່? ມ​າ​ຟັງ​ຄວາມ​ຮູ້​ສຶກ​ຂອງ​ເພື່ອນ​ມິດ​ປະ​ເທດ​ຕ່າງໆ, ແລະເບິ່ງວ່າ​ທ່ານ​ມີ​ຄວາມ​ຮູ້​ສຶກ​ຄື​ກັນ​ກັບ​ເຂົາ​ເຈົ້າ​ບໍ່?

“ເສີ່ນ​ເຈີ້ນ” ໃນ​ພາ​ສາ​ຈີນ​ມີ​ຄວາມ​ໝາຍ​ວ່າ: ​ຄອງ​ເໝືອງ​ເລິກ​ຢູ່​ທົ່ງ​ນາ. 40 ປີ​ກ່ອນ, ​ດິນ​ແດນແຫ່ງ​ນີ້​ຍັງ​ເປັນ​ບ້ານ​​ຊາວປະ​ມົງ​ນ້ອຍ​ທີ່​ທຸກ​ຍາກ ແລະ​ເຕັມ​ໄປ​ດ້ວຍ​ດິນ​ເຫຼືອງ.

ປີ 1980, ເສີ່ນ​ເຈີ້ນ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ຊຸດ​ທຳ​ອິດ​ຂອງ​ຈີນ​ທີ່​ເປີດ​ປະ​ຕູ​ສູ່​ພາຍນອກ ໂດຍ​ໄດ້​ເປັນ​ເຂດ​ທີ່​ນຳ​ໜ້າ​​ໃນ​ການ​ຈັດ​ຕັ້ງປະ​ຕິ​ບັດ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ.

ວັນ​ທີ 14 ຕຸ​ລາ​ນີ້, ພິ​ທີ​ສະ​ເຫຼີມ​ສະຫຼອງ​ວັນ​ສ້າງ​ຕັ້ງ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ເສີ່ນ​ເຈີ້ນ​ຄົບ​ຮອບ 40 ປີ​ ໄດ້​ຈັດ​ຂຶ້ນ​ຢູ່​ເສີ່ນ​ເຈີ້ນ​ຢ່າງ​ຄຶກ​ຄື້ນ. ທ່ານ​ສີ​ຈິ້ນ​ຜິງ ຜູ້​ນຳ​ສູງ​ສຸດ​ຂອງ​ຈີນ​ໄດ້ກ່າວ​ເຖິງ “ລະ​ຫັດ​ເສີ່ນ​ເຈີ້ນ”.

图片默认标题_fororder_20201014习近平出席深圳经济特区建立四十周年庆祝大会并发表重要讲话

ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ​ວັນ​ສ້າງ​ຕັ້ງ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ເສີ່ນ​ເຈີ້ນ​ຄົບ​ຮອບ 40 ປີ​

 

ຮູບ​ແບບ​ເສີ່ນ​ເຈີ້ນ——ຄວາມ​ອັດ​ສະ​ຈັນ​ເກີດ​ຂຶ້ນໄດ້​ແນວ​ໃດ?

“ສາມ​ມື້​​ສາ​ມາດ​ສ້າງ​ຕຶກ​ຊັ້ນ​ໜຶ່ງ​ສຳ​ເລັດ” ​ມັກ​ຖືກ​ນຳ​ເອົາ​ມາ​ພັນ​ລະ​ນາ​ປຽບ​ທຽບ​ເປັນ “ຄວາມ​ວ່ອງ​ໄວຂອງ​ເສີ່ນ​ເຈີ້ນ” ເລື້ອຍໆ ເຊິ່ງ​ຄວາມ​ວ່ອງ​ໄວ​ແບບ​ນີ້​ໄດ້​ເຮັດ​ໃຫ້​ບ້ານ​ຊາວ​ປະ​ມົງ​ທີ່​ທຸກ​ຍາກ​ກາຍ​ເປັນ​ຕົວ​ເມືອງ​ໃຫຍ່​ທີ່​ທັນ​ສະ​ໄໝ ໂດຍ​ໄດ້​ສ້າງ​ “ຮູບ​ແບບ​ເສີ່ນ​ເຈີ້ນ” ຢ່າງ​ສຳ​ເລັດ​ຜົນ. ໃນ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ສະຫຼຸບ​ເປັນ 10 ຫຼັກ​ການ​ສຳ​ຄັນ​​​ກ່ຽວ​ກັບ “ຮູບ​ແບບ​ເສີ່ນ​ເຈີ້ນ” ຄື: ຕ້ອງຍຶດໝັ້ນການນຳພາຂອງພັກກອມມູນິດຈີນ, ຕ້ອງຍຶດໝັ້ນ ແລະ ປັບປຸງລະບອບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ; ຕ້ອງ​ຍຶດ​ໝັ້ນ​ການ​ພັດ​ທະ​ນາ​​ແມ່ນ​ໝັກ​ການ​ຂັ້ນ​ເດັດ​ຂາດ, ຕ້ອງຍຶດໝັ້ນການບຸກບືນຢ່າງກ້າຫານ ແລະ​ກ້າ​ເຮັດ​ກ່ອນ​ໝູ່; ຕ້ອງຍຶດໝັ້ນການເປີດປະຕູສູ່ພາຍນອກຢ່າງຮອບດ້ານ; ​ຕ້ອງ​ຍຶດ​ໝັ້ນ​ໂດຍ​ຖື​ເອົາ​ການ​ປະ​ດິດ​ສ້າງໃໝ່​ເປັນ​ກຳ​ລັງ​ແຮງ​ຂັບ​ເຄື່ອນ​ອັນ​ດັບ​ໜຶ່ງ,  ເພື່ອ​ມີ​​ສິດ​ເປັນ​ເຈົ້າ​ການ​ໃນ​ການ​ປະ​ຕິ​ວັດ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ແລະ​ການ​ປະ​ຕິ​ວັດ​ດ້ານ​ອຸດ​ສາ​ຫະ​ກຳ​ຂອງ​ໂລກ; ຕ້ອງຍຶດໝັ້ນ​​ແນວ​ຄິດ​ການ​ພັດ​ທະ​ນາ​ທີ່​ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ, ເຮັດ​ໃຫ້ການປະຕິຮູບ ແລະ ການພັດທະນານຳເອົາຜົນປະໂຫຍດມາ ໃຫ້ແກ່ປະຊາຊົນຫຼາຍກວ່າເກົ່າ ແລະ ຍຸດຕິທຳກວ່າເກົ່າ.

图片默认标题_fororder_1

ເມື່ອ​ຕົ້ນ​ຊຸມ​ປີ 1980, ເຂດ​ອຸດ​ສາ​ຫະ​ກຳ​ເຊີ​ໂຂ້​ເສີ່ນ​ເຈີ້ນ​ທີ່​ກຳ​ລັງ​ກໍ່ສ້າງ, ເປັນ​ເຂດ​ພັດ​ທະ​ນາ​ເສດ​ຖະ​ກິດ​ແຫ່ງ​ທຳ​ອິດ​ຂອງ​ຈີນ​ທີ່​ເປີດ​ປະ​ຕູ​ສູ່​ພາຍນອກ

图片默认标题_fororder_2

​ຕຶກສູນ​ກາງ​ການ​ເງິນສາ​ກົນ​ພີງ​ອ່ານ​ເສີ່ນ​ເຈີ້ນ, ສູງ 599,1 ແມັດ, ແມ່ນ​ສັນ​ຍາ​ລັກໃໝ່​ຂອງ​ເສີ່ນ​ເຈີ້ນ

 

ນ້ຳ​ໃຈ​​​ເສີ່​ນ​ເຈີ້ນ--​ເຄັດ​ລັບ​ກາ​ນສ້າງ​ຄວາມອັດສະຈັນ​ແມ່ນ​ຫຍັງ?
 

​ໄລຍະ 40 ປີຜ່ານມາ, ​ເສີ່​ນ​ເຈີ້ນ​ໄດ້​ບັນລຸ​ການພັດທະນາ​ແບບ​ກ້າວ​ກະ​ໂດດ​ຄັ້ງ​ປະຫວັດສາດ​ຈາກ​ເມືອງ​ນ້ອຍ​ໃນ​ເຂດ​ຊາຍ​ແດນ​ກາຍ​ເປັນ​ຕົວ​ເມືອງ​​ໃຫຍ່ລະດັບ​ສາກົນ​ທີ່​ມີ​ບົດບາດ​ສຳຄັນ​​ໃນ​ທົ່ວ​ໂລກ. ວິ​ສາ​ຫະກິດ​​ວິທະຍາສາດ​ເຕັກນິກ​ລະດັບ​ສູງ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ ​ເຊັ່ນ: HUAWEI, TENCENT, DJI ​ແລະ​ອື່ນໆ ​ໄດ້​ຕັ້ງສຳນັກງານ​ໃຫຍ່​ຢູ່​ເສີ່​ນ​ເຈີ້​ນ. ມີ​ປະຊາຊົນ​ຫຼາຍ​ກວ່າ 13 ລ້ານ​ຄົນ​ໄດ້​ອາ​ໄສ​ຢູ່​ຕົວ​ເມືອທີ່ກວມ​ລວມ ​ແລະມີ​ວັດທະນະທຳຫຼາກ​ຫຼາຍ​ ​ເພື່ອ​ສ້າງ ​ແລະ​ບັນລຸ​ຄວາມ​​ໃຝ່​ຝັນ​ຂອງ​ຕົນ.
 

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ: ​ເສີ່​ນ​ເຈີ້ນ​ແມ່ນ​ຕົວ​ເມືອງ​ໃໝ່​ອ່ຽມທີ່​ພັກ​ກອມ​ມູນິດ​ຈີນ ​ແລະ​ປະຊາຊົນສ້າງ​ຕັ້ງ​ຂຶ້ນ​ພາຍຫຼັງ​ດຳ​ເນີນ​ການ​ປະຕິ​ຮູບ ​ແລະ​ເປີດ​ປະຕູ​ສູ່​ພາຍ​ນອກ​, ​ແມ່ນ​ປຽບ​ເໝືອນ​ກາ​ນວາດພາບ​ສິ່ງ​ສຸດ​ຍອດ​ຂອງ​ລະບອບ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ຢູ່​ເທິງ​ເຈ້ຍ​ຂາວ​ເປົ່າ. ປະຊາຊົນ​ເສີ່​ນ​ເຈີ້ນ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ສູ້​ຊົນ​ດ້ວຍ​ຄວາມ​ທໍລະ​ຫົດ​ອົດທົນ ​ແລະ​ດຸ​ໝັ່ນ​ຂະ​ໜຽນພຽນ, ​ໃຊ້​ເວລາ 40 ປີ​ກໍ​ສາມາດ​ສ້າງ​ປະຫວັດສາດ​ທີ່​ເປັນ​ຕົວ​ເມືອງ​ໃຫຍ່​ລະດັບ​ໂລກ ​ເຊິ່ງຕົວ​ເມືອງ​ໃຫຍ່​ຈຳນວນ​ໜຶ່ງ​ຂອງ​ໂລກ​ຕ້ອງ​ໃຊ້​ເວລາ​ເຖິງ 100 ປີ. ນີ້​ແມ່ນ​ຄວາມອັດ​ສະ​ຈັນ​ໃນປະຫວັດສາດ​ການ​ພັດທະນາ​ຂອງ​ໂລກ​ທີ່​​ປະຊາຊົນ​ຈີນສ້າງ​ຂຶ້ນ.
 

ຖ້າມີ​ຄົນຖາມ​ວ່າ​​ເອົາກຳລັງ​ແຮງມາ​ແຕ່​ໃສ​ເພື່ອ​ສ້າງ​ຄວາມ​ອັດສະຈັນ​ຂອງ​ໂລກ​ແບບ​ນີ້? ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ຕອບ​ວ່າ: ​ແມ່ນ​ນ້ຳ​ໃຈ​ການ​ປະດິດ​ສ້າງ​ໃໝ່ທີ່​ກ້າບຸກບືນ​ກ້າ​ທົດ​ລອງ, ​ແມ່ນ​ນ້ຳ​ໃຈ​ການ​ເຮັດ​ແທ້​ທຳ​ຈິງ​ທີ່​ລົງ​ເລິກ​ການ​ປະຕິ​ຮູບ​ຢ່າງຮອບດ້ານ, ​ແມ່ນ​ນ້ຳ​ໃຈ​ການ​​ເປີດ​ປະຕູ​ສູ່​ພາຍ​ນອກ​ທີ່​ປົດ​ປ່ອຍທາງ​ດ້ານ​ແນວ​ຄິດ ​ແລະ​ກ້າວ​ເດີນໜ້າ​ໄປ​ພ້ອມ​ກັບ​ຍຸກ​ສະ​ໄໝ ທັງ​ແມ່ນ​ແນວ​ຄິດກາ​ນພັດທະນາ​ທີ່​ຍຶດໝັ້ນການ​ຖື​ປະຊາຊົນ​ເປັນ​ໃຈກາງ.
 

ການ​ປະດິດ​ສ້າງ​ໃໝ່--​ເສີ່​ນ​ເຈີ້ນ​​ໄດ້​ສູ້​ຊົນ​ໃນ​ການປົດ​ປ່ອຍ ​ແລະ​ພັດທະນາ​ກຳລັງ​ການ​ຜະລິດ​ທາງ​ສັງຄົມ, ອອກ​ແຮງຊຸກຍູ້​ການ​ປະດິດ​ສ້າງ​ໃໝ່​ດ້ານ​ວິທະຍາ​ສາດ​ເຕັກ​ນິກ, ລົງທຶນ 100 ຕື້​ຢວນຕໍ່​ປີ​ໃນດ້ານ​ການ​ຄົ້ນຄວ້າ​ພັດທະນາວິທະຍາສາດ.
 

ການ​ເຮັດ​ແທ້​ທຳ​ຈິງ--​ເສີ່​ນ​ເຈີ້​ນນຳ​ໜ້າໝູ່​ພາຍ​ໃນ​ປະ​ເທດ​ຈີນ​ໃນ​ການ​ປະຕິ​ຮູບ​ໂຄງ​ປະກອບ​ເສດຖະກິດ​ທີ່​ເນັ້ນ​ໃສ່​ຕະຫຼາດ, ອອກ​ມາດ​ຕະການ​ທີ່​ກ່ຽວຂ້ອງ​ກັບການ​ປະຕິຮູບຫຼາຍ​ກວ່າ 1000 ສະບັບເປັນ​ເທື່ອ​ທຳ​ອິດ.
 

ການ​​ເປີດ​ປະຕູ​ສູ່​ພາຍ​ນອກ--​ໃນ​ປີ 1980, ມູນ​ຄ່າຂາ​ເຂົ້າຂາ​ອອກ​ດ້ານການ​ຄ້າກັບຕ່າງປະ​ເທດ​ຂອງ​ເສີ່​ນ​ເຈີ້ນທັງ​ໝົດບັນລຸ​ໄດ້ 18 ລ້ານ​ໂດ​ລາ​ສະຫະລັດ; ​​ມາ​ຮອດ​ປີ 2019, ​ໄດ້​ບັນລຸ​ເຖິງ 431,5 ຕື້​ໂດ​ລາ​ສະຫະລັດ, ສະ​ເລ່ຍ​ແລ້ວ​ໄດ້ການເຕີບ​ໂຕ 26,1% ຕໍ່​ປີ, ​ວິ​ສາ​ຫະກິດ​ຊັ້ນ​ນຳ 500 ​ແຫ່ງ​ຂອງ​ໂລກມີ 100 ​ແຫ່ງ​ໄດ້​ມາ​ລົງທຶນ​ຢູ່​ເສີ່​ນ​ເຈີ້ນ.
 

ການຖື​ປະຊາຊົນ​ເປັນ​ໃຈກາງ--​ໃນ​ປີ 2019, ລາຍ​ຮັບທີ່ສາມາດ​ຈັບ​ຈ່າຍ​ໄດ້ສະ​ເລ່ຍຕໍ່​ຫົວ​ຄົນ​ຂອງ​ເສີ່​ນ​ເຈີ້ນ​ບັນລຸ​ໄດ້ 62500 ຢວນ, ​ເພີ່ມ​ຂຶ້ນ 31,6 ​ເທົ່າ​ເມື່ອ​ທຽບ​ກັບ​ປີ 1985, ບັນລຸ​ການພັດທະນາ​ແບບ​ກ້າວ​ກະ​ໂດດ​ຄັ້ງປະຫວັດສາດ​ຈາກ​ການ​ແກ້​ໄຂ​ການ​ກິນອີ່ມ​ນຸ່ງ​ອຸ່ນ​ເຖິງ​ການສ້າງສັງຄົມທີ່​ອີ່ມໜຳສຳລານ​ຢ່າງຮອບດ້ານດ້ວຍຄຸນນະພາບສູງ.

 

ສ້າງ​ບ້ານ​ຊາວ​ປະ​ມົງ​ທີ່​ທຸກ​ຍາກ​ໃຫ້​ກາຍ​ເປັນ​ຕົວ​ເມືອງ​ໃຫຍ່​ທີ່ທັນ​ສະ​ໄໝ​ໄດ້​ແນວ​ໃດ? ທ່ານ​ສີ​ຈິ້ນ​ຜິງ​ໄດ້ກ່າວ​ເຖິງ “ລະ​ຫັດ​ເສີ່ນ​ເຈີ້ນ”_fororder_1791586400

ວັນ​ທີ 14 ຕຸລາ​ປີ 2020, ພິທີສະ​ເຫຼີ​ມສະຫຼອງ​ວັນ​ສ້າງຕັ້ງ​ເຂດ​ເສດຖະກິດ​ພິ​ເສດ​ເສີ່​ນ​ເຈີ້ນ​ຄົບຮອບ 40 ປີ​ໄດ້​ຈັດ​ຂຶ້ນ​ຢູ່​ເສີ່​ນ​ເຈີ້ນ​ຢ່າງ​ຄຶກຄື້ນ.

 

ອະ​ນາ​ຄົດ​ຂອງ​ເສີ່ນ​ເຈີ້ນ:  ເສີ່ນ​ເຈີ້ນ​ທີ່​ເປີດ​ປະ​ຕູ​ຍິ່ງ​ຂຶ້ນ​ລໍ​ຄອຍ​ທ່ານ​ມາ​ສະ​ແຫວງ​ຫາ​ໂອ​ກາດ!
 

ປັດ​ຈຸ​ບັນ, ເສດ​ຖະ​ກິດ​ໂລກ​ພວມ​ຜະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ທີ່​ສະຫຼັບ​ສັບ​ຊ້ອນຫຼາຍ​ຢ່າງ, ຈີນ​ກໍ​ບໍ່​ສາ​ມາດຫຼີກ​​ລ່ຽງ​ໄດ້​ເຊັ່ນ​ກັນ. ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: “ພວກ​ເຮົາ​ເດັດ​ຂາດ​ຈະ​ບໍ່​ໃຫ້​ກະ​ແສ​ລົມ​ທີ່​ພັດ​ມາ​ກະ​ທົບ​ແລະ​ຄື້ນ​ກະ​ທົບ​ກັບ​ເປັນ​ສິ່ງ​ຂັດ​ຂວາງ”, ຕ້ອງ​ຢືນ​ຢູ່​ຂ້າງ​ທີ່​ຖືກ​ຕ້ອງ​ຂອງ​ປະ​ຫວັດ​ສາດ, ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຢ່າງ​ຮອບ​ດ້ານ​ແລະ​ເດັດ​ດ່ຽວ​ໜຽວ​ແໜ້ນ, ຊຸກ​ຍູ້​ການ​ສ້າງ​ເສດ​ຖະ​ກິດ​ໂລກ​ແບບ​ເປີດກວ້າງ, ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ​.
 

ດ້ວຍ​ເຫດ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ວາງ​ແຜນ​ແມ່​ບົດ​ການ​ພັດ​ທະ​ນາ​ສະ​ເພາະເສີ່ນ​ເຈີ້ນ ເພື່ອ​ວາດ​ພາບ​ເສີ່ນ​ເຈີ້ນ​ໃນ​ອະ​ນາ​ຄົດ. ໃນ​ນີ້ ມີເຫດ​ຜົນ 8 ​ຢ່າງ​ທີ່​ເປັນ​ສິ່ງ​ດຶງ​ດູດ​ ເພື່ອ​ລໍ​ຄອຍ​ທ່ານ​ມາ​ພັດ​ທະ​ນາ​ຢູ່​ເສີ່ນ​ເຈີ້ນ​ຄື:

 

ໜຶ່ງ, ເຂດ​ເສດ​ຖະ​ກິດ​ພິ​ເສດ​ບໍ່​ພຽງ​ແຕ່​ຈະ​ສືບ​ຕໍ່​ປະ​ຕິ​ບັດ​ຕໍ່​ໄປເທົ່າ​ນັ້ນ ຍັງ​ຈະ​ພັດ​ທະ​ນາ​ໃຫ້​ດີກວ່າ​ເກົ່າ​ແລະ​ມີ​ລະ​ດັບ​ສູງກວ່າ​ເກົ່າ.  ສະ​ພາບ​ການ​ພັດ​ທະ​ນາ​ແບບ​ໃໝ່​ບໍ່​ແມ່ນ​ຮອບ​ໝູນ​ວຽນ​ພາຍ​ໃນ​ປະ​ເທດ​ແບບ​ປິດ​ປະ​ຕູ,ແຕ່ຫາກ​ແມ່ນ​ຮອບ​ໝູນ​ວຽນ​ທັງ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ແບບ​ເປີດ​ປະ​ຕູ. ເສີ່ນ​ເຈີ້ນ​ຈະ​ນຳ​ໜ້າໝູ່​ໃນ​ການ​ສ້າງ​ໃຫ້​ເປັນ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ໃໝ່​​ດ້ວຍ​ການເປີດ​ປະ​ຕູ​ທີ່​ມີ​ລະ​ດັບ​ສູງກວ່າ​ເກົ່າ.
 

 ສອງ, ແກ້​ໄຂ​ບັນ​ຫາ​ຕ່າງໆ​ໃຫ້​ດີ​ຕາມ​ແຕ່​ລະ​ບັນ​ຫາ​ເຊັ່ນ ການ​ປະ​ກອບ​ອາ​ຊີບ, ການ​ສຶກ​ສາ, ສາ​ທາ​ລະ​ນະ​ສຸກ, ການ​ປະ​ກັນ​ສັງ​ຄົມ, ເຮືອນ​ຢູ່, ການເບິ່ງ​ແຍງ​ລ້ຽງ​ດູ​ຄົນ​ຊະ​ລາ, ຄວາມ​ປອດ​ໄພ​ດ້ານ​ອາ​ຫານ, ທຳ​ມະ​ຊາດ​ແລະ​ສິ່ງ​ແວດ​ລ້ອມ, ຄ​ວາມ​ສະ​ຫງົບ​ທາງ​ສັງ​ຄົມ​ເປັນ​ຕົ້ນ, ສຸມ​ຄວາມ​ພະ​ຍາ​ຍາມ​ເຮັດ​ໃຫ້​ປະ​ຊາ​ຊົນ​ມີ​ຄວາມ​ຮູ້​ສຶກ​ວ່າ​ໄດ້​ຮັບ​ຜົນ​ປະ​ໂຫຍດຫຼາຍກວ່​າ​ເກົ່າ, ມີ​ຄວາມ​ສຸກ​ຢ່າງ​ຕໍ່​ເນື່ອງ​ແລະ​​ມີຄວາມ​ປອດ​ໄພ​ທີ່​ສາ​ມາດ​ຮັບ​ປະ​ກັນ​ໄດ້ຫຼາຍກວ່າ​ເກົ່າ.
 

ສາມ, ເສີ່ນ​ເຈີ້ນ​ຈະ​ນຳ​ເຂົ້າ​ແລະ​ບຳ​ລຸງ​ສ້າງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຍຸດ​ທະ​ສາດ, ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ທີ່​ນຳ​ໜ້າ​ດ້ານ​ວິ​ທະ​ຍາ​ສາ​ດ​ເຕັກ​ນິກ, ຜູ້​ມີ​ຄວາມ​ຮູ້​ຄວາມ​ສ​ມາດ ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຄົນ​ລຸ້ນ​ໜຸ່ມ​ແລະ​ທີມ​ງານ​ປະ​ດິດ​ສ້າງ​ໃໝ່ທີ່​ມີລະ​ດັບ​ສູງ​​ໃນ​ສາ​ກົນຈຳ​ນວນ​ໜຶ່ງ ເພື່ອ​ເ​ຕົ້າ​ໂຮມ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ໃນ​ໂລກ​ເພື່ອ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ເຂົາ​ເຈົ້າ​ໃຫ້​ມີ​ປະ​ສິດ​ທິ​ຜົນ.
 

ສີ່, ພະ​ຍາ​ຍາມ​ບຸກ​ເບີກ​ເສັ້ນ​ທາງ​ໃໝ່​ແຫ່ງ​ການ​ຄຸ້ມ​ຄອງ​ຕົວ​ເມືອງ​​ທີ່​ສອດ​ຄ່ອງ​ກັບ​ຈຸດ​ພິ​ເສດ​ແລະ​ກົດ​ເກນ​ຂອງ​ຕົວ​ເມືອງ​ຂະ​ໜາດ​ໃຫຍ່​ທີ່​ສຸດ, ເຮັດ​ໃຫ້​ຕົວ​ເມືອງ​ປະ​ຕິ​ບັດ​ງານ​ຢ່າງ​ ​ສະຫຼາດ​ແລະ ​ອັດ​ສະ​ລິ​ຍະຫຼາຍ​ຂຶ້ນກວ່າ​ເກົ່າ.
 

 ຫ້າ, ​ທຽບ​ໃສ່​ມາດ​ຕະ​ຖານ​ນຳ​ໜ້າ​ໃນ​ສາ​ກົນ, ອອກ​ແຮງ​ພັດ​ທະ​ນາຂະ​ແໜງ​ການ​ບໍ​ລິ​ການ​ຍຸກ​ປັດ​ຈຸ​ບັນ​ເຊັ່ນ: ການ​ທະ​ນາ​ຄານ, ການ​ຄົ້ນ​ຄວ້າ​ພັດ​ທະ​ນາ, ການ​ອອກ​ແບບ, ການ​ບັນ​ຊີ, ກົດ​ໝາຍ, ການ​ປະ​ຊຸມ​ແລະ​ວາງ​ສະ​ແດງ ເປັນ​ຕົ້ນ.

 

ຫົກ, ສ້າງ​ແຫຼ່ງວິ​ທະ​ຍາ​ສາດ​ເຕັກ​ນິກ​ແລະ​ປະ​ດິດ​ສ້າງ​ໃໝ່​ດ້ານ​ອຸດ​ສາ​ຫະ​ກຳ​ທີ່​ມີ​ຊື່​ສຽງ​ອິດ​ທິ​ພົນ​ຕໍ່ໂລກ, ວາງ​ແຜນ​ຍຸດ​ທະ​ສາດ​ຢ່າງ​ມີ​ວິ​ໄສ​ທັດ​ແບບ​ລ້ຳ​ຍຸກ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ທີ່​ພັດ​ທະ​ນາ​ໃໝ່, ສ້າງ​ໜໍ່​ແໜງ​ແລະ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ໃນ​ອະ​ນາ​ຄົດ, ພັດ​ທະ​ນາ​ເສດ​ຖະ​ກິດ​ດິ​ຈີ​ຕອນ.
 

 ເຈັດ, ເສີ່ນ​ເຈີ້ນ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຕົວ​ຈິງ​ໃນຫຼາຍ​ລະ​ດັບ​ແລະຫຼາຍ​ຂົງ​ເຂດ​ກັບ​ບັນ​ດາ​ປະ​ເທດ​ແລະ​ເຂດ​ແຄວ້ນ​ທີ່​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”.
 

ແປດ, ຍຶດ​ໝັ້ນ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ເປີດ​ປະ​ຕູ​ສູ່​ພາຍນອກ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ, ເພື່ອ​ດຶງ​ດູດ​​ກຳ​ລັງແຮງ​ຂັບ​ເຄື່ອນ​ການ​ພັດ​ທະ​ນາ​ຈາກ​ທົ່ວ​ໂລກ ທັງ​ເຮັດ​ໃຫ້​ການ​ພັດ​ທະ​ນາ​ຂອງ​ຈີນ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ໂລກ​ຢ່າງ​ມີ​ປະ​ສິດ​ທິ​ຜົນຫຼາຍກວ່າ​ເກົ່າ.
 

ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຍົກ​ເອົາ​ຄຳກອນ​ບູ​ຮານ​ຈີນ​ທີ່​ວ່າ “ດອກ​ໄມ້​ບານ​ພຽງ​ຊະ​ນິດດຽວ​ບໍ່​ສົມ​ວ່າ​ເປັນ​ລະ​ດູ​ບານ​ໃໝ່, ດອກ​ໄມ້​ນາ​ນາ​ຊະ​ນິດ​ເບັ່ງ​ບານ​​ພ້ອມກັນ​ຈິ່ງ​ຈະ​ສ້າງ​ຄວາມ​ສວຍ​ງາມ​ເຕັມ​ສວນ” ມາ​ປຽບ​ທຽບເພື່ອ​ຢືນ​ຢັນ​ວ່າ: ພຶດ​ຕິ​ກຳ​ຕົວ​ຈິງ​ໃນ​ການ​ສ້າງ​ສາ​ພັ​ດ​ທະ​ນາ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ເສີ່ນ​ເຈີ້ນ​ແມ່ນ​ບໍ່​ສາ​ມາດ​ປາ​ສະ​ຈາກ​ການ​ມີ​ສ່ວນ​ຮ່ວມ ​ຂອງ​ບັນ​ດາ​ປະ​ເທດ​ໃນ​ໂລກ, ທັງ​ໄດ້​ສ້າງ​ຊ່ອງ​ທາງ​ພັດ​ທະ​ນາ​ອັນ​ກວ້າງ​ຂວາງ​ໃຫ້​ແກ່​ບັນ​ດາ​ປະ​ເທດ ເພື່ອ​ແບ່ງ​ປັນ​ຜົນ​ປະ​ໂຫຍດ​ຈາກ​ການ​ພັດ​ທະ​ນາ​ຂອງ​ຈີນ. ຈີນ​ຍິນ​ດີ​ຕ້ອນ​ຮັບ​ບັນ​ດາ​ປະ​ເທດ​ໃນ​ໂລກ​ເຂົ້າ​ຮ່ວມ​ການ​ປະ​ຕິ​ຮູບ,​ການເປີ​ດ​ປະ​ຕູ​ສູ່​ພາຍນອກ​ແລະ​ການ​ພັດ​ທະ​ນາ​ ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ຂອງ​ຈີນ​ໃຫ້ຫຼາຍກວ່າ​ເກົ່າ​ເພື່ອ​ຮ່ວມ​ກັນ​ສ້າງ​ສະ​ພາບ​ການ​ໃໝ່​ທີ່​ປຶກ​ສາ​ຫາ​ລື​ຮ່ວມ​ກັນ, ສ້າງ​ສາ​ຮ່ວມ​ກັນ,ຊົມ​ໃຊ້​ຮ່ວມ​ກັນ​ແລະ​ຕ່າງ​ຝ່າຍຕ່າງ​ໄດ້​ຮັບ ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ.

 

ຄຳ​ເຫັນ

0