李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຕຳ​ຫຼວດ​ພິ​ເສດ​ທີ່ເຂົ້າ​ຮ່ວມ​ປ້ອງ​ກັນ​ບັ້ນ​ເລືອກ​ຕັ້ງ​ທົ່ວ​ໄປ​ຢູ່​ມຽນ​ມາ ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ຂຶ້ນ​ເກືອບ 400 ຄົນ

2020-10-15 16:06:51 cri

ຕຳ​ຫຼວດ​ພິ​ເສດ​ທີ່ເຂົ້າ​ຮ່ວມ​ປ້ອງ​ກັນ​ບັ້ນ​ເລືອກ​ຕັ້ງ​ທົ່ວ​ໄປ​ຢູ່​ມຽນ​ມາ ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ຂຶ້ນ​ເກືອບ 400 ຄົນ_fororder_1

ຕຳ​ຫຼວດ​ພິ​ເສດ​ທີ່ເຂົ້າ​ຮ່ວມ​ປ້ອງ​ກັນ​ບັ້ນ​ເລືອກ​ຕັ້ງ​ທົ່ວ​ໄປ​ຢູ່​ມຽນ​ມາ ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ຂຶ້ນ​ເກືອບ 400 ຄົນ_fororder_2

ຕຳ​ຫຼວດ​ພິ​ເສດ​ທີ່ເຂົ້າ​ຮ່ວມ​ປ້ອງ​ກັນ​ບັ້ນ​ເລືອກ​ຕັ້ງ​ທົ່ວ​ໄປ​ຢູ່​ມຽນ​ມາ ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ຂຶ້ນ​ເກືອບ 400 ຄົນ_fororder_3

ຕາມການ​ແຈ້ງ​ຂ່າວ​ຂອງ​ຕຳ​ຫຼວດ​ມຽນ​ມາ, ມາ​ຮອດ​ຕອນ​ຄ່ຳ​ວັນ​ທີ 14 ຕຸ​ລາ​ນີ້, ໃນ​​ຈຳ​ນວນຕຳ​ຫຼວດ​ພິ​ເສດ​ທີ່​ເຂົ້າ​ຮ່ວມ​​ປ້ອງ​ກັນ​ບັ້ນ​ເລືອກ​ຕັ້ງ​ໂດຍ​ທົ່ວ​ໄປ​ຢູ່​ມຽນ​ມາ​ທີ່​ຈະ​ຈັດ​ຂຶ້ນໃນ​ເດືອນ​ພະ​ຈິກນັ້ນ, ໄດ້​ມີ ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ເກືອບ 400 ຄົນ, ສ່ວນ​ມາ​ຮອດ​ວັນ​ທີ 13 ຕຸ​ລາ​ນີ້, ຕຳ​ຫຼວດ​ພິ​ເສດ​ທີ່​ຖື​ກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດໂຄວິດ-19 ແລ້ວ​ນັ້ນ ​ມີ​ແຕ່ 153 ຄົນ.

ຕາມ​​ຂ່າວ​ລາຍ​ງານ​ວ່າ: ມຽນ​ມາ​ໄດ້​ສົ່ງຕຳ​ຫຼວດ 4 ໝື່ນ​ກວ່າຄົນ​ຂອງ​ກອງ​ຕຳ​ຫຼວດ​ພິ​ເສດ​ ເຂົ້າ​ຮ່ວມ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແລະ​​ຄວາມ​ເປັນລະ​ບຽບ​ຮຽບ​ຮ້ອຍ​ໃນ​ບັ້ນ​ເລືອກ​ຕັ້ງ​ທົ່ວ​ໄປ​ໃນ​ຄັ້ງ​ນີ້.​ຄຽງ​ຄູ່​ກັບ​ຈຳ​ນວນ​ຕຳ​ຫຼວດ​ທີ່​ຖືກ​ບົ່ງ​ມະ​ຕິ​ໄດ້​ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ, ຝ່າຍ​ຕຳ​ຫຼວດ​ກຳ​ລັງ​ພິ​ຈາ​ລະ​ນາ​​ສົ່ງ​ຕຳ​ຫຼວດກອງ​ໜູນ​ເຂົ້າ​ຮ່ວມ​ວຽກ​ທີ່​ກ່ຽວ​ຂ້ອງ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ.

ຄຳ​ເຫັນ

0