郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໃນ​ປີ2019 ຂະ​ໜາດ​ເສດ​ຖະ​ກິດ​ດີ​ຈິ​ຕອນ​ ອາ​ເມ​ຣິ​ກາ​ເປັນ​ອັນ​ທີ​ໜຶ່ງ,ຈີນ​ເປັນ​ອັນ​ທີ​ສອງ

2020-10-15 16:23:48 cri

   ງານ​ວາງ​ສະ​ແດງ​ຂໍ້​ມູນ​ຂ່າ​ວ​ສານ​ແລະ​ການ​ສື່​ສານສາ​ກົນ​ຈີນ​ປີ2020ໄດ້​ປະ​ກາດ​ບົດ​ລາຍ​ງານກ່ຽວ​ກັບ​ເສດ​ຖະ​ກິດ​ດີ​ຈິ​ຕອນ​ສະ​ບັບ​ໜຶ່ງ​ໃນ​ວັນ​ທີ14ຕຸ​ລານີ້​ວ່າ, ໃນ​ປີ2019 ຂະ​ໜາດ​ເສດ​ຖະ​ກິດ​ດີ​ຈິ​ຕອນ​ຂອງອາ​ເມ​ຣິ​ກາ​ເປັນ​ອັນ​ທີ​ໜຶ່ງ,ຈີນ​ເປັນ​ອັນ​ທີ​ສອງ.

   ​ເມື່ອເບິ່ງ​ຈາກ​ຂະ​ໜາດ​ເສດ​ຖະ​ກິດ​ດີ​ຈິ​ຕອນ​ແລ້ວ​,ອາ​ເມ​ຣິ​ກາ​ຢູ່​ແຖວ​ໜ້າ​ຂອງ​ໂລກ,​ໃນ​ປີ2019ໄດ້ສ້າງ​ມູນ​ຄ່າດ້ານ​ເສດ​ຖະ​ກິດ​ດີ​ຈິ​ຕອນ13.100​ຕື້​ໂດ​ລາ. ຈີນ​ເປັນ​ອັນ​ທີ​ສອງ,​ແມ່ນ5200​ຕື້​ໂດ​ລາ. ເຢຍ​ລະ​ມັນ,ຍີ່​ປຸ່ນ,ອັງ​ກິດ​ເປັນ​ອັນ​ດັບສາມ, ​ອັນ​ດັບ​ສີ່​ແລະ​​​ຫ້າຕາມ​ລຳ​ດັບ. ຂະ​ໜາດ​ເສດ​ຖະ​ກິດ​ດີ​ຈິ​ຕອນຂອງ5ປະ​ເທດ​ດັ່ງ​ກ່າວ​ໄດ້​ກວມ​ມູນ​ຄ່າເສດ​ຖະ​ກິດ​ດີ​ຈິ​ຕອນ​ຂອງ47​ກຸ່ມ​ເສດ​ຖະ​ກິດ​ເຖິງ78,1%.

ຄຳ​ເຫັນ

0