吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາ​ຍົກ​ໄທ​ປະ​ກາດ​ພາ​ວະ​ສຸກ​ເສີນ ເນື່ອງ​ຈາກ​ມີ​ການ​ໂຮມ​ຊຸມ​ນຸມ​ປະ​ທ້ວງ

2020-10-16 14:37:42 CRI

    ວັນ​ທີ 15 ຕຸ​ລາ​ນີ້, ລັດ​ຖະ​ບານ​ໄທ​ໄດ້​ປະ​ກາດ​​ພາ​ວະ​ສຸກ​ເສີນທີ່​ລົງ​ນາມ​ໂດຍ​ພົນ​ເອກ​ປະ​ຍຸດ ຈັນ​ໂອ​ຊາ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ ໂດຍ​ຊີ້ອອກວ່າ, ​ການ​ໂຮມ​ຊຸມ​ນຸມປະ​ທ້ວງ​ຜິດ​ກົດ​ໝາຍ​ທີ່​ເກີດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ບາງກອກ​ໄດ້​ເຮັດ​ໃຫ້​ສະ​ຖາ​ນະ​ການ​ບໍ່​ມີ​ຄວາມໝັ້ນ​ຄົງ, ໃນ​ເວ​ລາ​ຈັດ​ງານ​ປະ​ທ້ວງ​ໄດ້​ເກີດ​ມີ​ສະ​ພາບ​​ການ​ຂັດ​ຂວາງ​ການ​ເດີນ​ທາງ​ຂອງຂະ​ບວນ​ລົດພະ​ບໍ​ລົມ​ວົງສາ​ນຸ​ວົງ​,ຈື່ງ​ສາ​ມາດ​ເຊື່ອ​ໄດ້​ວ່າ, ການ​ໂຮມ​ຊຸມ​ນຸມປະ​ທ້ວງ​ຈະ​ສ້າງ​ຜົນ​ກະ​ທົບ​ຕໍ່​ຄວາມ​​ໝັ້ນ​ຄົງ​ແຫ່ງ​ຊາດ, ສະ​ນັ້ນ ​ຈິ່ງ​ໄດ້ປະ​ກາດ​ໃຫ້​ນະ​ຄອນ​ຫຼວງ​ບາງກອກ​ເຂົ້າ​ສູ່ພາ​ວະສຸກ​ເສີນ​ເລີ່ມ​ແຕ່ 4 ໂມງ​ຂອງວັນ​ທີ 15 ຕຸ​ລາ​ນີ້​ເປັນ​ຕົ້ນ​ໄປ, ແລະມອບ​ສິດ​ໃຫ້​ພົນ​ເອກ ປະ​ວິດ ວົງ​ສຸ​ວັນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ເປັນ​ຜູ້​ຮັບ​ຜິດ​ຊອບ​ປະ​ຕິ​ບັດ​ງານ​ເພື່ອ​ຮັບ​ມື​ກັບ​ສະ​ພາບ​ສຸກ​ເສີນ​ດັ່ງ​ກ່າວ.

ຄຳ​ເຫັນ

0