吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈີ້ນ​ຜິງໃຫ້​ທິດ​ຊີ້​ນຳ​ສຳ​ຄັນ​ຕໍ່​​ວຽກ​ງານ​ສູ້​ຊົນ​ບັນ​ລຸ​ເປົ້າ​ໝາຍ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ໃນ​ຂັ້ນ​ສຸດ​ທ້າຍ

2020-10-17 17:26:35 CRI

ເນື່ອງ​ໃນ​ໂອ​ກາດ​ວັນ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແຫ່ງ​ຊາດ​ຈີນ​ຄົບ​ຮອບ​ 7 ປີ ວຽນ​ມາ​ເຖິງ​ນີ້, ທ່ານ​ສີ​ຈີ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​ຈີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​​ໄດ້​ໃຫ້​ທິດ​ຊີ້​ນຳ​ສຳ​ຄັນ​ຕໍ່​​ວຽກ​ງານ​ສູ້​ຊົນ​ບັນ​ລຸ​ເປົ້າ​ໝາຍ​​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ໃນ​ຂັ້ນ​ສຸດ​ທ້າຍ ແລະ ກ່າວ​ເນັ້ນ​ວ່າ, ປີ 2020 ເປັນ​ປີ​ທີ່​ສູ້​ຊົນ​ຍາດ​ເອົາ​ໄຊ​ຊະ​ນະ​ຂັ້ນ​ສຸດ​ທ້າຍ​ໃນ​ການ​ສ້າງ​ສັງ​ຄົມ​​ອີ່ມ​ໜຳ​ສຳ​ລານ​ໃຫ້​ສຳເລັດ​ຢ່າງ​ຮອບ​ດ້ານ ແລະ ​ສູ້​ຊົນ​ບັນ​ລຸ​ເປົ້າໝາຍ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ໃນ​ຂັ້ນ​ສຸດ​ທ້າຍ. ໂດຍ​ຜະ​ເຊີນ​ໜ້າ​ກັບ​ການ​ທົດ​ສອບ​ຈາກ​ພະ​ຍາດ​ໂຄວິດ 19 ແ​ລະ ໄພ​ນ້ຳ​ຖ້ວມ​ອັນ​ຮ້າຍ​ແຮງ​, ສູນ​ກາງ​ພັກ​ໄດ້​ຍຶດ​ໝັ້ນ​​ຄ​ວາມ​ຕັດ​ສິນ​ໃຈ​ໃນ​ການ​ສູ້​ຊົນບັນ​ລຸ​ເປົ້າ​ໝາຍ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ຕາມ​ເວ​ລາ​ກຳ​ນົດ​​ຢ່າງ​ໝັ້ນ​ໜຽວບໍ່​ປ່ຽນ​ແປງ, ທົ່ວ​ພັກ ທົ່ວ​ສັງ​ຄົມອອກ​ແຮງ​ສຸດ​ຂີດ ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ ປະ​ຕິ​ບັດ​ຕົວ​ຈິງ, ​ພະ​ນັກ​ງານ ແລະ ປະ​ຊ​າ​ຊົນ​ອັນ​ໄພ​ສານ​ຂອງ​ເຂດ​ທຸກ​ຍາກ​ຕ່າງໆ​​ໄດ້​ບຸກ​ບືນ ສູ້​ຊົນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ ເຮັດ​ໃຫ້​ວຽກ​ງານ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ໄດ້​ຮັບ​ຜົນ​ງານ​ລັກ​ສ​ະ​ນະ​ຕັດ​ສິນ. ປັ​ດ​ຈຸ​ບັນ ​ບັ້ນ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ໄດ້​​ມາຮອດ​ໄລ​ຍະ​ສຸດ​ທ້າຍ, ຄະ​ນະ​ພັກ ແລະ ອົງ​ການ​ປົກ​ຄ​ອງ​ຂັ້ນ​ຕ່າງໆ​ຕ້ອງ​ຍຶດ​ໝັ້ນ​​ສູ້​ຊົນ​ພະ​ຍາ​ຍາມ​ຕໍ່​ໄປ, ​ປະ​ຕິ​ບັດ​ໜ້າ​ທີ່​ວຽກ​ງານ​ດ້ວຍ​ຄວາມ​ຮັບ​ຜິດ​ຊອບ​ສູງ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ປະ​ຕິ​ບັດ​ງານ​ໃຫ້​ດີ ແລະ ໄດ້​ຮັບ​ຜົນ​ສຳ​ເລັດ​ທີ່​ດີ, ຖ້າ​ບໍ່​ໄດ້​ຮັບ​ໄຊ​ຊະ​ນະ​ຢ່າງ​ສົມ​ບູນ​ຈະ​ບໍ່​ຖອ​ນ​ກຳ​ລັງ​ເດັດ​ຂາດ.

 

ທ່ານ​ສີ​ຈີ້ນ​ຜິງ​ຊີ້​ອອກວ່າ, ເຂດ​ແຄວ້ນ​ຕ່າງໆ ແລະ ພາກ​ສ່ວນ​ຕ່າງໆ​ຕ້ອງ​ສະ​ຫຼຸດ​ບົດ​ຮຽ​ນ​ກ່ຽວ​ກັບ​ການ​ລຶບ​ລ້າງ​ຄວາ​ມ​ທຸກ​ຍາກ, ເສີມ​ຂະ​ຫຍາຍ​ບົດ​ບາດ​ລະ​ບ​ຽບ ແລະ ກົນ​ໄກ​​ລຶບ​ລ້າງ​ຄວາມ​ທຸກ​ຍາກ, ເຮັດ​ໃຫ້​ໝາກ​ຜົນ​​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ສາ​ມາດ​ຊຸກ​ຍູ້​​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​​ໃຫ້​ຈະ​ເລີນ​ໄດ້​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຮັກ​ສາ​ນະ​ໂຍ​ບາຍ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​​ໃຫ້ມີ​ຄວາມ​ໝັ້ນ​ຄົງ​ໂດຍ​ລວມ, ໃຊ້​ມາດ​ຕະ​ການ​ຫຼາຍ​ຢ່າງ​ເພື່ອ​ເສີມ​ຂະ​ຫຍາຍ​ໝາກ​ຜົນ​ລຶບ​ລ້າງ​ຄວາມ​ທຸ​ຍາກ. ຕ້ອງ​ກະ​ຕຸກ​ຊຸກ​ຍູ້​ໃຫ້​ປະ​ຊາ​ກອນ​ເຂດ​ທຸກ​ຍາກ​ພະ​ຍາ​ຍາມ​ສູ້​ຊົນ​ເພື່ອ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາ​ມ​ທຸກ​ຍາກ, ສົ່ງ​ເສີມ​ໃຫ້​ປະ​ຊາ​ກອນ​ທີ່​ມີ​ລາຍ​ຮັບ​ຕ່ຳ ແລະ ມີ​ຄວາມ​ສາ​ມາດ​ອອກ​ແຮງ​ງານ​ນັ້ນ​ສ້າງ​ຄວາມ​ຮັ່ງ​ມີ​ດ້ວຍ​ຄວາມ​ດຸ​ໝັ່ນ, ສືບ​ຕໍ່​ກ້າວ​ເດີນ​ໄປ​ໜ້າ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ທີ່​ໃຫ້​ປະ​ຊາ​ຊົນ​ທັງ​ຊາດ​ຮັ່ງ​ມີ​ຮ່ວມ​ກັນ​ເທື່ອ​ລະ​ກ້າວ.

ຄຳ​ເຫັນ

0