刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ໄດ້​ປະ​ກອບ​ສ່ວນຫຼາຍກວ່າ 70% ​ເຂົ້າ​ໃນ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ໂລກ

2020-10-17 14:04:15 CRI

 

ວັນ​ທີ 17 ຕຸ​ລາ​ນີ້ ແມ່ນ​ວັນຫຼຸດ​ຜ່ອນ​ຄວາ​ມ​ທຸກ​ຍາກ​ແຫ່ງ​ຊາດຄົບ​ຮອບ 7 ປີຂອງ​ຈີນ. ຕົວ​ເລກ​ສະ​ຖິ​ຕິ​ສະ​ແດງ​ໃຫ້​ເຫັນ​ວ່າ: ຈີນ​ໄດ້​ປະ​ກອບ​ສ່ວນຫຼາຍກວ່າ 70% ເຂົ້າ​ໃນ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ຈີນ.

ຕາມ​ການ​ສຳຫຼວດ​ຄວາມ​ທຸກ​ຍາກ​ຢູ່​ຊົນ​ນະ​ບົດ​ໃນ​ທົ່ວ​ປະ​ເທດ​ຂອງ​ອົງ​ການສະ​ຖິ​ຕິ​ແຫ່ງ​ຊາດ​ຈີນ, ປະ​ຊາ​ກອນ​ຜູ້​ທຸກ​ຍາກ​ຂອງ​ຈີນ​ໄດ້ຫຼຸດ​ລົງ​ຈາກ 98,99 ລ້ານ​ຄົນ​ໃນ​ທ້າຍ​ປີ 2012 ​ຍັງ​ເຫຼືອ 5,51 ລ້ານ​ຄົນ​ໃນ​ທ້າຍ​ປີ 2019. ນັບ​ແຕ່​ຈີນ​​ເປີດ​ບັ້ນ​ລຶບ​ລ້າງຄວາມ​ທຸກ​ຍາກ​ເປັນ​ຕົ້ນ​ມາ, ມີປະ​ຊາ​ກອນ​ຜູ້​ທຸກ​ຍາກ 93 ລ້ານກວ່າ​ຄົນ​ໄດ້ຫຼຸດ​ພົ້ນ​ອອກ​ຈາກ​ຄວາ​ມ​ທຸກ​ຍາກ, ອັດ​ຕາ​ເກີດ​ຄວາມ​ທຸກ​ຍາກ​ໄດ້​ຫຼຸດ​ລົງຈາກ 10,2% ​ຍັງ​ເຫຼືອ 0,6%, ຄວາມ​ທຸກ​ຍາກ​ທົ່ວ​ປະ​ເທດ​ໃນ​ເຂດ​ແຄ້ວນໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ພື້ນ​ຖານ.

ປີ 2020 ແມ່ນ​ປີ​ທີ່​ສູ້​ຊົນ​ຍາດ​ເອົາ​ໄຊ​ຊະ​ນະ​ຂັ້ນ​ສຸດ​ທ້າຍ​ໃນ​ບັ້ນ​ລຶບ​ລ້າງ​ຄວາມ​ທຸກ​ຍາກ, ຫຼັງ​ຈາກ​ສຳ​ເລັດ​ໜ້າ​ທີ່​ເປົ້າ​ໝາຍ​ດັ່ງ​ກ່າວ​ໃນ​ປີ​ນີ້​ແລ້ວ, ຈີນ​ຈະ​ບັນ​ລຸ​ເປົ້າ​ໝາຍຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ໃນ​ວາ​ລະ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ເມື່ອ​ຮອດ​ປີ 2030 ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່ອນ​ເວ​ລາ​ກຳ​ນົດ 10 ປີ.

ຄຳ​ເຫັນ

0