覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນະ​ຄອນ​ຊິງ​ຕາວ​ຂອງ​ຈີນ​ໄດ້​ສຳ​ເລັດ​ການກວດ​ຫາ​ເຊື້ອ​ພະ​ຍາດ​ໂຄວິດ-19ໃຫ້​ທົ່ວ​ປວງ​ຊົນ​ໂດຍ​ພື້ນ​ຖານ

2020-10-17 15:21:33 cri

 ໃນ​ໄລ​ຍະ​ສຳ​ຄັນ​ທີ່​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19, ນະ​ຄອນ​ຊິງ​ຕາຍ​ແຂວງ​ຊ່ານ​ຕຸ່ງ​ຂອງ​ຈີນ​ໄດ້​ໃຊ້ຫຼາຍ​ຮູບ​ການ​ເພື່ອ​ເລັ່ງ​ລັດ​ຊຸກ​ຍູ້​ການກວດ​ຫາ​ເຊື້ອ​ໃຫ້​ກັບ​ທົ່ວ​ປວງ​ຊົນ ເຊິ່ງ​ສາ​ມາດ​ເຮັດ​ໄດ້​ຕາມ​ມາດ​ຕະ​ຖານ​ທີ່ກວດ​ວິ​ເຄາະ​ເຊື້ອ​ໃຫ້​ກຸ່ມ​ຄົນ​ເປົ້າ​ໝາຍ​ໂດຍ​ບໍ່​ເບິ່ງ​ຂ້າມ​ຈັກ​ຄົນ. ມາ​ຮອດ​ວັນ​ທີ 16 ຕຸ​ລາ​ນີ້, ນະ​ຄອນ​ຊິງ​ຕາວ​ໄດ້​​ປະ​ຕິ​ບັດ​ວຽກ​ງານ​ການກວດ​ຫາ​ເຊື້ອ​ພະ​ຍາດ​ໃຫ້​ທົ່ວ​ປວງ​ຊົນ​​ສຳ​ເລັດໂດຍ​ພື້ນ​ຖານ​ແລ້ວ.
 

 ເພື່ອ​ເລັ່ງ​ລັດ​ຊຸກ​ຍູ້​ວຽກ​ງານກວດ​ຫາ​ເຊື້ອ​ພະ​ຍາດ​ຢ່າງ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ນະ​ຄອນ​ຊິງ​ຕາວ​ໄດ້​ຈັດ​ຕັ້ງ​ອາ​ສາ​ສະ​ໝັກ 20.000 ກວ່າ​ຄົນ​ໃຫ້​ການ​ບໍ​ລິ​ການ​ຕ່າງໆ​ເຊັ່ນ​ການ​ຈົດ​ທະ​ບຽນ​ຂໍ້​ມູນ​​​ປະ​ຊາ​ຊົນແລະ​ການ​ຮັກ​ສາ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຢູ່​ສະ​ຖານ​ທີ່​ກວດ​ຫາ​ເຊື້ອ​ທີ່​ກຳ​ນົດ​ໄວ້, ພະ​ນັກ​ງານ​ແພດ​ໝໍ​ແລະ​ພະ​ນັກ​ງານ​ເຂດ​ຊຸມ​ຊົນ​ໄດ້​ສູ້​ຊົນ​ເຮັດ​ວຽກຢ່າງ​ຕໍ່​ເນື່ອງ ເພື່ອ​ຮັບ​ປະ​ກັນ​ການກວດ​ຫາ​ເຊື້ອ​ພະ​ຍາດ​ໃນ​ຂອບ​ເຂດກວ້າງ​ຂວາງ​ຢ່າງ​ປອດ​ໄພ​ແລະ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ. ບັນ​ດາ​ໂຮງ​ອະ​ນຸ​ບານ, ໂຮງ​ຮຽນ​ປະ​ຖົມ​,ມັດ​ທະ​ຍົມ​ແລະ​ມະ​ຫາ​ວິ​ທະ​ຍາ​ໄລ​ໃນ​ທົ່ວ​ນະ​ຄອນ​ຊິງ​ຕາວ​ກໍ​ໄດ້​ດຳ​ເນີນ​ການກວດ​ຫາ​ເຊື້ອ​ພະ​ຍາດ​ໃຫ້ທຸກ​ຄົນເຊັ່ນ​ກັນ.
 

ປັດ​ຈຸ​ບັນ, ນະ​ຄອນ​ຊິງ​ຕາວ​ໄດ້​ສ້າງ​ກົນ​ໄກ​ຊ່ຽວ​ຊານ​ແພດ​ໝໍ​ລະ​ດັບ​ຊາດ,ແຂວງ​ແລະ​ນະ​ຄອນ​ຮ່ວມ​ກັນ​ສັນ​ຈອນກວດ​ກາ​ແລະ​ບົ່ງ​ມະ​ຕິ​ພະ​ຍາດ​ຍາມ​ກາງ​ເວັນ ໂດຍ​ຍຶດ​ໝັ້ນ​ໃນ​ການ​ປິ່ນ​ປົວ​ແບບ​ປະ​ສົມ​ປະ​ສານ​ຢາ​ພື້ນ​ເມືອງ​ຈີນ​ແລະ​ຢາຫຼວງ, ກຳ​ແໜ້ນ​ສະ​ພາບ​ການ​ປ່ຽນ​ແປງ​ຂອງ​ອາ​ການ​ຄົນ​ເຈັບ​ໃນ​ທຸກ​ເວ​ລາ.

 

 

ຄຳ​ເຫັນ

0