ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ມະຫາວິທະຍາໄລຈອນສ໌ ຮົບກິນສ໌ ອາເມຣິກາປະກາດຕົວເລກສະຖິຕິ ໂດຍສະແດງໃຫ້ເຫັນວ່າ, ມາຮອດເວລາ 6 ໂມງ 24 ນາທີຂອງວັນທີ 24 ຕຸລານີ້ຕາມເວລາວຽງຈັນ, ຢູ່ທົ່ວໂລກ ໄດ້ມີຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 42070215 ກໍລະນີ, ໃນນັ້ນຈຳນວນຜູ້ເສຍຊີວິດແມ່ນ 1141724 ຄົນ.
ວັນທີ 23 ຕຸລານີ້, ທ່ານເດໂຕຼສ໌ ເກບເຢສຸສ ອາດຮາໂນມ, ຜູ້ອຳນວຍການໃຫຍ່ອົງການອານາໄມໂລກ ຫຼື WHO ກ່າວວ່າ, ສຳລັບທົ່ວໂລກ ໂດຍສະເພາະປະເທດທີ່ຢູ່ຊີກໂລກເໜືອແລ້ວ, ປັດຈຸບັນ, ສະພາບການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ກຳລັງຢູ່ໃນໄລຍະທີ່ສຳຄັນທີ່ສຸດ, ໃນຫຼາຍເດືອນຕໍ່ໜ້ານີ້ ຈະພົບຄວາມຫຍຸ້ງຍາກຫຼາຍ. ໃນກອງປະຊຸມຂ່າວທີ່ຈັດຂຶ້ນໃນມື້ດຽວກັນ, ທ່ານ ເດໂຕຼສ໌ ກ່າວວ່າ, ປັດຈຸບັນແມ່ນເດືອນຕຸລາ, ລະດູໜາວຍັງບໍ່ທັນວຽນມາເຖິງເທື່ອ, ແຕ່ຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ຢູ່ຫຼາຍປະເທດໄດ້ເພີ່ມຂຶ້ນຢ່າງວ່ອງໄວ, ໂຮງໝໍແລະຫ້ອງມໍລະສຸມຫຼື ICU ຂອງຫຼາຍເຂດມີຄົນເຈັບເກືອບເຕັມ. ທ່ານຮຽກຮ້ອງໃຫ້ປະເທດທີ່ກ່ຽວຂ້ອງ ໃຊ້ມາດຕະການລັກສະນະສັງລວມໃນທັນທີ, ເພື່ອຫຼຸດຈຳນວນຄົນເສຍຊີວິດທີ່ສາມາດຫຼີກເວັ້ນໄດ້, ປ້ອງກັນບໍ່ໃຫ້ລະບົບການປິ່ນປົວພະຍາດພື້ນຖານລົ້ມລະລາຍແລະຫຼີກເວັ້ນບໍ່ໃຫ້ປິດໂຮງຮຽນ ອີກເທື່ອໜຶ່ງ.
ວັນທີ 23 ຕຸລານີ້, ອົງການການຄ້າໂລກ ຫຼື WTO ໄດ້ປະກາດຕົວເລກສະຖິຕິ ໂດຍສະແດງໃຫ້ເຫັນວ່າ, ມູນຄ່າການຄ້າການບໍລິການຂອງໂລກໃນໄຕມາດທີ 2 ປີນີ້ ໄດ້ຫຼຸດລົງ 30%, ເຊິ່ງເປັນອັດຕາຫຼຸດລົງທີ່ຫຼາຍກວ່າໝູ່ພາຍຫຼັງເກີດວິກິດການການເງິນສາກົນແຕ່ປີ 2008 ຫາປີ 2009 ມານີ້. ຂະແໜງການທີ່ກ່ຽວຂ້ອງກັບການຄ້າການບໍລິການ ສ່ວນຫຼາຍໄດ້ຖືກຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ໃນນັ້ນ, ຂະແໜງການທ່ອງທ່ຽວຖືກກະທົບຮ້າຍແຮງກວ່າໝູ່.
ຄຳເຫັນ
0