何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄຳປາໄສຂອງທ່ານສີຈິ້ນຜິງທີ່ກ່າວໃນພິ​ທີສະເຫຼີມສະຫຼອງ​ການພັດທະນາແລະເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຜູ​ຕົ່ງນະຄອນຊຽງໄຮຈີນຄົບຮອບ 30 ປີ

2020-11-13 19:30:49 CRI

ຄຳປາໄສຂອງທ່ານສີຈິ້ນຜິງທີ່ກ່າວໃນພິ​ທີສະເຫຼີມສະຫຼອງ​ການພັດທະນາແລະເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຜູ​ຕົ່ງນະຄອນຊຽງໄຮຈີນຄົບຮອບ 30 ປີ

(ວັນທີ 12 ພະຈິກ ປີ 2020)

ຄຳປາໄສຂອງທ່ານສີຈິ້ນຜິງທີ່ກ່າວໃນພິ​ທີສະເຫຼີມສະຫຼອງ​ການພັດທະນາແລະເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຜູ​ຕົ່ງນະຄອນຊຽງໄຮຈີນຄົບຮອບ 30 ປີ

ບັນດາທ່ານຍິງ, ທ່ານຊາຍ, ບັນ​ດາ​ສະ​ຫາຍ:

ເມື່ອ 30 ປີກ່ອນ, ສະ​ພາບການສາກົນໄດ້ມີການປ່ຽນແປງຢ່າງໃຫຍ່ຫຼວງ,​ໃນ​ໄລ​ຍະ​ນັ້ນ, ຈີນໄດ້ດຳເນີນການປະຕິຮູບຢ່າງຄຶກຄື້ນ, ສູນກາງພັກໄດ້ຄົ້ນຄວ້າແລະ​ວິ​ເຄາະສະ ພາບການ​ພາຍ​ໃນ​ແລະສາກົນ, ​ໄດ້ກຳແໜ້ນສະພາບລວມແຫ່ງ ການປະຕິຮູບແລະການພັດທະນາ ໂດຍໄດ້ວາງມາດຕະການສຳຄັນ​ໃນ​ການພັດທະນາ ແລະເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຜູ​ຕົ່ງນະຄອນຊຽງໄຮ.

ມື້ນີ້, ພວກເຮົາໄດ້​ມາເຕົ້າໂຮມ​ກັນຢູ່ທີ່ນີ້ ເພື່ອສະເຫຼີມສະຫຼອງ​ການພັດທະນາແລະ ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຜູ​ຕົ່ງຄົບຮອບ 30 ປິ.

  

ກ່ອນອື່ນ, ຂ້າພະເຈົ້າຂໍຕາງໜ້າສູນກາງພັ​ກ, ລັດຖະບານ ແລະຄະນະກຳມະການ ການທະຫານສູນກາງຈີນ ສະແດງຄວາມຊົມເຊີຍຢ່າງສຸດໃຈແລະ​ສົ່ງຄວາມຢື້ຢາມ ຖາມຂ່າວທີ່ຈິງໃຈ​ເຖິງພະນັກງານ ແລະປະຊາຊົນທັງຫຼາຍຢູ່ຊຽງໄຮ! ຂໍສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ພີ່ນ້ອງຮ່ວມຊາດຮົງກົງ, ມາກາວແລະໄຕ້ ຫວັນ, ຊາວຈີນຕ່າງດ້າວ​ທີ່​ອາ​ໄສຢູ່ຕ່າງປະເທດແລະ​ເພື່ອນ​ມິດປະເທດຕ່າງໆ​ທີ່​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ການ​ພັດ​ທະ​ນາ​ແລະ​ເປີ​ດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຜູ​ຕົ່ງ.

  ບັນດາທ່ານຍິງ, ທ່ານຊາຍ, ບັນ​ດາ​ສະ​ຫາຍ!

30 ປີຜ່ານມານີ້, ​ເຂດ​ຜູ​ຕົ່ງໄດ້ຈັດຕັ້ງປະຕິບັດ​ນະ​ໂຍ​ບາຍຂອງສູນກາງພັກ​ຢ່າງ​ມີຫົວຄິດປະດິດສ້າງ ເຊິ່ງໄດ້ຮັບຜົນສຳເລັດທີ່ປະຈັກຕາ​ຕໍ່ຊາວໂລກ. ເສດຖະກິດໄດ້ມີ ການພັດທະນາແບບກ້າວກະໂດດ, ຍອດມູນຄ່າການຜະລິດໄດ້​ເພີ່ມ​ຂຶ້ນຈາກ 6 ຕື້ຢວນໃນປີ 1990 ເປັນ 1270 ຕື້ຢວນໃນປີ 2019, ລາຍຮັບ​ດ້ານການເງິນ​ໄດ້​ເພີ່ມ​ຂຶ້ນຈາກ 1,1 ຕື້ ຢວນໃນ​ໄລ​ຍະເປື້ອງຕົ້ນຂອງການພັດທະນາແລະການເປີດ​ປະ​ຕູ​ສູ່​ພາຍນອກ​ເປັນ 400ກວ່າ ຕື້ຢວນໃນປີ 2019, ເນື້ອທີ່ຂອງເຂດ​ຜູ​ຕົ່ງ​ເທົ່າ​ກັບ 1/8000 ​ຂອງເນື້ອທີ່​ທັງ​ໝົດ​ຂອງ ປະເທດ, ແຕ່ GDP ຂອງເຂດ​ຜູ​ຕົ່ງ ​ເທົ່າ​ກັບ 1/80 ຂອງ GDP ທົ່ວປະເທດ ຈີນ ແລະ ຍອດມູນຄ່າສິນຄ້າຂາເຂົ້າຂາອອກ​ຂອງ​ເຂດ​ຜູ​ຕົ່ງ​ເທົ່າ​ກັບ1/15 ຂອງທົ່ວປະເທດ.ການປະຕິຮູບແລະເປີດປະຕູສູ່ພາຍນອກແມ່ນຢູ່ໃນແຖວໜ້າຂອງທົ່ວປະເທດ,​ໃນ​ນັ້ນ ໄດ້ ສ້າງເຂດການເງິນແລະການຄ້າແຫ່ງທຳອິດ, ເຂດປອດພາສີແຫ່ງທຳອິດ, ເຂດທົດລອງການຄ້າເສລີແຫ່ງທຳອິດ ແລະເຂດພັດທະນາ​ໃໝ່ລິນກາງ, ບໍລິສັດການຄ້າ​ທີ່ຕ່າງປະເທດ​ລົງ​ທຶນ​ຝ່າຍ​ດຽວແຫ່ງທຳອິດ ແລະອື່ນໆ.

 

ກຳ​ລັງ​ແຂ່ງ​ຂັນ​ຕົ້ນ​ຕໍ​ໄດ້​ເພີ່ມ​ຂຶ້ນ​ຢ່າງຫຼວງຫຼາຍ, ໄດ້​ສ້າງ​ລະ​ບົບ​ອຸດ​ສາ​ຫະ​ກຳ​ທັນ​ສະ​ໄໝ​ທີ່​ຖືເອົາ​ຂະ​ແໜງ​ການ​ບໍ​ລິ​ການ​ທັນ​ສະ​ໄໝ​ເປັນຫຼັກ, ຂະ​ແໜງ​ການ​ຈະ​ເລີນ​ໃໝ່​ທີ່​ມີ​ລັກ​ສະ​​ນະ​ຍຸດ​ທະ​ສາດ​ເປັນ​ສິ່ງ​ນຳ​ໜ້າ, ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ແບບ​ທັນ​ສະ​ໄໝ​ເປັນ​ສິ່ງ​ຄ້ຳ​ຊູ​ໂດຍ​ພື້ນ​ຖານ, ໄດ້​ມີບົດ​ບາດ​ສຳ​ຄັນ​​ໃນ​ການ​ສ້າງ​ຊຽ​ງ​ໄຮ​ໃຫ້​ເປັນ​ສູນ​ກາງ​​ທາງ​ດ້ານເສດ​ຖະ​ກິດ​ສາ​ກົນ, ສູນ​ກາງ​​ທາງ​ດ້ານການ​ເງິນ, ສູນ​ການ​ຄ້າ, ສູນ​ການ​ຂົນ​ສົ່ງ​ທາງ​ທະ​ເລ, ແລະ​ສູນ​ປະ​ດິດ​ສ້າງໃໝ່​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ. ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໄດ້​ຖືກ​ຍົກ​ສູງ​ຂຶ້ນ​ໂດຍ​ລວມ, ປີ 2019 ລາຍ​ຮັບ​ທີ່​ຈັບ​ຈ່າຍ​ໄດ້​ສະ​ເລ່ຍ​ຕໍ່​ຫົວ​ຄົນ​ຂອງ​ປະ​ຊາ​ຊົນ​ໃນ​ຕົວ​ເມືອງ ແລະ ຊົນ​ນະ​ບົດ​ມີ​ເຖິງ 71647 ຢວນ, ອາ​ຍຸ​ຍືນ​ສະ​ເລ່ຍ​ຕໍ່​ຫົວ​ຄົນ​ໄດ້​​ເພີ່ມ​ຂຶ້ນຈາກ 76,10ປີ ​ເມື່ອ​ປີ 1993 ​ເປັນ 84,46ປີ​ໃນ​ປີ 2019, ເນື້ອ​ທີ່​ເຮືອນ​ຢູ່​ສະ​ເລ່ຍ​ຕໍ່​ຫົວ​ຄົນ​ໃນ​ຕົວ​ເມືອງ​ຈາກ 15 ຕາ​ແມັດ​ເມື່ອ​ປີ 1993 ໄດ້ເພີ່ມ​ຂຶ້ນ​ເປັນ 42 ຕາ​ແມັດ.

 

ພຶດ​ຕິ​ກຳ​ຕົວ​ຈິງໄດ້​​ພິ​ສູດ​ໃຫ້​ເຫັນ​ຢ່າງ​ເຕັມ​ສ່ວນ​ວ່າ, ທິດ​ສະ​ດີ​ພື້ນ​ຖານ ແນວ​ທາງ​ພື້ນ​ຖານ ແລະ ແຜນ​ນະ​ໂຍ​ບາຍ​ພື້ນ​ຖານ​ຂອງ​ພັກ​ທີ່​​ໄດ້​ກຳ​ນົດ​ຂຶ້ນ​ນັບ​ແຕ່ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 3 ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ສະ​ໄໝ​ທີ 11ເປັນ​ຕົ້ນ​ມາ​ແມ່ນ​ຖືກ​ຕ້ອງ​ທີ່​ສຸດ; ການ​ປະ​ຕິ​ຮູບ ແລະ ເປີດ​ປະ​ຕູ​ສູ່​ພາຍນອກ​ແມ່ນ​ເສັ້ນ​ທາງ​ທີ່​ຕ້ອງ​ຜ່ານ​ໃນ​ການ​ຍຶດ​ໝັ້ນ​ແລະ ພັດ​ທະ​ນາ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ ແລະ ເພື່ອບັນ​ລຸ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊາດ​ຈີນ; ການ​ປະ​ຕິ​ຮູບ ແລະ​ການ​ພັດ​ທະ​ນາ​ຕ້ອງ​ຍຶດ​ໝັ້ນ​ກາ​ນ​ຖື​ເອົາ​ປະ​ຊາ​ຊົນ​ເປັນ​ໃຈ​ກາງ, ຖື​ເອົາ​ຄວາມ​ປາ​ຖະ​ໜາ​ຂອງ​ປະ​ຊາ​ຊົນ​ທີ່​ຢາກ​ມີ​ຊີ​ວິດ​ການ​ເປັນ​ຢູ່​ອັນ​ດີ​ງາມ​ເປັນ​ເປົ້າ​ໝາຍ​ສູ້​ຊົນ​ຂອງ​ພວກ​ເຮົາ, ອາ​ໄສ​ປະ​ຊ​າ​ຊົນ ສ້າງ​ພາ​ລະ​ກິດ​ອັນ​ຍິ່ງ​ໃຫຍ່​ໃນ​ປະ​ຫວັດ​ສາດ!

  

ບັນ​ດາທ່ານ​ຍິງ ທ່ານ​ຊາຍ ແລະ ບັນ​ດາ​ສະ​ຫາຍ!

ນັບ​ແຕ່​ປະ​ຈຸ​ບັນ​ໄປ​ຈົນ​ຮອດ​ກາງ​ສະ​ຕະ​ວັດ​ນີ້, ແມ່ນ 30 ປີ​ທີ່​ປະ​ເທດ​ຈີນຈະ​ສ້າງ​ປະ​ເທດ​ໃຫ້​ເປັນ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທີ່​ທັ​ນ​ສະ​ໄໝ ​ເຂັ້ມ​ແຂງ​ໃຫ້​ສຳ​ເລັດ​ຢ່າງ​ຮອບ​ດ້ານ. ປະ​ຈຸ​ບັນ, ໂລກ​ພວມ​​ຜະ​ເຊີນ​ກັບການ​ປ່ຽນ​ແປງ​ອັນ​ໃຫຍ່ຫຼວງ​ທີ່​ບໍ່​ເຄີຍ​ມີ​ມາ​ໃນຮອບຮ້ອຍ​ປີ, ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19​ໄດ້ເຮັດ​ໃຫ້​ການ​ປ່ຽນ​ແປງ​ນີ້ ​ຜັນ​ແປ​ໄວ​ຂຶ້ນ, ລັດ​ທິ​ຝ່າຍ​ດຽວ ແລະ ລັດ​ທິ​ປົກ​ປ້ອງ​ໄດ້​ເພີ່ມ​ຂຶ້ນ, ໂຄງ​ປະ​ກອບ​ສາ​ກົນ​ໄດ້​ມີ​ການ​ປັບ​ປຸງ​ຢ່າງ​ເລິກ​ເຊິ່ງ, ປັດ​ໄຈ​ທີ່​ບໍ່​ໝັ້ນ​ທ່ຽງ ແລະ ບໍ່​ແນ່ນອນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ພົ້ນ​ເດັ່ນ,ໃນ​ໄລ​ຍະ​ຕໍ່​ໜ້າ​ນີ້​, ພວກ​ເຮົາ​ຈະ​ຜະ​ເຊີນ​ໜ້າ​ກັບ​ສະ​ພາບ​ແວດ​ລ້ອມ​ພາຍນອກ​ທີ່​ສັບ​ສົນ ແລະ​ມີ​ການ​ປ່ຽນ​ແປງຫຼາຍກວ່າ​ເກົ່າ. ຍິ່ງ​ຜະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ, ພວກ​ເຮົາ​ຍິ່ງ​ຕ້ອງ​ປະ​ຕິ​ບັດ​ຕາມ​ກົດ​ເກນ​ປະ​ຫວັດ​ສາດທີ່​ກ້າວ​ເດີນ​ໄປ​ໜ້າ, ​ໄປ​ຕາມ​ທ່າ​ອ່ຽງການ​ພັດ​ທະ​ນາ​ຂອງ​ຍຸກ​ສະ​ໄໝ, ຕອບ​ສະ​ໜອງ​ກັບ​ຄວາມ​ປາ​ຖະ​ໜາ​ຂອງ​ປະ​ຊາ​ຊົນ, ບັນ​ລຸ​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງກວ່າ​ເກົ່າ​ພາຍ​ໃຕ້​ເງື່ອນ​ໄຂ​ທີ່​ເປີດ​ປະ​ຕູ​ສູ່​ພາຍນອກ​ຢ່າງກວ້າງ​ຂວາງກວ່າ​ເກົ່າ.

 

ສູນ​ກາງ​ພັກ​ກຳ​ລັງ​ຄົ້ນ​ຄວ້າ​ເພື່ອ​ຮ່າງ “ຂໍ້​ສະ​ເໜີ​ວ່າ​ດ້ວຍ​ການ​ສະ​ໜັບ​ສະ​ໜູນ​ເຂດ​ໃໝ່​ຜູ​ຕົ່ງ​ໃນ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ໃນ​ລະ​ດັບ​ສູງ, ສ້າງ​ເຂດ​ນຳ​​ໜ້າການ​ສ້າງ​ສັງ​ຄົມ​ນິ​ຍົມ​ທີ່​ທັນ​ສະ​ໄໝ” ໂດຍ​ຈະ​ມອບ​ໜ້າ​ທີ່​ສຳ​ຄັນ​ໃຫ້​ເຂດ​ໃໝ່​ຜູ​​ຕົ່ງ​ໃນ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ. ຜູ​​ຕົ່ງ​ຕ້ອງ​ກຳ​ແໜ້ນ​ກາ​ລະ​ໂອ​ກາດ​ແລະ​ນຳ​ໃຊ້​ເງື່ອນ​ໄຂ​ທີ່​ເອື້ອ​ອຳ​ນວຍ​ຕາມ​ສະ​ພາບ​ການ, ເພື່ອ​ສະ​ແດງ​ໃຫ້​ໂລກ​ເຫັນ​ເຖິງ​ແນວ​ຄວາມ​ຄິດ​ຂອງ​ຈີນ, ນ້ຳ​ໃຈ​ຂອງ​ຈີນ​ແລະ​ເສັ້ນ​ທາງ​ຂອງ​ຈີນ. ​ດັ່ງ​ນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ສະ​ເໜີ​ວ່າ:

     ໜຶ່ງ, ອອກ​ແຮງ​ສ້າງ​ແຮງ​ຂັບ​ເຄື່ອນ​ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່​ໃຫ້​ເຂັ້ມ​ແຂງ, ສ້າງ​ຈຸດ​ຍຸດ​ທະ​ສາດ​ໃໝ່​ແຫ່ງ​ການ​ປະ​ດິດ​ສ້າງ​ຢ່າງ​ເປັນ​ເຈົ້າ​ຕົນ​ເອງ. ຜູຕົ່ງ​ຕ້ອງ​ສ້າງ​ຜົນ​ງານ​ໃຫຍ່ໃນ​ດ້ານ​ການ​ປະ​ດິດ​ສ້າງ​ໃໝ່​ໃນ​ຂົງ​ເຂດ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຂັ້ນ​ພື້ນ​ຖານ, ຍາດ​ເອົາ​ຄວາມ​ຄືບ​ໜ້າ​ທີ່​ມີ​ລັກ​ສະ​ນະ​ບຸກ​ທະ​ລຸ​ອັນ​ໃຫຍ່ຫຼວງ​ໃນ​ຂົງ​ເຂດ​ເຕັກ​ນິກ​ແກນ​ກາງ​ສຳ​ຄັນ, ເສີມ​ຂະ​ຫຍາຍ​ບົດ​ບາດ​ໃນ​ການ​ເປັນ​ແຫຼ່ງ​ກຳ​ເນີດ​​ຂອງການ​ປະ​ດິດ​ສ້າງ​ໃໝ່​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ໃຫ້​ມີ​ປະ​ສິດ​ທິ​ຜົນຫຼາຍກວ່າ​ເກົ່າ.

ສອງ,  ເພີ່ມ​ທະ​ວີ​ການ​ສ້າງ​ລະ​ບົບ​ການ​ປະ​ຕິ​ຮູບ​ແບບ​ສັງລວມ​ໃຫ້​ເຂັ້ມ​ແຂງ, ກະ​ຕຸ້ນ​ຄວາມ​ມີ​ຊີ​ວິດ​ຊີ​ວາ​ແຫ່ງ​ການ​ພັດ​ທະ​ນາ​ດ້ວຍ​ຄຸ​ນ​ນະ​ພາບ​ສູງ. ຜູ​​ຕົ່ງ​ຕ້ອງ​ນຳ​ໜ້າ​ທົດ​ລອງ​ແລະ​ຖອດ​ຖອນ​ບົດ​ຮຽນ​ໄປ​ກ່ອນ​ໃນ​ການ​ສ້າງ​ລະ​ບົບ​ການ​ປະ​ຕິ​ຮູບ​ແບບ​ສັງ​ລວມ​ແລະ​ການ​ປະ​ສານ​ງານ​ຢ່າງ​ມີ​ປະ​ສິດ​ທິ​ພາບ​ສູງ. ສ້າງ​ສະ​ພາບ​ແວດ​ລ້ອມ​ການ​ດຳ​ເນີນ​ທຸ​ລະ​ກິດ​ທີ່​ສຸດຍອດ​ຕາມຫຼັກ​ການ​ຕະຫຼາດ,ຄຸ້ມ​ຄອງ​ຕາມ​ກົດ​ໝາຍ​ແລະ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ.

 ສາມ, ລົງ​ເລິກ​ການ​ຊຸກ​ຍູ້​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຈາກ​ດ້ານ​ລະ​ບຽບ​ການ​ໃນ​ລະ​ດັບ​ສູງ, ເພີ່ມ​ທະ​ວີ​ການ​ສ້າງ​ທ່າ​ແຮງ​ໃໝ່​ໃນ​ດ້ານ​ການ​ຮ່ວມ​ມື​ແລະ​ການ​ແຂ່ງ​ຂັນ​ສາ​ກົນ. ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ເປັນ​ນະ​ໂຍ​ບາຍ​ພື້ນ​ຖານ​ແຫ່ງ​ຊາດ​ຈີນ, ເວ​ລາ​ໃດ​ກໍ​ບໍ່​ຕ້ອງ​ຫວັ່ນ​ໄຫວ​ຄອນ​ແຄນ. ຂໍ​ແຕ່​ແມ່ນ​ປະ​ເທດ, ເຂດ​ແຄວ້ນ​ແລະ​ວິ​ສາ​ຫະ​ກິດ​ທີ່​ຍິນ​ດີ​ຮ່ວມ​ມື​ກັບ​ຈີນ, ພວກ​ເຮົາ​ກໍ​ຈະ​ຕັ້ງ​ໜ້າ​ຮ່ວມ​ມື​ກັບ​ເຂົາ​ເຈົ້າ.

 ສີ່:  ເສີມ​ສ້າງ​ຄວາມ​ສາ​ມາດ​ການ​ຈັດ​ສັນ​ຊັບ​ພະ​ຍາ​ກອນ​ໃນ​ທົ່ວ​ໂລກ, ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​​ການ​ສ້າງ​ສະ​ພາບ​ການ​ພັດ​ທະ​ນາ​ອັນ​ໃໝ່. ຕ້ອງ​​ນຳ​ໃຊ້​ຕະຫຼາດ​ທັງ​ພາຍ​ໃນ​ແລະ​ສາ​ກົນ, ນຳ​ໃຊ້​ຊັບ​ພະ​ຍາ​ກອນ​ທັງ​ພາຍ​ໃນ​ແລະ​ສາ​ກົນ​ໃຫ້​ເປັນ​ເອ​ກະ​ພາບ​ກັນ​ໃຫ້​ດີກວ່າ​ເກົ່າ, ເສີມ​ສ້າງ​ຄວາມ​ສາ​ມາດ​ການ​ຈັດ​ສັນ​ຊັບ​ພະ​ຍາ​ກອນ​, ຍົກ​ສູງ​ອິດ​ທິ​ພົນທີ່​ມີ​ຕໍ່​ໂລກ​ໃນ​ການ​ຈັດ​ສັນ​ປັດ​ໄຈ​ຕ່າງໆ​ເຊັ່ນ ເງິນ​ທຶນ, ຂໍ້​ມູນ​ຂ່າວ​ສານ, ເຕັກ​ໂນ​ໂລ​ຊີ​, ຊັບ​ພະ​ຍາ​ກອນ​ມະ​ນຸດ, ສິນ​ຄ້າ​ແລະ​ອື່ນໆ.

ຫ້າ, ຍົກ​ສູງ​ລະດັບຄວາມທັ​ນສະໄໝ​ໃນການ​ຄຸ້ມ​ຄອງ​ຕົວ​ເມືອງ, ສ້າງ​ສະພາບ​ການ​​ໃໝ່ທີ່​ເອື້ອ​ອຳນວຍ​ໃຫ້​ແກ່​ການ​ສ້າງ​ຕົວ​​ເມືອງ​ປະຊາຊົນ. ການ​ສ້າງ​ຕົວ​ເມືອງ​ຕ້ອງ​ຖື​​ເອົາ​ການ​ສ້າງ​ຕົວ​ເມືອງທີ່​ໜ້າ​ຢູ່, ສະຫງົບ​ສຸກ​ໃຫ້​ກັບ​ປະຊາຊົນ​ເປັນ​ວຽກ​ບູລິ​ມະ​ສິດ, ນຳ​ເອົາ​ຊັບພະຍາກອນ​ທີ່​ດີ​ທີ່​ສຸດ​​​​ມາໃຫ້ແກ່​ປະຊາຊົນ. ຕ້ອງ​ສຸມ​ໃສ່​ແກ້​ໄຂ​ບັນຫາ​ຜົນ​ປະ​ໂຫຍ​ດ​ໂດຍ​ກົງ ​ແລະ​ຕົວ​ຈິງ​ທີ່ປະຊາຊົນ​ໃຫ້​ຄວາມ​ສົນ​ໃຈ​ທີ່​ສຸດ, ຍົກ​​ລະ​ດັບ​ຄວາມ​ດຸນ​ດ່ຽງ ​ແລະ​ຄຸນ​ນະພາ​ບຂອງການ​ບໍລິການ​ສາທາລະນະ​ໃຫ້​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.

ອົງການ​ທີ່​ກ່ຽວຂ້ອງ​ຂອງສູ​ນກາງ​ພັກ ​ແລະ​ລັດ​ຕ້ອງ​ພິຈາລະນາ​ຈາກ​ສະພາບລວມ ​ແລະ​ສຸມ​ໃສ່​ຍຸດ​ທະ​ສາດຂອງ​ຊາດ, ຮ່ວມ​ກັບ​ນະຄອນ​ຊຽງ​ໄຮປະຕິບັດວຽກ​ງານ​ການ​ອອກ​ແບບ​ໃນ​ລະດັບ​ສູງ​ສຸດ​ໃຫ້​ດີ, ຕັ້ງໜ້າ​ຄົ້ນຄວ້າ ​ແລະ​ກຳນົດມາດ​ຕະການ​ລະ​ອຽດເພື່ອ​ສະໜັບສະ​ໜູນ​ການ​ປະຕິ​ຮູບ ​ແລະ​ເປີດ​ປະຕູ​ສູ່​ພາຍ​ນອກ​ໃນ​ລະດັບ​ສູງສຳລັບ​ເຂດ​ຜູ​ຕົ່ງ, ຮ່ວມ​ກັນ​ຊຸກຍູ້​ການ​ຈັດ​ຕັ້ງ​ປະຕິບັດ​ນະ​​ໂຍບາຍ​ຕ່າງໆ​ໃຫ້​ມີ​ປະສິດທິ​ຜົນ.

ທ່ານ​ຍິງ, ທ່ານ​ຊາຍ ​ແລະ​ບັນດາ​ສະ​ຫາຍ!

​ຊຽງ​ໄຮ​ແມ່ນ​ຕົວ​​ເມືອງ​ທີ່​ມີ​ກຽດສະຫງ່າ, ​​ເປັນ​ສັກຂີ​ພິຍານ​ໃນ​ການ​ສ້າງ​ສິ່ງມະຫັດສະຈັນ​ຢ່າງ​ບໍ່​ຢຸດ​ຢັ້ງ. ​ໃນ​ຂະ​ບວນການພັດທະນາ ​ແລະ​ການເປີດ​ປະຕູ​ສູ່​ພາຍ​ນອກ​ 30 ປີຢູ່​ເຂດ​ຜູ​ຕົ່ງ, ດິນ​ແດນ​ແຫ່ງ​ນີ້​ໄດ້​ເດີ​ນຕາມ​ເສັ້ນທາງ​ແຫ່ງ​ການ​ປົດ​ປ່ອຍ​ແນວ​ຄິດ ​ແລະ​ລົ​ງ​ເລິກ​ການ​ປະຕິ​ຮູບ, ເສັ້ນທາງ​​ແຫ່ງ​ການ​ມຸ້ງ​ໜ້າ​ສູ່ໂລກ ​ແລະ​​ເປີດ​ກວ້າງ​ການ​ເປີດ​ປະຕູ​ສູ່​ພາຍ​ນອກ, ​​ເສັ້ນທາງ​ແຫ່ງ​ການ​ທັບ​ມ້າງ​ລະບຽບ​ການ​ເກົ່າ ​ແລະປະດິດ​ສ້າງ​ໃໝ່. ​ການ​ຫມຸ້ງ​ໜ້າ​ສູ່​ອະນາ​ຄົດ, ພວກ​ເຮົາ​ມີ​ຄວາມ​ໝັ້ນ​ໃຈຢ່າງ​ເຕັມ​ສ່ວນວ່າ: ບົນ​ເສັ້ນທາງ​​ແຫ່ງການ​ພັດທະນາ​ຂອງ​ຈີນ​ໃນ​ຍຸກ​ໃໝ່ ນະຄອນ​ຊຽງ​ໄຮຍ່ອມ​ຈະ​ສາມາດ​ສ້າງ​ສິ່ງ​ມະຫັດສະຈັນ​ທີ່ປະຈັກ​ຕາ​ຕໍ່​ຊາວ​ໂລກ​ໄດ້​ຢ່າງ​ແນ່ນອນ, ຕ້ອງ​ສາມາດ​ສ່ອງ​ແສງ​ໃຫ້​ເຫັນ​ສະພາບ​ການ​ໃໝ່​ໃນ​ການ​ສ້າງ​ປະ​ເທດ​ສັງຄົມ​ນິຍົມ​ທີ່​ທັນ​ສະ​ໄໝ.

 

 

 

ຄຳ​ເຫັນ

0